Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ສົ່ງແຮງງານມຽນມາຈຳນວນ100 ກວ່າຄົນກັບຄືນປະເທດ

Posted on 09/05/202009/05/2020 By News No Comments on ມອບ-ສົ່ງແຮງງານມຽນມາຈຳນວນ100 ກວ່າຄົນກັບຄືນປະເທດ

ຕອນເຊົ້າວັນທີ 8 ພຶດສະພາ 2020 ນີ້ ຢູ່ທີ່ດ່ານບ້ານມອມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ສົ່ງແຮງງານຊາວມຽນມາທີ່ອາໃສຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ກັບຄືນສູ່ປະເທດ.

ເຂົ້າຮ່ວມມີ ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ, ທ່ານ ອູຊານ ມີງຊໍ ເຈົ້າເມືອງໆທ່າຂີ້ເຫຼັກ, ມີຄະນະເຂດເສດຖະກິດພິເສດສາມຫຼ່ຽມຄຳ, ພາກສ່ວນກ່ຽວຂ້ອງຂັ້ນແຂວງ,ເມືອງ,ເຈົ້າໜ້າທີ່ສະເພາະກິດທັງສອງປະເທດເຂົ້າຮ່ວມ.
ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງກ່າວວ່າ: ຕາມຈຸດປະສົງຂອງທາງຝ່າຍລັດຖະບານມຽນມາກໍ່ຄືໜັງສືສະເໜີຂອງທ່ານເຈົ້າແຂວງທ່າຂີ້ເຫຼັກໂດຍອີງຕາມການສະເໜີຂອງແຮງງານຊາວມຽນມາທີ່ມາອອກແຮງງານຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳເມືອງຕົ້ນເຜິ້ງ ສປປລາວ ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ19 ທີ່ກຳລັງຄຸກຄາມທຸກໆປະເທດໃນໂລກ ເຊິ່ງວິກິດການດັ່ງກ່າວໄດ້ເຮັດໃຫ້ໂຮງຈັກໂຮງງານ ແລະການເຮັດວຽກງານຕ່າງໆໄດ້ຢຸດຕິໂດຍສະເພາະກໍ່ແມ່ນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳເມືອງຕົ້ນເຜິ້ງ.

ສະນັ້ນ ເປັນການປະຕິບັດນະໂຍບາຍຄວາມສຳພັນໄມຕີອັນດີງາມລະຫວ່າງສອງຊາດລາວ-ມຽນມາ ໃຫ້ຢືນຍົງ ແລະແຂງແກ່ນຕະຫຼອດໄປ ເວົ້າສະເພາະກໍ່ແມ່ນດ້ວຍຄວາມເປັນຫ່ວງຂອງທ່ານເຈົ້າແຂວງໆບໍ່ແກ້ວຕໍ່ກັບການເບິ່ງແຍງດູແລ ແລະ ໃຫ້ໂອກາດແກ່ແຮງງານຊາວມຽນມາໃນການທຳມາຫາກິນມາອອກແຮງງານ ພວກເຮົາກໍ່ໃຫ້ຄວາມສຳຄັນແກ່ເຂົາເຈົ້າໃນການຄຸ້ມຄອງດູແລ ແລະ ໄດ້ໃຫ້ເຂົາເຈົ້າເຂົ້າເຖີງການສຶກສາ,ສາທາລະນະສຸກເປັນຕົ້ນການປ້ອງກັນພະຍາດໄຂ້ເລືອດອອກ,ພະຍາດໂລກອະຫິວາ ແລະ ພະຍາດອື່ນໆ. ໂດຍບໍໄດ້ເສຍຄ່າຄືກັນກັບປະຊາຊົນລາວ ເຊີ່ງປະຈຸບັນກໍ່ຍັງມີແຮງງານຊາວມຽນມາທີ່ອາໃສຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຈຳນວນ3-4ພັນຄົນ. ສະນັ້ນ ດ້ວຍຄວາມຮັບຜິດຊອບສູງຂອງສອງລັດຖະບານພວກເຮົາຈື່ງໄດ້ຈັດສັນເວລາອັນເໝາະສົມເພື່ອນຳເອົາປະຊາຊົນຊາວມຽນມາຈຳນວນ 125 ຄົນ,ຍີງ 51 ຄົນ, ມາມອບໃຫ້ທາງລັດຖະບານ ສສ ມຽນມາ ກໍ່ຄືແຂວງທ່າຂີ້ເຫຼັກ, ເມືອງທ່າຂີ້ເຫຼັກໄດ້ຮັບເອົາຢ່າງເປັນທາງການເພື່ອນຳໄປຄຸ້ມຄອງເບິ່ງແຍງດູແລຕາມກົດໝາຍຂອງ ສສມຽນມາ ຊື່ງໃນຊວງໄລ່ຍະທີ່ສອງປະເທດພວກເຮົາກໍ່ຄືສອງແຂວງສອງເມືອງພວມຂຸ້ນຂ້ຽວໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ19 ໃນຄັ້ງນີ້ໃຫ້ບັນລຸ ແລະ ມີຜົນສຳເລັດຕາມຈຸດປະສົງ ແລະ ກໍ່ຫວັງຢ່າງຍີ່ງວ່າໃນໂອກາດຕໍ່ໄປທັງສອງເມືອງສອງແຂວງພວກເຮົາຈະໄດ້ຮ່ວມຈິດຮ່ວມໃຈກັນເພີ່ມຂຶ້ນຕື່ມອີກໃນການປະສານສົມທົບແກ້ໄຂບັນຫາຕ່າງໆເປັນຕົ້ນກໍ່ແມ່ນ ບັນຫາແຮງງານ,ການຊື້ຂາຍແລກປ່ຽນສິນຄ້າ,ການເຂົ້າອອກເມືອງ ແລະ ບັນຫາອື່ນໆອີກຫຼາຍຢ່າງທີ່ເປັນຜົນດີໃຫ້ທັງສອງເມືອງສອງແຂວງກໍ່ຄືລະຫວ່າງສອງປະເທດລາວມຽນມາ.

ຈາກນັ້ນ ກໍ່ໄດ້ລົງນາມເຊັນບົດບັນທຶກມອບ-ສົ່ງແຮງງງານຊາວມຽນມາ ຈຳນວນ 125 ຄົນ,ຍິງ 51 ຄົນ ກັບຄືນສູ່ປະເທດຢ່າງເປັນທາງການ. ລະຫວ່າງ ທ່ານ ເຄືອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປລາວແລະ ທ່ານ ອູຊານ ມີງຊໍ ເຈົ້າເມືອງໆທ່າຂີ້ເຫຼັກ ແຂວງທ່າຂີ້ເຫຼັກ ສສ ມຽນມາ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍພົນລະເມືອງດີ! ເກັບກະເປົາພ້ອມເງິນຈໍານວນຫຼາຍ ປະກາດຊອກຫາເຈົ້າຂອງຈົນພົບ
Next Post: ຈັບແຮງງານລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ທີ່ລັກເຂົ້າ ປະເທດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ

Related Posts

40 ບໍລິສັດຈັດຫາງານທີ່ໄດ້ຮັບອານຸຍາດເຄື່ອນໄຫວຈັດສົ່ງແຮງງານທັງພາຍໃນ ແລະ ຕ່າງປະເທດ ຂ່າວສານບ້ານເມືອງ
ສິນຄ້າກະສິກຳຂອງລາວ 80% ແມ່ນສົ່ງອອກໄປ ສປຈີນ ຂ່າວສານບ້ານເມືອງ
ທ່າທາຍ ລັ ກ ຕັດສາຍໄຟແຮງສູງທາງລົດໄຟຖືກໄຟຟ້າ ຊ໋ ອ ດ ຂ່າວສານບ້ານເມືອງ
ລັດຖະບານຊີ້ນຳໃຫ້ຕິດຕາມເຂັ້ມງວດ ກວດກາສິນຄ້າບໍ່ເກີດການສວຍໂອກາດຂຶ້ນລາຄາສິນຄາ ຂ່າວສານບ້ານເມືອງ
ມາອີກແລ້ວ ຈົດເລກໄຟຟ້າເດົາເອົາ ກາຍໄປ 600 ກວ່າກິໂລວັດໂມງ ຂ່າວສານບ້ານເມືອງ
ປະຊາຊົນ 2 ບ້ານຢູ່ເມືອງເລົາງາມ ສາມັກຄີກັນສ້ອມແປງທາງຍາວເກືອບ 2 ກິໂລແມັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme