Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຸດລະທຶກ! ຊິ້ງໜີຕໍາຫຼວດ ແຫກໂຄ້ງ ຕໍາເອົາລົດຂ້າງທາງ ແລ້ວ ພະຍາຍາມລົບໜີ (ມີຄລິບ)

Posted on 08/05/202008/05/2020 By All in LAOS No Comments on ສຸດລະທຶກ! ຊິ້ງໜີຕໍາຫຼວດ ແຫກໂຄ້ງ ຕໍາເອົາລົດຂ້າງທາງ ແລ້ວ ພະຍາຍາມລົບໜີ (ມີຄລິບ)

ລາຍງານຈາກປະຊາຊົນ ກັບເຫດການ ອຸບັດຕິເຫດ ລົດເກັງແຫກໂຄ້ງ ມາຕໍາເອົາລົດກະບະແລະລົດເກັງ (ລວມ 2 ຄັນ) ທີ່ຈອດຢູ່ຂ້າງທາງ ທີ່ເສັ້ນທາງ ເຂດ ວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເວລາປະມານ 23:15 ວັນທີ 7 ພຶດສະພາ 2020.

ພາຍຫຼັງເກີດເຫດ, ຜູ່ຂັບລົດເກັງ ແລະ ຄົນທີ່ຂີ່ມານໍາ ໄດ້ແລ່ນເອົາຕົວລົບໜີ, 1 ໃນນັ້ນ, ຖືກຈັບໄດ້ ໂດຍພົນລະເມືອງດີ ໄລ່ຊ່ວຍຈັບ. ພາຍຫຼັງອຸບັດຕິເຫດ ເກີດຂຶ້ນ ບໍ່ເທົ່າໃດນາທີ, ເຈົ້າໜ້າທີ່ສາຍກວດກໍ່ມາຮອດ ເພື່ອກັກຕົວຜູ່ກະທໍາຜິດ.

ຈາກການເລົ່າເຫດການຂອງປະຊາຊົນ, ລົດເກັງ ແມ່ນຂີ່ມາດ້ວຍຄວາມໄວ ດ້ວຍສຽງເນື່ອງນັນ ແລະ ໄດ້ມາຕໍາເອົາລົດກະບະ ແລະ ລົດເກັງອີກຄັນ ທີ່ຈອດຢູ່ຂ້າງທາງ. ເຮັດໃຫ້ລົດເກັງໄດ້ຮັບຄວາມເສຍຫາຍໜັກ ຈົນໄປຕໍ່ບໍ່ໄດ້, ຈາກນັ້ນ ຜູ່ຂັບແລະຄົນມານໍາໃນລົດເກັງດັ່ງກ່າວ ຈິ່ງແລ່ນໜີໄປຄົນລະທາງ. ຈາກນັ້ນ, ຈິ່ງຖືກຈັບໄດ້ 1 ຄົນ, ສ່ວນອີກຄົນ ແມ່ນເຈົ້າໜ້າທີ່ຊອກຈັບ.

ສ່ວນສາເຫດ ຂອງການຂີ່ລົດໄວ ແຫກໂຄ້ງມາຄັ້ງນີ້ ແມ່ນຍ້ອນ ພະຍາຍາມຫຼົບໜີເຈົ້າໜ້າທີ່ ຫຼື ວ່າແນວໃດນັ້ນ, ທາງຂ່າວປ້ອງກັນຄວາມສະຫງົບ ຈະລາຍງານໃຫ້ຊາບອີກຕໍ່ໄປ.

ຄລິບຈາກທີ່ເກີດເຫດ 1

ຄລິບຈາກທີ່ເກີດເຫດ 2

ຂ່າວສານບ້ານເມືອງ Tags:accident, car, police

Post navigation

Previous Post: ປະກາດຫາຍາດພີ່ນ້ອງ ສົບເພດຊາຍ ໄຫຼນ້ຳມາຄ້າງຢູ່ເກາະກາງດອນ ເຂດທ່າ ນ້ຳຂອງ ຜາມໄຊ ນະຄອນ ໄກສອນພົມວິຫານ
Next Post: ຊົມເຊີຍພົນລະເມືອງດີ! ເກັບກະເປົາພ້ອມເງິນຈໍານວນຫຼາຍ ປະກາດຊອກຫາເຈົ້າຂອງຈົນພົບ

Related Posts

ເກີດເຫດ! ລົດໃຫຍ່ກັບລົດຈັກຕຳກັນ ເຂດບ້ານດຸງ ຂ່າວສານບ້ານເມືອງ
ເກີດເຫດ! ລົດຕຳກັນຢູ່ ມາລີ ເ ສ ຍ ຊີ ວິ ດ 40 ກວ່າຄົນ ຂ່າວສານບ້ານເມືອງ
ເກີດອຸບັດຕິເຫດຮ້າຍແຮງ! ລົດຈັກຕໍາກັບຟໍຈູນເນີທີ່ທາງດ່ວນ ຂ່າວສານບ້ານເມືອງ
ຮອງເຈົ້າແຂວງອັດຕະປື ລົງຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1.2.3 ຂ່າວສານບ້ານເມືອງ
ແຈ້ງການ ປິດນໍ້າປະປາ ເຂດເມືອງໄຊເສດຖາ ເພື່ອປ່ຽນຖ່າຍ ປະຕູນໍ້າ 23/6/2020 ຂ່າວສານບ້ານເມືອງ
ຈັບໄດ້ 4 ຄົນ ພ້ອມຂອງກາງກັນຊາ 1,6 ໂຕນ ທີ່ບໍລິຄຳໄຊ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme