Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດຫາຍາດພີ່ນ້ອງ ສົບເພດຊາຍ ໄຫຼນ້ຳມາຄ້າງຢູ່ເກາະກາງດອນ ເຂດທ່າ ນ້ຳຂອງ ຜາມໄຊ ນະຄອນ ໄກສອນພົມວິຫານ

Posted on 08/05/202008/05/2020 By All in LAOS No Comments on ປະກາດຫາຍາດພີ່ນ້ອງ ສົບເພດຊາຍ ໄຫຼນ້ຳມາຄ້າງຢູ່ເກາະກາງດອນ ເຂດທ່າ ນ້ຳຂອງ ຜາມໄຊ ນະຄອນ ໄກສອນພົມວິຫານ

ແຂວງ ສະຫວັນນະເຂດ ວັນທີ08/05/2020 ເວລາ 16:30′ ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ1629ໄດ້ຮັບແຈ້ງປະສານງານຈາກເຈົ້າໜ້າທີ່ ແລະ ປະຊາຊົນວ່າ ມີສົບຜູ້ເສຍຊີວິດໄຫຼ່ນ້ຳມາຢູ່ເກາະກາງຂອງ ເຂດທ່າ ນ້ຳຂອງຜາມໄຊ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ

ອີງຕາມລາຍງານສະພາບໂຕຈີງຈາກຜູ້ເຫັນເຫດການ ພົນລະເມືອງດີຊາວປະມົງໄດ້ໃຊ້ ລາກສົບຜູ້ເສຍຊີວິດເຂົ້າມາຝັ່ງ ຫຼັງຈາກເຫັນສົບຜູ້ເສຍຊີວິດມາຢູ່ເກາະກາງດອນລອຍຢູ່ນ້ຳ ໃນຈຸດເກີດຮັບແຈ້ງ ແມ່ນເປັນສົບຜູ້ເສຍຊີວິດເປັນເພດຊາຍ ສູງອາຍຸປະມານ 50 ກວ່າປີ ບໍ່ນຸ່ງໂສ້ງເສື້ອເປືອຍກາຍຢູ່ໃນສະພາບ ດີ ບໍ່ເນ່າເປື່ອຍຄາດວ່າຈະເສຍຊີວີດມາບໍ່ຮອດ 2 ມື້

ດັ່ງນັ້ນທາງອາສາສະໝັກໜ່ວຍກູ້ໄພ ສະຫວັນນະເຂດ ພວກເຮົາສົມທົບກັບເຈົ້າໜ້າທີ່ສືບສວນສອບສວນ ກອງພິສູດຫຼັກຖານ ພ້ອມອຳນາດການປົກຄອງໄດ້ລົງເກັບກຳຂໍ້ມູນລາຍລະອຽດ ແລ້ວທາງອາສາພວກເຮົາໄດ້ມ້ຽນສົບຜູ້ເສຍຊີວິດ ຝາກໄວ້ທີ່ໂຮງເຢັນໂຮງໝໍແຂວງ ສະຫວັນນະເຂດ ສ່ວນພູມສັນຖານຂໍ້ມູນຊື່ສຽງຮຽງນາມ ຍັງບໍ່ທັນຮູ້ຈັກລາຍລະອຽດ ຖ້າທ່ານໃດພໍຮູ້ຂໍ້ມູນລົບກວນໂທແຈ້ງມາຍັງ ໜ່ວຍກູ້ໄພ ສະຫວັນນະເຂດ ເບີໂທ 020 28285454

ກົດເບິ່ງຮູບຜູ່ຕາຍ

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ
ສາຍຕົງ : 020 28285454

ຮັບໃຊ້ຕະຫຼອດ 24 ຊົ່ວໂມງ : ໜ່ວຍກູ້ໄພ ສະຫວັນນະເຂດ

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :
-ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,

  • ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
  • ອຸປະກອນການແພດຕ່າງໆ
  • ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ
    ສາມາດເຂົ້າມາໄດ້ພົວພັນທີ່ ສູນສັງການກູ້ໄພ ສະຫວັນນະເຂດ, ສະຖານທີ່ : ບ້ານ ສອນໄຊ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ

ຕິດຕໍ່ສອບຖາມ:020 28285454

“ຝາກແຊຮປະຊາສຳພັນ”

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ນະຄອນຫຼວງວຽງຈັນ ຂຶ້ນບັນຊີດໍາ 6 ຮ້ານບັນເທີງ ແລະ ຮ້ານກິນດື່ມ ຈະຕ້ອງຖືກດໍາເນີນຄະດີຫາກສືບຕໍ່ເປີດຮ້ານ
Next Post: ສຸດລະທຶກ! ຊິ້ງໜີຕໍາຫຼວດ ແຫກໂຄ້ງ ຕໍາເອົາລົດຂ້າງທາງ ແລ້ວ ພະຍາຍາມລົບໜີ (ມີຄລິບ)

Related Posts

ສະພາບອາກາດມື້ນີ້ ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ຂ່າວສານບ້ານເມືອງ
ລ່າສຸດ ບໍລິສັດ ທາງດ່ວນ ລາວ-ຈີນ ຊີ້ແຈງແລ້ວ ກັບເຫດການລັດ ຍິ ງ ລົດ ຢູ່ເຂດອຸໂມງ  ຂ່າວສານບ້ານເມືອງ
ທ່ານສີຈິ້ນຜິງ ຂໍສະແດງຄວາມຂອບໃຈຕໍ່ປະຊາຊົນອູຮັ້ນໃນການຕໍ່ສູ້ອັນຂ້ຽວຂາດຄັ້ງນີ້, ປະຊາຊົນອູຮັ້ນປະຕິບັດຕາມການຈັດຕັ້ງໂດຍລວມ, ບໍ່ຢ້ານຕໍ່ຄວາມຍາກລຳບາກ ຂ່າວສານບ້ານເມືອງ
ຄລິບໄຟໄໝ້ລົດກະບະມືສອງ ຫາຊື້ໄດ້ສອງສາມເດືອນ ຂ່າວສານບ້ານເມືອງ
ບັນທຶກສະຖິຕິໃໝ່ຕິດເຊື້ອເພີ່ມໃໝ່ 1306ຄົນ ຂ່າວສານບ້ານເມືອງ
ອ່ານດ່ວນ ການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ໃນປີ 2022 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme