Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມີແຮງງານລາວ 200ກວ່າຄົນ ລວມຕົວກັນຢູ່ເຂດຂົວມິດຕະພາບລາວ-ໄທ 1 ລໍຖ້າກັບບ້ານ

Posted on 08/05/202008/05/2020 By News No Comments on ມີແຮງງານລາວ 200ກວ່າຄົນ ລວມຕົວກັນຢູ່ເຂດຂົວມິດຕະພາບລາວ-ໄທ 1 ລໍຖ້າກັບບ້ານ

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ສປປ ລາວ ໄດ້ມີຫຼາຍມາດຕະການເຂັ້ມງວດໃນການຄວບຄຸມພະບາດດັ່ງກ່າວ ເຊິ່ງໜຶ່ງໃນນັ້ນແມ່ນການປິດ່ານຈໍາກັດຄົນເຂົ້າອອກແຕ່ກໍ່ຍັງມີນະໂຍບາຍແກ່ແຮງງານລາວຢູ່ຕ່າງປະເທດໃຫ້ສາມາດກັບເຂົ້າມາລາວໄດ້ຢູ່, ແຕ່ຫຼ້າສຸດຢູ່ເຂດຂົວມິດຕະພາບລາວ-ໄທ 1 ມີແຮງງານລາວ 200ກວ່າຊີວິດ ມາຮວມຕົວກັນຢູ່ເຂດດັ່ງກ່າວເປັນເວລາ 2ວັນແລ້ວ ເພື່ອລໍຖ້າກັບບ້ານ.

ຕາມການລາຍງານຈາກເພຈຂ່າວອີຈັນ ຂອງປະເທດໄທໃຫ້ຮູ້ວ່າ ຕອນເຊົ້າວັນທີ 7 ພຶດສະພາ 2020 ເວລາ 9:00 ໂມງ ບໍລິເວນຂ້າງເສັ້ນທາງ ແລະລານອາຄານການຄ້າຂົວມິດຕະພາບລາວ-ໄທ1 ຈັງຫວັດໜອງຄາຍ ເຈົ້າໜ້າທີ່ສຳນັກງານສາທາລະນະສຸກຈັງຫວັດ ແລະສິ່ງແວດລ້ອມເທດສະບານເມືອງໜອງຄາຍ ໄດ້ຮ່ວມກັນກວດຄັດກອງ ແລະເຮັດບັນທຶກປະຫວັດແຮງງານລາວຈຳນວນ 250 ຄົນທີ່ລໍຖ້າຂ້າມແດນກັບປະເທດ.

ຕາມການສອບຖາມຂໍ້ມູນເບືຶ້ອງຕົ້ນຮູ້ວ່າ ແຮງງານກຸ່ມນີ້ໄດ້ມາລວມຕົວກັນແຕ່ວັນທີ 3 ພຶດສະພາແລ້ວ ເພື່ອຈະກັບບ້ານເກີດ ແຕ່ເນື່ອງຈາກໄທປິດຊາຍແດນຈິ່ງບໍສາມາດກັບໄດ້ ເພາະເປັນຊ່ວງປິດດ່ານຂ້າມແດນຂອງສອງປະເທດທັງລາວ ແລະໄທ.
ແນວໃດກໍ່ດີ ທາງເຈົ້າໜ້າທີ່ ສປປ ລາວ ເມື່ອໄດ້ຮັບຂ່າວກໍ່ໄດ້ປະສານງານໄປຍັງເຈົ້າໜ້າທີ່ໄທ ເພື່ອກວດສອບຫາຄວາມເປັນຈີງ ແລະຂໍໃຫ້ຝ່າຍໄທສົ່ງຂໍ້ມູນໃຫ້ ເພື່ອຈະໄດ້ນຳສະເໜີຕໍ່ຂັ້ນເທິງໄດ້ພິຈາລະນາແກ້ໄຂຕໍ່ໄປ.

ແຮງງານກຸ່ມນີ້ແມ່ນເດີນທາງມາຈາກຈັງຫວັດຕ່າງໆຂອງໄທ ມາລໍຖ້າກັບປະເທດ ໄດ້ທະຍອຍມາຮອດແຕ່ວັນທີ 3 ພຶດສະພາແລ້ວຈາກຫຼັກ 10 ຄົນເພີ່ມຂຶ້ນເລື້ອຍໆເປັນຫຼັກຮ້ອຍ ແລະຍັງມີຫຼາຍຂຶ້ນຕໍ່ເນື່ອງ.

ແຫຼ່ງຂ່າວລາຍງານໄດ້ສຳພາດແຮງງານຄົນໜຶ່ງໃນແຂວງຫຼວງພະບາງບອກວ່າໄດ້ເດີນທາງກັບປະເທດເນື່ອງຈາກໝົດສັນຍາແຮງງານກັບນາຍຈ້າງແລ້ວ ແລະໄດ້ຂ່າວວ່າລັດຖະບານລາວຈະເປີດດ່ານໃຫ້ຄົນລາວກັບປະເທດຈິ່ງໄດ້ນັດກັບໝູ່ຫຼາຍຄົນມາລວມຕົວກັນທີ່ນີ້.

ເພື່ອໃຫ້ແຮງງານເຫຼົ່ານັ້ນໄດ້ກັບບ້ານຈິ່ງຢາກຮຽກຮ້ອງພາກສ່ວນກ່ຽວຂ້ອງໃຫ້ການຊ່ວຍເຫຼືອ ໂດຍຕອນນີ້ກຳລັງປະສານງານໄປສະຖານທູດລາວຢູ່ບາງກອກ ເພາະຢູ່ຝັ່ງໄທລຳບາກຕ້ອງມີຄ່າໃຊ້ຈ່າຍທຸກວັນເງິນທີ່ມີຕິດຕົວມານຳກໍ່ບໍ່ຫຼາຍ ມາຢູ່ຫຼາຍວັນໃກ້ໝົດແລ້ວ ຖ້າລັດຖະບານລາວມາຮັບກໍ່ຍິນດີເຂົ້າກັກຕົວຕາມລະບຽບຂໍພຽງໄດ້ກັບປະເທດ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ວັນວາລະຄົບຮອບ 157ປີ ຂອງອົງການກາແດງລາວ ແລະ ຊີກວົງເດືອນແດງສາກົນ
Next Post: ຂ່າວດ່ວນ! ເກີດເຫດ ໄຟໄໝ້ ເຂດບ້ານ ໂພນສີນວນຮ່ອມ 2 ນະຄອນຫຼວງວຽງຈັນ (ມີຄລິບໄລ້ສົດ)

Related Posts

ອັດຕະປືຈະປິດແຂວງຖ້າມີກໍລະນີແຂວງໃກ້ຄຽງມີການແຜ່ລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ແຂວງເຊກອງ ກໍານົດ 8 ວຽກແຜນປ້ອງກັນໂຄວິດ-19 ຂ່າວສານບ້ານເມືອງ
ນາຍົກຍີ່ປຸ່ນຕັ້ງງົບປະມານສຸກເສີນໂດຍນໍາເງິນຈາກຄັງແຮສໍາຮອງຫຼາຍກວ່າ2ຮ້ອຍຕື້ຄຸມການລະບາດຂອງພະຍາດໂຄວິດ-19. ຂ່າວສານບ້ານເມືອງ
ພະນັກງານ ແລະ ປະຊາຊົນ ຮ່ວມກັນອະນາໄມ-ທາສີແຄມຂັ້ນໄດຂຶ້ນແຫຼ່ງທ່ອງທ່ຽວຖໍ້າຕິ່ງ ຂ່າວສານບ້ານເມືອງ
4 ພາກສ່ວນປະກອບສ່ວນຊ່ວຍເຫຼືອການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ລວມເງິນໄດ້ 1.217 ລ້ານກີບ ຂ່າວສານບ້ານເມືອງ
ທາງລົດໄຟລາວ-ຈີນແຈ້ງ ອຸ​ປະ​ກອນ​​ທາງ​ລົດ​ໄຟ​ຖືກ​ລັກ ຈຳເປັນຕ້ອງ​ຫຼຸດຜ່ອນຄວາມໄວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme