Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງໂຂງ ແຂວງຈຳປາສັກ ມີແຮງງານກັບມາຈາກຕ່າງປະເທດ 3 ພັນກວ່າຄົນ

Posted on 08/05/202008/05/2020 By News No Comments on ເມືອງໂຂງ ແຂວງຈຳປາສັກ ມີແຮງງານກັບມາຈາກຕ່າງປະເທດ 3 ພັນກວ່າຄົນ

ເມືອງໂຂງ ແຂວງຈຳປາສັກ ມີແຮງງານກັບມາຈາກຕ່າງປະເທດ 3 ພັນກວ່າຄົນ ແລະ ໄດ້ກຳນົດ 70 ສູນ ໄວ້ກັກແຮງງານທີ່ມາຈາກຕ່າງປະເທດມາຮອດປັດຈຸບັນກັບເຮືອນແລ້ວ 3 ພັນກວ່າຄົນ ຫຼັງຄົບກຳນົດ.

ທ່ານ ຄຳສຸກ ຈັນທະວົງ ຮອງເຈົ້າເມືອງໂຂງ ເປີດເຜີຍໃນວັນທີ 6 ພຶດສະພາ ວ່າ: ນັບແຕ່ລັດຖະບານ ສປປ ລາວ ໄດ້ຍົກລະດັບການເຝົ້າລະວັງເຊື້ອພະຍາດໂຄວິດ – 19 ຂຶ້ນສູ່ລະດັບໃໝ່ ໂດຍສະເພາະນັບແຕ່ວັນທີ 1 – 19 ເມສາ ເມືອງກໍໄດ້ຮັບນິຕິກຳຕ່າງໆຈາກສູນກາງ ແລະ ແຂວງ ກໍໄດ້ຈັດຕັ້ງຜັນຂະຫຍາຍອອກເປັນນິຕິກຳຂອງເມືອງແລ້ວສົ່ງໃຫ້ບັນດາຫ້ອງການ, ກົມກອງ, ກຸ່ມບ້ານ ແລະ ບ້ານ ນຳໄປຈັດຕັ້ງປະຕິບັດເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໃນທົ່ວສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມນັ້ນ, ກໍໄດ້ນຳໃຊ້ສື່ສານມວນຊົນພາຍໃນເມືອງທີ່ມີ ກໍຄືສະຖານີວິທະຍຸ, ໂທລະພາບ ແລະ ໂທລະໂຄ່ງແຕ່ລະບ້ານ, ລົດຕິດຕັ້ງເຄື່ອງສຽງແລ້ວປະກາດໄປຕາມຖະໜົນ ໃນການຜັນຂະຫຍາຍນິຕິກຳຕ່າງໆຂອງເມືອງເພື່ອໃຫ້ເຂົ້າເຖິງປະຊາຊົນທຸກຊັ້ນຄົນ.

ຈາກນັ້ນ, ແມ່ນໄດ້ກະກຽມສະຖານທີ່ຮອງຮັບການກວດກາ ແລະ ຕັ້ງສູນກັກກັນໃນກໍລະນີມີອາການສົງໄສຢູ່ຂັ້ນເມືອງ 1 ແຫ່ງ ໂດຍນຳໃຊ້ເຮືອນຮັບແຂກຂອງເມືອງ, ມີ 5 ຫ້ອງນອນ  ( 5 ຕຽງນອນ ), ກຳນົດໄວ້ 70 ສູນ ໂດຍນຳໃຊ້ໂຮງຮຽນ ມ.ຕົ້ນ ແລະ ໂຮງຮຽນ ມສ, ບາງກຸ່ມບ້ານກໍນຳໃຊ້ຖຽງນາ ແລະ ເຮືອນທີ່ບໍ່ມີຄົນພັກອາໄສເປັນສະຖານທີ່ກັກກັນ.

ຄະນະກຳມະການສະເພາະກິດເມືອງໂຂງ ແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ປັດຈຸບັນໄດ້ມີປະຊາຊົນທີ່ໄປອອກແຮງງານຢູ່ຕ່າງປະເທດທັງໝົດ 10.346 ຄົນ ( ຍິງ 5.584 ຄົນ ). ໃນນີ້, ໄດ້ມີແຮງງານຈຳນວນບໍ່ໜ້ອຍກັບມາຈາກການໄປອອກແຮງງານຢູ່ຕ່າງປະເທດ ພາຍຫຼັງທີ່ໄດ້ພົບກັບບັນຫາການລະບາດຂອງເຊື້ອພະຍາດໂຄວິດ – 19 ມີຈຳນວນແຮງງານທີ່ກັບຄືນມາ 3.271 ຄົນ ( ຍິງ 1.567 ຄົນ ) ແລະ ມີຜູ້ກັກກັນຕົນເອງຢູ່ເຮືອນ ( ແຍກດ່ຽວ ) ແລະ ຢູ່ສູນຄົບຕາມກຳນົດ 14 ວັນ ແລ້ວໄດ້ກັບເມືອເຮືອນມີຈຳນວນ 3.269 ຄົນ ( ຍິງ 1.566 ຄົນ ) ເຫຼືອພຽງ 2 ຄົນ ເປັນຍິງ 1 ຄົນ ທີ່ຍັງສືບຕໍ່ກັກກັນຕົນເອງ ຕາມຄຳສັ່ງເລກທີ 06/ນຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ອ້າຍນ້ອງໄຟຟ້າ ນະຄອນຫຼວງ ລຸຍໜັກ ກູ້ໄພເສົາໄຟລົ້ມ ທີ່ເມືອງຫາດຊາຍຟອງ ພວມຂຸ້ນຂ້ຽວເລັ່ງສ້ອມແປງຢ່າງຮີບດ່ວນ
Next Post: ລົມພາຍຸ ພັດເຂົ້າບ້ານນໍ້າແພດ ເມືອງໝື່ນ ແຂວງວຽງຈັນ ໄດ້ຮັບຄວາມເສຍຫາຍ

Related Posts

ປະຊາຊົນບ້ານປຸ່ງຜາ ກຸ່ມພັດທະນາຫົວນໍ້າຄາ, ເມືອງເມິງ ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ ຂ່າວສານບ້ານເມືອງ
ພົນເອກ ຈັນສະຫມອນ ຈັນຍາລາດ ເຄື່ອນໄຫວກວດກາ ແລະ ຊີ້ນໍາການຫ້າງຫາກະກຽມເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2 ຢູ່ແຂວງຫົວພັນ ຂ່າວສານບ້ານເມືອງ
ອັດຕະປື ເຊື່ອມຊຶມດຳລັດ ວ່າດ້ວຍການຄຸ້ມຄອງແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ຂ່າວສານບ້ານເມືອງ
ສາວໆຄວນຕິດໂຕກ່ອນອອກເດີນທາງ ເພື່ອຮັບມືກັບເຫດການສຸກເສີນ ຂ່າວສານບ້ານເມືອງ
ຕໍາແລ້ວໜີເຂດບ້ານຫ້ວຍຫົງ ຈົ່ງແຕ່ລໍ້ແມັກໄວ້ ຂ່າວສານບ້ານເມືອງ
ໂຮງຮຽນ 16 ແຫ່ງ ຢູ່ເມືອງເງິນ ໄດ້ຮັບປື້ມອ່ານເກືອບ 5.000 ຫົວ ຈາກໂຄງການ ດີບຸກບໍລິຈາກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme