Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສົ່ງ ສ.ພວງດອກຊ້ອນ ສູ່ສະຫວັນນະພາໄລແລ້ວ! ຜົນງານຂອງທ່ານຈະເປັນຕໍານານໃຫ້ລູກຫຼານຕະຫຼອດໄປ

Posted on 07/05/202008/05/2020 By All in LAOS No Comments on ສົ່ງ ສ.ພວງດອກຊ້ອນ ສູ່ສະຫວັນນະພາໄລແລ້ວ! ຜົນງານຂອງທ່ານຈະເປັນຕໍານານໃຫ້ລູກຫຼານຕະຫຼອດໄປ

ສະແດງຄວາມເສຍໃຈກັບຄອບຄົວ
ນັກປະພັນ ສ.ພວງດອກຊ້ອນ
ທ່ານພັນໂທ ສົມໃຈ ຈັນທະວົງ

ວັນທີ 7 ພຶດສະພາ 2020 ວົງການນັກປະພັນ ແລະວົງການສື່ມວນຊົນລາວ ໄດ້ສູນເສຍ ພັນໂທ ສົມໃຈ ຈັນທະວົງ (ຫລື ທີ່ຮູ້ຈັດໃນນາມປາກກາ ສ.ພວງດອກຊ້ອນ) ບຸກຄົນທີ່ມີຜົນງານຢ່າງຫຼວງຫຼາຍໄປຢ່າງບໍ່ມີວັນກັບຄືນມາ.

ທ່ານ ພັນໂທ ສົມໃຈ ຈັນທະວົງ ຫຼື ນາມປາກກາ ສ.ພວງດອກຊ້ອນປັດຈຸບັນເປັນ ຮອງຫົວໜ້າ ບັນນາທິການໃຫຍ່ ໜັງສືພິມ ກອງທັບປະຊາຊົນລາວ ມີຜົນງານການຈຽນການປະພັນມາຫຼາຍເລື່ອງ ທີ່ສັງຄົມໃຫ້ຄວາມສົນໃຈ ແລະ ໄດ້ຮັບລາງວັນ ຫຼື ນາມມະຍົດມາຫຼາກຫຼາຍແລ້ວ (ຂໍ້ມູນປີ2018) ລວມມີປຶ້ມໂຮມເລື່ອງສັ້ນ 2 ເຫຼັ້ມ, ເລື່ອງສັ້ນໂຮມກັບນັກຂຽນອື່ນໆ ຈຳນວນ 12 ເຫຼັ້ມ, ບົດກະວີໂຮມກັບນັກຂຽນອື່ນໆ 1 ເຫຼັ້ມ ເຊິ່ງຖ້າລວມຜົນງານການປະພັນມາຮອດປັດຈຸບັນ ຄື:

ປະພັນເລື່ອງສັ້ນໄດ້ 69 ເລື່ອງ, ບົດກະວີມີ 158 ກອນ ແລະ ນະວະນິຍາຍໄດ້ 1 ເລື່ອງ ເຊິ່ງລາງວັນ ຫຼື ນາມມະຍົດທີ່ໄດ້ຮັບໃນລະດັບຊາດ ມີ: ລາງວັນສິນໄຊ ປະເພດເລື່ອງສັ້ນ ປີ 2013, ລະດັບພາກພື້ນ – ສາກົນ ມີລາງວັນວັນນະກຳແມ່ນໍ້າຂອງ ປີ 2014, ສ່ວນພາຍໃນປະເທດແມ່ນໄດ້ຮັບລາງວັນຊະນະເລີດ ເລື່ອງສັ້ນ ແລະ ບົດບັນທຶກ 5 ຄັ້ງ ແລະ ລາງວັນອື່ນໆຫຼາຍກວ່າສິບລາງວັນທີ່ຈະໄດ້ຮັບໃນທ້າຍປີນີ້.

ປຶ້ມເລື່ອງສັ້ນ “ ແຫວນຄຳ ” ໄດ້ຮັບລາງວັນຊີໄຣ ໃນປີ2017 ແມ່ນມີຕົວລະຄອນຢູ່ 2 ຕົວລະຄອນ ຄື: ລຸງພິມ ແລະ ເມຍ ທີ່ອາໄສຢູ່ຊົນນະບົດເມືອງຊຳເໜືອ ແຂວງຫົວພັນ ເກັບແຫວນຄຳວົງໜຶ່ງທີ່ເຮ່ຍຢູ່ໄຮ່ຂອງເຂົາເຈົ້າໄດ້ ແລະ ຄິດວ່າເປັນຂອງນັກບິນອາເມຣິກາ ທີ່ຖືກຍິງຕົກໃນປາງສົງຄາມ, ລຸງພິມ ຕັດສິນໃຈນຳໄປສົ່ງທາງການຢູ່ວຽງຈັນ ເພື່ອຊ່ວຍສົ່ງໃຫ້ຄົນໃນຄອບຄົວເຈົ້າຂອງແຫວນ, ຄົນອາເມຣິກາ 3 ຄົນ.

ໃນນັ້ນ, ມີພໍ່ເຈົ້າຂອງແຫວນໄດ້ມາເຮັດພິທີຫາດວງວິນຍານເຈົ້າຂອງແຫວນທີ່ເຮ່ຍ ແລະ ກ່າວຂອບໃຈລຸງພິມ, ນັ້ນແມ່ນແຫວນຄຳຂອງ ນັກບິນ ອາເມຣິກາ ທີ່ຖືກກອງປ້ອງກັນອາກາດພວກເຮົາຍິງຕົກຢູ່ບໍລິເວນດັ່ງກ່າວ, ການຄົ້ນພົບແຫວນວົງນັ້ນໄດ້ເຮັດໃຫ້ພໍ່ຂອງນັກບິນຄົນນັ້ນ ເດີນທາງມາຊຳເໜືອ ແລະ ໄດ້ໄປເຮັດພິທີໄຫວ້ ແລະ ສົ່ງວິນຍານຂອງຜູ້ເປັນລູກຂຶ້ນສູ່ສະຫວັນ.

ພັນໂທ ສົມໃຈ ຈັນທະວົງ, ນາມປາກກາ ສ.ພວງດອກຊ້ອນ, ເກີດເມື່ອວັນທີ 27/07/1969 ທີ່ບ້ານເກີດ ສົບລ້ອງ ເມືອງຊຽງຄໍ້ ແຂວງຫົວພັນ.

ການສຶກສາ:  ປີ 1983-1986 ຮຽນສາມັນຢູ່ໂຮງຮຽນວັດທະນະທໍາກອງທັບວຽງໄຊ; ປີ 1986 ຮຽນຂ່າວສານຢູ່ນະຄອນຫຼວງວຽງຈັນ; ປີ 1989-1991 ຮຽນບໍາລຸງມັດທະຍົມປາຍ ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ; ປີ 2005-2007 ຮຽນທິດສະດີການເມືອງ-ການປົກຄອງຊັ້ນສູງຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ປີ 2009-2010ຮຽນເຊື່ອມຕໍ່ປະລິນຍາຕີຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ດ້ານວຽກງານ: ປີ 1986-1988 ເປັນນັກຂ່າວຢູ່ໂຮງຮຽນວັດທະນະທໍາກອງທັບວຽງໄຊ; ປີ 1988-1990 ເປັນນັກຂ່າວຢູ່ກົມໃຫຍ່ພະລາທິການກອງທັບ; ປີ 1990 ຮອດປັດຈຸບັນເປັນນັກຂ່າວ ແລະ ບັນນາທິການຢູ່ໜັງສືພິມກອງທັບປະຊາຊົນລາວ (ກະຊວງປ້ອງກັນປະເທດ). ກ່ອນເສຍຊີວິດເປັນຮອງຫົວໜ້າບັນນາທິການ ໜັງສືພິມກອງທັບປະຊາຊົນລາວ

Cr: ຊຸບຊິບບັນເທິງ

.

ຂ່າວສານບ້ານເມືອງ Tags:family, health, poem

Post navigation

Previous Post: ໜັກແທ້ໆ! ພະຍຸເຂົ້າເມືອງຫາດຊາຍຟອງ (ປະມວນພາບ) 7/5/2020
Next Post: ຊົມເຊີຍ! ອ້າຍນ້ອງໄຟຟ້າ ນະຄອນຫຼວງ ລຸຍໜັກ ກູ້ໄພເສົາໄຟລົ້ມ ທີ່ເມືອງຫາດຊາຍຟອງ ຂ້ອນພາຍຸລະດູຮ້ອນ

Related Posts

ຊົມເຊີຍ ເ ຈົ້ າ ໜ້ າ ທີ່ ຈັບໄດ້ແລ້ວ! ໂ ຈ ນ ປຸ້ ນ ຊິ ງ ຊັ ບ ຂ່າວສານບ້ານເມືອງ
ຂົວນ້ຳລີກ ບ້ານໂພງທ່ຽງ ເມືອງກາສີ ຫັກແລ້ວຍ້ອນລົດບັນທຸກໜັກ ຂ່າວສານບ້ານເມືອງ
ຈະໃຫ້ຈໍາກັດບໍລິເວນຢູ່ເຮືອນຊົ່ວຄາວຫາກໂຮງໝໍບໍ່ພຽງພໍ ຂ່າວສານບ້ານເມືອງ
ປີ້ນອີກແລ້ວທາງພູ 9 ຫລັກເຈັບ 2 ຄົນ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ກຽມຮັບມືຝົນຕົກ ລົມພັດແຮງ​ ໄລຍະວັນທີ 19 ຫາ 25 ເມສານີ້ ຂ່າວສານບ້ານເມືອງ
ນໍ້ານອງຖ້ວມແກ້ງຫວດ ເມືອງຄົງເຊໂດນ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme