Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານກຽມອະນຸມັດງົບສຸກເສີນອີກ 23 ຕື້ກວ່າກີບ ຕ້ານໂຄວິດ-19

Posted on 07/05/202007/05/2020 By All in LAOS No Comments on ລັດຖະບານກຽມອະນຸມັດງົບສຸກເສີນອີກ 23 ຕື້ກວ່າກີບ ຕ້ານໂຄວິດ-19

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດຄວບຄຸມໂຄວິດ-19 ວັນທີ 6 ພຶດສະພາ 2020 ຜ່ານມາວ່າ: ລັດຖະບານໄດ້ອະນຸມັດງົບສຸກເສີນແລ້ວ 2 ຄັ້ງ ຈຳນວນ 30 ຕື້ກີບ ແລະ ກຽມອະນຸມັດ ຄັ້ງທີ 3 ອີກ ຈຳນວນ 23 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19.

ສ່ວນການຊ່ວຍເຫຼືອຈາກປະເທດຕ່າງໆ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ບຸກຄົນ ນັບແຕ່ວັນທີ 19 ກຸມພາ ເຖິງ 6 ພຶດສະພາ 2020 ເປັນເງິນສົດ 11 ຕື້ກວ່າກີບ, 487.892 ໂດລາ ແລະ 2,5 ລ້ານກວ່າບາດ. ສ່ວນການຊ່ວຍເຫຼືອທີ່ເປັນອຸປະກອນ ມີທັງໝົດ 73 ພາກສ່ວນ ມີມູນຄ່າປະມານ 33,6 ຕື້ກວ່າກີບ ກັບ 2,08 ລ້ານກວ່າໂດລາ.

ນັບແຕ່ເດືອນກຸມພາ ຮອດວັນທີ 6 ພຶດສະພາ 2020 ໄດ້ມີການແຈກຢາຍ, ມອບເຄື່ອງ ແລະ ອຸປະກອນການແພດຕ່າງໆທີ່ໄດ້ຈາກບ້ວງລັດຖະບານຈັດຊື້ ແລະ ຈາກການຊ່ວຍເຫຼືອຂອງສັງຄົມ ໄປໃຫ້ບັນດາໂຮງໝໍໃຫຍ່ຂັ້ນສູນກາງ, ໃຫ້ພະແນກສາທາລະນະສຸກບັນດາແຂວງ ເພື່ອແຈກຢາຍໃຫ້ໂຮງໝໍເມືອງ-ສຸກສາລາ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ, ບັນດາດ່ານສາກົນ, ກະຊວງ ແລະ ພາກສ່ວນຕ່າງໆ.

ສ່ວນວັດຖຸອຸປະກອນ ແລະ ເຄື່ອງມືທາງການແພດທີ່ຈະຈັດຊື້ຮີບດ່ວນ ແມ່ນເຄື່ອງຕິດຕາມອາການຄົນເຈັບ 23 ຊຸດ, ເຄື່ອງຊ່ວຍຫຼາຍໃຈ 14 ຊຸດ, ລົດຮັບ- ສົ່ງຄົນເຈັບ 10 ຄັນ, ຊຸດອາວະກາດ ( PPE), ໜ້າກາກອະນາໄມສຳລັບການແພດ, ເຈລລ້າງມື ເຊິ່ງຄາດວ່າຈະໃຊ້ງົບຫຼາຍກວ່າ 33 ຕື້ກີບ.

ທີ່ມາ: ກະຊວງການເງິນ

ຂ່າວສານບ້ານເມືອງ

Post navigation

Previous Post: ສຸດເສົ້າ! ຄົນໂດດຕຶກເສຍຊິວິດ ພ້ອມຈົດໝາຍລາຕາຍ ຄຽດບັນຫາສຸຂະພາບ
Next Post: ເຕືອນໄພ! ອັດຕະປື ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 90 ກໍລະນີ

Related Posts

ເລືອກ ທ່ານ ທອງຕື ເກຍສະບົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກເມືອງ ເຈົ້າເມືອງໆສຳພັນຄົນໃໝ່ ຂ່າວສານບ້ານເມືອງ
ຊີວິດປະຈໍາວັນ! ວ່າເລື່ອງ “ກາຕົ້ມນຳ້ຮ້ອນ” ຫາກຕົ້ມແລ້ວຕົ້ມອີກ ໂດຍບໍ່ປ່ຽນນຳ້ ເປັນອັນຕະລາຍຕໍ່ຊີວິດ ກົດອ່ານເບິ່ງ ຂ່າວສານບ້ານເມືອງ
ແຈ້ງການ: ການນໍາໃຊ້ໃບເກັບເງິນຂອງຄັງເງິນແຫ່ງຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ຂ່າວສານບ້ານເມືອງ
ເຈັບສາຫັດ 1 ຄົນອາລະວາດຕີກັນຢູ່ຊັງຈ່ຽງ ຂ່າວສານບ້ານເມືອງ
ຝຶກອົບຮົມວິທີປ້ອງກັນການລະບາດພະຍາດໂຄວິດໃຫ້ຊຸມຊົນ ຂ່າວສານບ້ານເມືອງ
ສະຫຼົດໃຈ! ເມົາແລ້ວລົງຫຼິ້ນນໍ້າ ຈົມນໍ້າດັບ ທີ່ຕາດຈຳປີ ເມືອງປາກຊ່ອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme