Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊັ້ນ ປ5, ມ4 ແລະ ມ7 ຈະເລີ່ມສອບເສັງເດືອນກໍລະກົດ

Posted on 07/05/202007/05/2020 By News No Comments on ຊັ້ນ ປ5, ມ4 ແລະ ມ7 ຈະເລີ່ມສອບເສັງເດືອນກໍລະກົດ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດວັນທີ 13-17 ເດືອນກໍລະກົດ ສອບເສັງຈົບຊັ້ນປະ ຖົມສຶກສາ ປີທີ 5, ວັນທີ 22-24 ເດືອນກໍລະກົດ ສອບເສັງຈົບຊັ້ນມັດທະຍົມສຶກສາ ປີທີ 4 ແລະ ປີທີ 7 ໃນວັນທີ 29-31 ເດືອນກໍລະກົດ 2020, ເຊິ່ງການຮຽນ-ການສອນ ຂອງໂຮງຮຽນສາມັນສຶກສາ ໃນທົ່ວປະເທດ ຂອງຊັ້ນຮຽນດັ່ງກ່າວຈະເລີ່ມ ເປີດວັນທີ 18 ພຶດສະພາ 2020 ເປັນຕົ້ນໄປ.

ຊັ້ນ ປ5, ມ4 ແລະ ມ7 ຈະເລີ່ມສອບເສັງ ເດືອນກໍລະກົດ

ອີງຕາມການອອກຄຳແນະນຳ ເລກທີ 391/ສມ ນະຄອນຫຼວງວຽງຈັນ, ໃນວັນທີ 5 ພຶດສະພາ 2020 ຂອງກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລະບຸບາງຕອນວ່າ: ຫ້ອງຮຽນທີ່ມີນັກຮຽນຫຼາຍກວ່າ 30 ຄົນຂຶ້ນໄປ ໃຫ້ແຍກອອກເປັນ 2 ຫາ 3 ຫ້ອງ, ຈັດບ່ອນນັ່ງໃຫ້ຫ່າງກັນ 1 ແມັດ, ສັບຊ້ອນຄູສອນໃຫ້ພຽງພໍ ແລະ ຄົບຖ້ວນຕາມຫ້ອງຮຽນ.

Let's listen to students to improve education in Lao PDR

ສຳລັບ ໂຮງຮຽນທີ່ມີຫໍພັກນັກຮຽນ ຕ້ອງແຍກຫ້ອງນອນເປັນຫຼາຍຫ້ອງ ເພຶ່ອຮັບປະກັນໃຫ້ບ່ອນນອນຫ່າງກັນ1 ແມັດຂຶ້ນໄປ. ກໍລະນີ ຄູ-ອາຈານ ນັກຮຽນມີອາການໄອ, ຈາມ, ອຸນຫະພູມສູງກວ່າ 37,5 ໃຫ້ແຍກ ປ່ຽວຜູ້ກ່ຽວຢູ່ຫ້ອງຕ່າງຫາກ. ພ້ອມກັນນັ້ນ ສືບຕໍ່ໂຄສະນາ, ເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ, ເລິກເຊິ່ງຫຼາຍຮູບແບບ ແລະ ວິທີການ ເພື່ອໃຫ້ຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ, ນັກຮຽນ ເຫັນໄດ້ຄວາມອັນຕະລາຍຂອງພະຍາດໂຄວິດ-19.

What is the level of literacy and numeracy of grade 3 students in ...

ໃນນັ້ນ ໃຫ້ປຸກລະດົມນັກຮຽນ, ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ສັງຄົມໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອໝັ້ນຕໍ່ກັບວິທີປ້ອງກັນ, ຄວບຄຸມ, ຫຼີກເວັ້ນຄວາມສ່ຽງໃນການຕິດເຊື້ອ ພະຍາດ, ບໍ່ຢ້ານກົວຕໍ່ສະຖານທີ່ຮຽນ, ໂຮງຮຽນ ແລະ ໃຫ້ຄວາມຮ່ວມມື ສົ່ງລູກຫຼານມາຮຽນ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ 

ຂ່າວສານບ້ານເມືອງ

Post navigation

Previous Post: ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ
Next Post: ຂ່າວດ່ວນ! ມີຄົນປ່ວຍກະໂດດຕຶກຕາຍ ຢູ່ໂຮງໝໍ 103

Related Posts

ນັກທຸລະກິດຊາວຫວຽດນາມ ໃນຈຳນວນ 17 ຄົນ ທີ່ຖືກກັກບໍລິເວນຄົບຈຳນວນ 14 ວັນ ຂ່າວສານບ້ານເມືອງ
ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ ຂ່າວສານບ້ານເມືອງ
ກອງພັນ 432 ຕີພິເສດ ທະຫານແຂວງວຽງຈັນ ສຳເລັດການຊ້ອມ ຮົ ບ ຢູ່ເທິງແຜນທີ່ ແລະ ພູມີປະເທດຕົວຈິງ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຂ່າວສານບ້ານເມືອງ
ອົງການອາຫານໂລກ ມອບສາງເຄື່ອນທີ່ 4 ຊຸດ ໃຫ້ກະຊວງ ຮສສ ນຳໃຊ້ກໍລະນີເກີດໄພພິບັດ ມູນຄ່າ 542 ລ້ານກວ່າກີບ ຂ່າວສານບ້ານເມືອງ
ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ນະຄອນຫລວງວຽງຈັນ ວາງແຜນປູກຕົ້ນໄມ້ໃຫ້ໄດ້ 400 ກວ່າເຮັກຕາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme