Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ

Posted on 07/05/202007/05/2020 By All in LAOS No Comments on ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ

ໃນຄືນວັນທີ 06 ພຶດສະພາ 2020, ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ພົບເຫັນບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຈໍານວນໜື່ງໄດ້ເປີດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການເປັນຈໍານວນຫຼາຍ ເກີນ 10 ຄົນຂຶ້ນໄປ ແລະ ບໍ່ມີການຮັກສາໄລຍະຫ່າງ 1 ແມັດ ເຊິ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 06/ນຍ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020.

ຕໍ່ກັບບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ດັ່ງກ່າວທາງເຈົ້າໜ້າທີ່ກໍ່ໄດ້ ສຶກສາອົບກ່າວເຕືອນ ແລະ ເຮັດບົດບັນທຶກ ພ້ອມທັງອະທິບາຍໃຫ້ບັນດາເຈົ້າຂອງຮ້ານເຂົ້າໃຈກ່ຽວກັບການເປີດຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີມີປະຊາຊົນເຕົ້າໂຮມກັນເປັນຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.

ຂ່າວສານບ້ານເມືອງ

Post navigation

Previous Post: ບັນຫານັກສຶກສາລາວ ລັກໜີອອກຈາກຫໍພັກ 3 ສະຖາບັນ ຢູ່ແຂວງ ຮ່າຕິ້ງຂອງຫວຽດນາມ ຍັງບໍ່ຊັດເຈນ
Next Post: ເດືອນ 5-6 ກຽມຮັບມືຟ້າຝົນ ສ່ວນເດືອນ 7 ອາດພົບ ໄພແລ້ງ! ອຸຕຸແຈ້ງເຕືອນ

Related Posts

ເມືອງລະຄອນເພັງສໍາເລັດການສະເຫຼີມສະຫຼອງວັນຊາດທີ2ທັນວາຄົບຮອບ45ປີ ຂ່າວສານບ້ານເມືອງ
ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ ຂ່າວສານບ້ານເມືອງ
ອັບເດດສະຖານະການ! ນໍ້າຊອງ ໄຫຼແຮງ ແລະ ຂຶ້ນສູງ ເມືອງວັງວຽງ ຂ່າວສານບ້ານເມືອງ
ສຸມໃສ່ 6 ຂົງເຂດວຽກງານ ເພື່ອຮັບປະກັນວຽກງານ ປກສ ນວ ໃຫ້ດີຂຶ້ນກວ່າເກົ່າ ຂ່າວສານບ້ານເມືອງ
ບົດເພງຫວານ ”ຄົນທີ່ເຄີຍຮັກ” ໂດຍ ນ້ອງແພ ສາວວາປີ ຂ່າວສານບ້ານເມືອງ
ເກີດເຫດ ໄຟໄຫມ້ເຮືອນ ເສຍຫາຍ 1 ຫລັງຢູ່ບ້ານ ຈອມມະນີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme