Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ

Posted on 07/05/202007/05/2020 By All in LAOS No Comments on ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ

ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ

ໃນຄືນວັນທີ 06 ພຶດສະພາ 2020, ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ພົບເຫັນບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຈໍານວນໜື່ງໄດ້ເປີດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການເປັນຈໍານວນຫຼາຍ ເກີນ 10 ຄົນຂຶ້ນໄປ ແລະ ບໍ່ມີການຮັກສາໄລຍະຫ່າງ 1 ແມັດ ເຊິ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 06/ນຍ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020.

ຕໍ່ກັບບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ດັ່ງກ່າວທາງເຈົ້າໜ້າທີ່ກໍ່ໄດ້ ສຶກສາອົບກ່າວເຕືອນ ແລະ ເຮັດບົດບັນທຶກ ພ້ອມທັງອະທິບາຍໃຫ້ບັນດາເຈົ້າຂອງຮ້ານເຂົ້າໃຈກ່ຽວກັບການເປີດຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີມີປະຊາຊົນເຕົ້າໂຮມກັນເປັນຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.

ຂ່າວສານບ້ານເມືອງ

Post navigation

Previous Post: ເດືອນ 5-6 ກຽມຮັບມືຟ້າຝົນ ສ່ວນເດືອນ 7 ອາດພົບ ໄພແລ້ງ! ອຸຕຸແຈ້ງເຕືອນ
Next Post: ຊັ້ນ ປ5, ມ4 ແລະ ມ7 ຈະເລີ່ມສອບເສັງເດືອນກໍລະກົດ

Related Posts

ຈັບມາລົງໂທດ! ຝ່າຝືນຄໍາສັ່ງ ຫ້າມເປີດຮ້ານອິນເຕີເນັດ ຮ້ານເກມ! ຊົມເຊີຍເຈົ້າໜ້າທີ່ ຂ່າວສານບ້ານເມືອງ
ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມຂອງສະພາແຫ່ງຊາດພົບປະຢ້ຽມຢາມເຈົ້າແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ອຸຕຸເຕືອນໄລຍະ 18 ຫາ 21 ກຸມພານີ້ອາກາດຈະໜາວເຢັນລົງ1 ຫາ 2 ອົງສາ ຂ່າວສານບ້ານເມືອງ
ສສຊ ແລະ ສສຂ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ລົງເຄື່ອນໄຫວໂຄສະນາຫາສຽງ ຂ່າວສານບ້ານເມືອງ
ເຜີຍແຜ່ຂໍ້ມູນຂ່າວສານຕ້ານພະຍາດໂຄວິດ-19 ໃຫ້ ພຣະສົງ ແລະ ປະຊາຊົນທີ່ຢູ່ໃກ້ວັດບໍ່ໃຫ້ຢ້ານຈົນເກີນເຫດ (ແຕກຕື່ນ) ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 23ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme