Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບັນຫານັກສຶກສາລາວ ລັກໜີອອກຈາກຫໍພັກ 3 ສະຖາບັນ ຢູ່ແຂວງ ຮ່າຕິ້ງຂອງຫວຽດນາມ ຍັງບໍ່ຊັດເຈນ

Posted on 06/05/202006/05/2020 By All in LAOS No Comments on ບັນຫານັກສຶກສາລາວ ລັກໜີອອກຈາກຫໍພັກ 3 ສະຖາບັນ ຢູ່ແຂວງ ຮ່າຕິ້ງຂອງຫວຽດນາມ ຍັງບໍ່ຊັດເຈນ

ກະຊວງ ສຶກສາທິການ ແລະ ກິລາ ຍັງບໍ່ທັນໄດ້ຮັບຂໍ້ມູນລະອຽດຈາກບັນດາແຂວງທີ່ກ່ຽວຂ້ອງກັບນັກສຶກສາລາວ ທີ່ລັກໜີອອກຈາກຫໍພັກ 3 ສະຖາບັນການສຶກສາຢູ່ແຂວງ ຮ່າຕິ້ງຂອງຫວຽດນາມ ເພື່ອກັບຄືນມາລາວໃນຕົ້ນເດືອນເມສາ 2020 ຜ່ານມາ. ຂະນະທີ່ບັນດາສະຖາບັນການສຶກສາຂອງຫວຽດນາມກຳລັງເລີ່ມເປີດການສຶກສາຄືນໃໝ່ ແລະ ຂໍໃຫ້ນັກສຶກສາລາວທີ່ສຶກສາຢູ່ຫວຽດນາມກັບຄືນໄປສຶກສາໄດ້ແລ້ວ.

ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນຢູ່ກະຊວງ ສາທາລະນະສຸກໃນວັນທີ 5 ພຶດສະພານີ້ ວ່າ: ອີງຕາມຫນັງສືແຈ້ງການຈາກພະແນກການພົວພັນຕ່າງປະເທດຂອງແຂວງຮ່າຕິ້ງ ສະບັບເລກທີ 238/SNgV-LSBG, ລົງວັນທີ 07/04/2020 ແລະ ຫນັງສືລາຍງານຈາກສະຖານກົງສູນໃຫຍ່ລາວ ປະຈໍານະຄອນດານັງຂອງຫວຽດນາມ ສະບັບເລກທີ 1 36/ກສ.ດນ, ລົງວັນທີ 08 ເມສາ 2020 ໃຫ້ຮູ້ວ່າ ມີນັກສຶກສາລາວ ຈໍານວນ 151 ຄົນ ລັກອອກຈາກຫໍພັກ 3 ສະຖາບັນການສຶກສາຢູ່ແຂວງ ຮ່າຕິ້ງ.

ເມື່ອໄດ້ຮັບຂ່າວດັ່ງກ່າວ ກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງຂ່າວຮ່ວມກັບຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 9 ເມສາ 2020, ຈາກນັ້ນຕໍ່ມາໃນວັນທີ 10 ເມສາ 2020 ໜັງສືພິມຂອງແຂວງ ຮ່າຕິ້ງ ໄດ້ລາຍງານຂ່າວວ່າ: ນັກສຶກສາລາວທີ່ໜີອອກຈາກຫໍພັກມີ 2 ຄົນໄດ້ກັບຄືນສະຖາບັນການສຶກສາຂອງຕົນ ເຮັດໃຫ້ມີແຕ່ 149 ຄົນທີ່ກັບຄືນມາລາວ.

ຫລັງຈາກນັ້ນ ກະຊວງ ສຶກສາທິການ ແລະ ກິລາ ໄດ້ແຈ້ງການໃຫ້ພະແນກສຶກສາທິການ ແລະ ກິລາບັນດາແຂວງທີ່ກ່ຽວຂ້ອງຕິດຕາມເກັບກໍາຂໍ້ມູນສ່ວນບຸກຄົນຂອງນັກສຶກສາພາຍໃນແຂວງຂອງຕົນທີ່ລັກໜີມາຈາກສະຖານບັນການສຶກສາໃນແຂວງ ຮ່າຕິ້ງຂອງຫວຽດນາມ ໃນຄັ້ງນີ້ ເປັນຕົ້ນ: ຊື່ ແລະ ນາມສະກຸນ, ທີ່ຢູ່ປັດຈຸບັນ, ວັນດືອນປີທີ່ຈະກັບຄືນໄປຮຽນຕໍ່ ແລະ ອື່ນຯ ໂດຍໄດ້ແຈ້ງໄປ 2 ຄັ້ງແລ້ວ ແຕ່ຍັງບໍ່ທັນໄດ້ຮັບຄໍາຕອບໃດເທື່ອ. ສ່ວນຂ່າວລືທີ່ວ່າ ນັກສຶກສາບໍ່ກ້າໃຫ້ຂໍ້ມູນກັບຂະແໜງການທີ່ກ່ຽວຂ້ອງຍ້ອນຢ້ານວ່າລັດຖະບານຫວຽດນາມຈະເອົາຄວາມຜິດແມ່ນບໍ່ເປັນຄວາມຈິງແຕ່ຢ່າງໃດ.

ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ ກະຊວງ ສຶກສາທິການ ແລະ ກິລາ ໄດ້ຮັບໜັງສືຈາກທູດວັດທະນະທໍາລາວປະຈໍານະຄອນຫລວງຮ່າໂນ່ຍຂອງຫວຽດນາມ ວ່າ: ບັນດາສະຖາບັນການສຶກສາຂອງຫວຽດນາມເລີ່ມເປີດການຮຽນໃໝ່ແລ້ວ ແລະ ຂໍໃຫ້ນັກສຶກສາລາວທີ່ເດີນທາງກັບປະເທດກັບຄືນໄປສຶກສາໄດ້ແລ້ວ.

ສໍາລັບ 3 ສະຖານການສຶກສາຂອງແຂວງ ຮ່າຕິ້ງຄັ້ງນີ້ ທີ່ນັກສຶກສາລາວລັກໜີອອກຈາກຫໍພັກ ລວມມີ: ມະຫາວິທະຍາໄລຮ່າຕິ້ງຈໍານວນ 70 ຄົນ, ວິທະຍາໄລການແພດຮ່າຕິ້ງ ຈໍານວນ 53 ຄົນ ແລະ ວິທະຍາໄລເຕັກນິກ ຫວຽດ-ເຢຍລະມັນ ຈໍານວນ 28 ຄົນ, ໃນນີ້ເປັນນັກສຶກສາ: ແຂວງ ຄຳມ່ວນ 52 ຄົນ, ຊຽງຂວາງ 26 ຄົນ, ນະຄອນ ຫຼວງ 18 ຄົນ, ຈຳປາສັກ 12 ຄົນ, ສະຫວັນນະເຂດ 10 ຄົນ, ວຽງຈັນ 10 ຄົນ, ໄຊສົມບູນ 9 ຄົນ, ບໍລິຄຳໄຊ 3 ຄົນ, ສາລະວັນ 3 ຄົນ, ໄຊຍະບູລິ 2 ຄົນ, ຜົ້ງສາລີ 2 ຄົນ, ຫົວພັນ 2 ຄົນ, ອັດຕະປື 1 ຄົນ ແລະ ຫຼວງພະບາງ 1 ຄົນ.

ຂ່າວໂດຍ: ມົດແດງນ້ອຍ ວິທະຍຸ ກະຈາຍສຽງແຫ່ງຊາດ

ຂ່າວສານບ້ານເມືອງ

Post navigation

Previous Post: ມະຫາເສດຖີ Elon Musk ໄດ້ລູກຊາຍ ຕັ້ງຊື່ແບບປິດສະໜາວ່າ X Æ A-12
Next Post: ສຶກສາອົບຮົມ ເຮັດບົດບັນທຶກກັບບັນດາຮ້ານ ທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ

Related Posts

ກັກໂຕຍົກແກ້ງປະກອບອາຊີບຄ້າ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ເກງເສຍຫຼັກຕໍາເສົາໄຟຟ້າທີ່ທ່າແຂກກາງເດິກ ຂ່າວສານບ້ານເມືອງ
ລັດຖະບານໄດ້ຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ. ຂ່າວສານບ້ານເມືອງ
ເກີດເຫດລົດໃຫຍ່ເສຍຫຼັກປີ້ນຢູ່ເຂດບ້ານໂພສີແກ້ວ ຂ່າວສານບ້ານເມືອງ
ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ ຂ່າວສານບ້ານເມືອງ
ລ່າສຸດ ບໍລິສັດ ທາງດ່ວນ ລາວ-ຈີນ ຊີ້ແຈງແລ້ວ ກັບເຫດການລັດ ຍິ ງ ລົດ ຢູ່ເຂດອຸໂມງ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme