Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕ້ອນຮັບ ແຮງງານລາວ 103 ຄົນ ທີ່ມາຈາກປະເທດສຸມສ່ຽງ ເຂົ້າສູນກັ່ນຕອງ ຫຼັກ 27 ນະຄອນຫຼວງວຽງຈັນ

Posted on 05/05/202005/05/2020 By News No Comments on ຕ້ອນຮັບ ແຮງງານລາວ 103 ຄົນ ທີ່ມາຈາກປະເທດສຸມສ່ຽງ ເຂົ້າສູນກັ່ນຕອງ ຫຼັກ 27 ນະຄອນຫຼວງວຽງຈັນ

ປກສ ນະຄອນຫຼວງວຽງຈັນ: ໃນວັນທີ 04 ພຶດສະພາ 2020 ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ນຳລົດ CA 2 ຄັນລົດ ໄປຮັບຕ້ອນແຮງງານລາວທີ່ເດີນທາງມາແຕ່ປະເທດທີ່ມີຄວາມສ່ຽງ ມີທັງໝົດ 103 ຄົນ, ຍິງ 44 ຄົນ ເພື່ອນໍາສົ່ງເຂົ້າສູນກັ່ນຕອງຢູ່ຫຼັກ 27, ເພື່ອໄຈ້ແຍກບຸກຄົນທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19

Image may contain: 1 person
ປກສ ນະຄອນຫຼວງວຽງຈັນ

ໃນກໍລະນີເບື້ອງຕົ້ນຖ້າກວດກາພົບອາການທີ່ຕິດຊື້ອແມ່ນຈະຖືກນຳສົ່ງໄປໂຮງຫມໍທັນທີ, ຖ້າບໍ່ພົບເຊື້ອແມ່ນຈະໃຫ້ພັກອາໃສຢູ່ໃນສູນກັ່ນຕອງ ຫຼັກ 27 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເພື່ອຕິດຕາມກວດຫາເຊື້ອພະຍາດຈົນຄົບ 14 ວັນ, ຖ້າບໍ່ມີອາການແມ່ນໃຫ້ກັບໄປກັກກັນຕົນເອງຢູ່ບ້ານຕື່ມອີກ 14 ວັນ.

Image may contain: one or more people, outdoor and text
ປກສ ນະຄອນຫຼວງວຽງຈັນ

ຕໍ່ກັບບັນຫາຂອງເຊື້ອພະຍາດໂຄວິດ-19 ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຂໍຄວາມຮ່ວມມືນໍາປະຊາຊົນລາວ ທີ່ເດີນທາງມາແຕ່ປະເທດທີ່ມີຄວາມສ່ຽງ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ທຸກພາກສ່ວນຢ່າງເຄັງຄັດ; ທັງນີ້ກໍ່ເພື່ອບໍ່ໃຫ້ມີການລະບາດ ແລະ ມີຜູ້ຕິດເຊື້ອພະຍາດເພີ່ມ ຫຼື ແຜ່ລະບາດອອກເປັນວົງກວ້າງ ເພື່ອເຮັດໃຫ້ຄົນໃນສັງຄົມລາວໄດ້ກັບມາໃຊ້ຊີວິດຢ່າງເປັນປົກກະຕິໂດຍໄວ.

Image may contain: one or more people, people sitting and outdoor
ປກສ ນະຄອນຫຼວງວຽງຈັນ
ຂ່າວສານບ້ານເມືອງ

Post navigation

Previous Post: ຮຽນຮູ້ ແລະ ປະຕິບັດວິຊາ 10 ຂໍ້ ເພື່ອໃຫ້ລວຍກ່ອນອາຍຸ 30
Next Post: ມາດຕະການຜ່ອນຜັນ ສໍາລັບ ການເປີດຮ້ານຕ່າງໆ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 169ຄົນ ຂ່າວສານບ້ານເມືອງ
ໄພທໍາມະຊາດທີ່ເມືອງສະໝ້ວຍ ເຮັດໃຫ້ທາງຂາດ ຂ່າວສານບ້ານເມືອງ
ເກີດເຫດ! ຄົນຈົມນໍ້າ ເ ສ ຍ ຊີ ວ ິດ ທີ່ຄອງນ້ຳບຶງທາດຫລວງ ຂ່າວສານບ້ານເມືອງ
ຊົມເຊີຍຢ່າງສຸດໃຈ! ຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງ 19 ຄົນອອກໂຮງໝໍໝົດແລ້ວ! ຂ່າວສານບ້ານເມືອງ
ທ້າວ ສົມຄິດ ສິມພະວົງ ຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກພາຍຫລັງກະທໍາຜິດຕໍ່ສະຖານທີ່ແຫ່ງນີ້ ຂ່າວສານບ້ານເມືອງ
ການຜະລິດເຂົ້ານາປີ ຊາວກະສິກອນເມືອງໄຊພູທອງ ບໍ່ໄດ້ຕາມແຜນປະຕິບັດໄດ້ພຽງ 91 % ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme