Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຶກສາອົບຮົມໄວລຸ້ນ 6 ຄົນຂີ່ລົດກວນເມືອງ ຫາກຍັງສືບຕໍ່ເຮັດຜິດ ຈະຖືກດຳເນີນຄະດີ ໂດຍບໍ່ມີຂໍ້ຍົກເວັ້ນ

Posted on 03/05/202003/05/2020 By All in LAOS No Comments on ສຶກສາອົບຮົມໄວລຸ້ນ 6 ຄົນຂີ່ລົດກວນເມືອງ ຫາກຍັງສືບຕໍ່ເຮັດຜິດ ຈະຖືກດຳເນີນຄະດີ ໂດຍບໍ່ມີຂໍ້ຍົກເວັ້ນ

ວັນທີ 02 ພຶດສະພາຜ່ານມາ ເຈົ້າໜ້າທີ່ກຳລັງປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງຕ່າງໆ ພໍມາຮອດເສັ້ນທາງຕັດໃໝ່ບຶງທາດຫຼວງ ເມືອງໄຊເສດຖາ ພົບເຫັນກຸ່ມໄວລຸ້ນຈຳນວນ 6 ຄົນ ຂີ່ລົດຈັກກວນເມືອງ ສ້າງຄວາມເນື່ອງນັ້ນ ແລະ ເຮັດໃຫ້ສັງຄົມບໍ່ເປັນລະບຽບຮຽບຮ້ອຍ ໂດຍສະເພາະແມ່ນລະເມີດຕໍ່ຄຳສັ່ງເລກທີ 06/ນຍ, ເຈົ້າໜ້າທີ່ຈິ່ງໄດ້ນຳມາສຶກສາອົບຮົມ ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ ແລະ ມອບໃຫ້ຜູ້ປົກຄອງນຳໄປສຶກສາອົບຮົມ, ຖ້າຫາກພົບເຫັນພວກກ່ຽວກະທຳຜິດອີກ ແມ່ນຈະປະຕິບັດຕາມຂັ້ນຕອນລະບຽບກົດໝາຍ.

ກຸ່ມໄວລຸ້ນດັ່ງກ່າວມີ: ທ້າວ ແກ້ວວິໄຊ, ອາຍຸ 14 ປີ, ບ້ານໂພນພະເນົາ ເມືອງໄຊເສດຖາ; ທ້າວ ພອນປະເສີດ, ອາຍຸ 14 ປີ, ບ້ານສະພານທອງໃຕ້; ທ້າວ ນິຕິສອນ, ອາຍຸ 16 ປີ, ບ້ານສະພານທອງ ທັງ 2 ຢູ່ເມືອງສີສັດຕະນາກ; ທ້າວ ອັກຄະເດດ, ອາຍຸ 16 ປີ, ບ້ານນາໄຊ ເມືອງໄຊເສດຖາ; ທ້າວ ກິດສະນະ, ອາຍຸ 13 ປີ, ບ້ານນາຊາຍໃຕ້ ເມືອງນາຊາຍທອງ ແລະ ທ້າວ ນົບພະກອນ, ອາຍຸ 13 ປີ, ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ພວກກ່ຽວໄດ້ປະຕິຍານຕໍ່ເຈົ້າໜ້າທີ່ວ່າ: ຈະບໍ່ເຂົ້າຮ່ວມ ຫຼື ຂີ່ລົດກວນເມືອງອີກນັບແຕ່ມື້ນີ້ເປັນຕົ້ນໄປ, ຖ້າຫາກວ່າພວກກ່ຽວຍັງດື້ດ້ານຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບລົດອີກ ແມ່ນໃຫ້ເຈົ້າໜ້າທີ່ດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຍິນດີໃຫ້ຍຶດລົດເປັນຂອງລັດ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ອ່ານດ່ວນ! ຄຳແນະນຳສຳລັບຜູ້ປະກອບການໂຮງແຮມ ລີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ
Next Post: ແຈ້ງແນະນຳການໃຫ້ບໍລິການລົດໂດຍສານ ພາຍໃນນະຄອນຫຼວງ ແລະ ພາຍໃນແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດຂອງ ຄະນະສະເພາະກິດ!

Related Posts

ສະແດງຄວາມຮູ້ບຸນຄຸນ! ທ່ານ ພົນຈັດຕະວາ ອ່ອນຈັນ ເພັດສະລາດ ຜູ້ທີ່ຊ່ວຍແນວລາວຮັກຊາດໂ ຕ ນ ຄຸ ກ ໂພນເຄັງ ຂ່າວສານບ້ານເມືອງ
ລັດຖະບານຮຽກຮ້ອງໃຫ້ຜູ້ດໍາເນີນທຸລະກິດດ້ານການທ່ອງທ່ຽວເລື່ອນການຈັດທົ່ວທ່ຽວຢູ່ປະເທດທີ່ມີລາຍງານການລະບາດຂອງພະຍາດ COVID-19 ຂ່າວສານບ້ານເມືອງ
ກອງພັນໃຫຍ່ 497 ປະກາດເລື່ອນຊັ້ນເລື່ອນທຽບຊັ້ນໃຫ້ນາຍທະຫານ ຂ່າວສານບ້ານເມືອງ
ຄວາມສຸກຂອງເດັກນ້ອຍ ເມື່ອໄດ້ຮັບຂະໜົມ ແລະ ເຄື່ອງນຸ່ງ ຂ່າວສານບ້ານເມືອງ
ອຸຕຸເຕືອນ! 16 ຫາ 19 ກໍລະກົດ 2020 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ຂ່າວສານບ້ານເມືອງ
ຂໍສົ່ງກຳລັງໃຈ! ໃຫ້ເຈົ້າໜ້າທຸກທ່ານ ເຮົາສິຜ່ານວິກິດໂ ຄ ວິ ດ ຮ້າຍນີ້ໄປນໍາກັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme