Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຮັດຈັ່ງໃດ ໃຫ້ມີແຮງຈູງໃຈ ໄປອອກກໍາລັງກາຍ?

Posted on 03/05/202003/05/2020 By All in LAOS No Comments on ເຮັດຈັ່ງໃດ ໃຫ້ມີແຮງຈູງໃຈ ໄປອອກກໍາລັງກາຍ?
  1. ເລືອກວິທີອອກກຳລັງກາຍທີ່ມັກ

ຄວາມຈື່ຈຳເປັນຂໍ້ທຳອິດເພື່ອການອອກກຳລັງກາຍໃຫ້ເປັນນິໃສ ນັ້ນຄືການສ້າງແຮງບັນດານໃຈກ່ອນເລີຍ ແລະແຮງບັນດານໃຈເຫລົ່ານີ້ກໍ່ຈະມາຈາກການເລືອກຊະນິດ ຫລື ປະເພດຂອງການອອກກຳລັງກາຍເປັນສິ່ງທຳອິດ

  1. ປະກາດອອກໄປເລີຍ ວ່າເຮົາສິອອກກຳລັງກາຍໃຫ້ເປັນນິໃສ

ມຸນມອງຂອງຄົນອ້ອມຂ້າງເປັນສິ່ງສຳສັນ ທັງຄຳຊົມ ຄຳຕິ ມີສ່ວນຫລາຍ ຖ້າທ່ານເວົ້າໄປແລ້ວอອອກກຳລັງກາຍຈົນຕິດເປັນນິໃສແທ້ ບໍ່ວ່າຈະເປັນໝູ່ ຫລື ຄົນໃນຄອບຄົວຈະເຫັນວ່າທ່ານເຮັດແທ້ ຕາມທີ່ໂມ້ໄວ້ ແລະ ເບິ່ງທ່ານໃນແງ່ດີ ແຕ່ທາງກັບກັນ ຖ້າທ່ານບໍ່ເຮັດຕາມທີ່ຕັ້ງໃຈໄວ້ ສິ່ງທີ່ຈະເກີດຂຶ້ນຄືຄົນອື່ນຈະບໍ່ນັບຖືຕາມທີ່ທ່ານໂມ້ໄວ້

ພາບໂດຍ: TF Travel
  1. ເລີ່ມເຮັດທັນທີ

ຖ້າຕັ້ງໃຈຈະເຮັດແທ້ໆ ກໍ່ຕ້ອງເຮັດທັນທີ ຢ່າຖ້າແມ່ມື້ອື່ນກ່ອນ ເຮັດໃນຂະນະທີ່ໄຟແຮງ ກຳລັງຫ້າວ ຄວາມຕັ້ງໃຈສູງນີ້ແຫລະ ດີທີ່ສຸດ ຕັ້ງໃຈເຮັດຢ່າງຈິງຈັງເພື່ອຕ້ອງຈື່ໄວ້ວ່າການອອກກຳລັງກາຍໃຫ້ຕົນເອງບໍ່ມີໃຜຊ່ວຍໄດ້ ແລະ ເງິນກະຊື້ບໍ່ໄດ້

  1. ພະຍາຍາມອອກກຳລັງກາຍທຸກເຊົ້າ ແລະ ກ່ອນກັບເຮືອນ

ການອອກກຳລັງກາຍຕອນເຊົ້າ ເປັນເລື່ອງທີ່ລຳບາກໜ້ອຍໜຶ່ງ ແຕ່ຖ້າສາມາດເຮັດໄດ້ ນອນໃຫ້ໄວຂຶ້ນ ຕື່ນໃຫ້ເຊົ້າຂຶ້ນ ເພື່ອດຶງເອົາເວລາມາອອກກຳລັງກາຍໄດ້ຈັກໜ້ອຍຈະເປັນການດີທີ່ສຸດ ເພາະອອກກຳລັງກາຍຕອນເຊົ້າຈະເຮັດໃຫ້ທ່ານສົດຊື່ນຂຶ້ນ ແຖມອອກກຳລັງກາຍຕອນເຊົ້າຈະເຮັດໃຫ້ທ່ານມີພະລັງແຮງຫລາຍຂຶ້ນ ສ່ວນການແວ່ອອກກຳລັງກາຍກ່ອນກັບເຮືອນ ກໍ່ເປັນຕົວເລືອກສຳຮອງ ເພາະຖ້າທ່ານກັບຮອດເຮືອນແລ້ວ ຈິດໃຈທີ່ຈະອອກກຳລັງກາຍຫາໄດ້ຍາກເພາະຈະພັກຜ່ອນທັນທີ ຫລື ສັງສັນນຳໝູ່ ໜ້ອຍຄົນທີ່ຈະຍອມປ່ຽນເຄື່ອງມາອອກກຳລັງກາຍຢູ່ເຮືອນ

ພາບໂດຍ: TF Travel
  1. ຈົດສິ່ງຕ່າງໆ ທີ່ເຮັດຢູ່ ແລະ ຄວາມປ່ຽນເເປງຂອງຮ່າງກາຍ

ທຸກສິ່ງທຸກຢ່າງທີ່ເຮັດໃນທຸກມື້ກ່ຽວກັບການອອກກຳລັງກາຍ ຈົດໄວ້ໃຫ້ໝົດ ເພາະການຈົດບັນທຶກຕ່າງໆ ຈະຊ່ວຍໃຫ້ທ່ານຮູ້ເຖິງຄວາມສາມາດຂອງຕົນເອງ ແລະ ຍັງເປັນສິ່ງທ້າທາຍເຮັດໃຫ້ດີຂຶ້ນກວ່າເກົ່າ ຕໍ່ຈາກການຈົດແລ້ວກໍ່ຫັນມາສັງເກດສຸຂະພາບຕົນເອງ ເສື້ອຜ້າຫລົມບໍ່ ມີແຮງຂຶ້ນຫລາຍກວ່າເກົ່າບໍ່ຄົນອ້ອມຂ້າງ ໝູ່ໆທັກບໍ່ ໄປເຮັດຫຍັງມາຄືຟິດຂຶ້ນແທ້

  1. ຕັ້ງເປົ້າໝາຍໃຫ້ລາງວັນກັບຕົນເອງ

ສຸດທ້ານລອງຕັ້ງເປົ້າເບິ່ງວ່າທ່ານຈະໃຫ້ລາງວັນຫຍັງກັບຕົນເອງ ຖ້າຜ່ານເງື່ອນໄຂບາງສິ່ງບາງຢ່າງໄດ້ ເຊັ່ນ ຫລຸດໄດ້ 3 ກິໂລ ຈະຊື້ຊຸດໃໝ່, ຫລຸດໄດ້ 10 ໂລ ຈະຊື້ iPhone 8 ເພື່ອເປັນລາງວັນໃຫ້ກັບຊີວິດຕົນເອງ ເພາະການຕັ້ງລາງວັນໃຫ້ຕົນເອງຈະສາມາດສ້າງແຮງບັນດານໃຈໃຫ້ກັບຕົນເອງໄດ້ດີຂຶ້ນຫລາຍ

ຮຽບຮຽງໂດຍ > ສຸຣິດທິເດດ ບຸດດາວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ແລະ ວິທະຍາຄານການແພດເອກະພາບບົດສຸຂະສຶກສາກ່ຽວກັບພະຍາດ ໂຄວິດ-19
Next Post: ອ່ານດ່ວນ! ຄຳແນະນຳສຳລັບຜູ້ປະກອບການໂຮງແຮມ ລີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ

Related Posts

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ຂ່າວສານບ້ານເມືອງ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ຂ່າວສານບ້ານເມືອງ
ເຂັ້ມງວດປິດເຂດພິເສດບໍ່ເຕນ ແລະ ບ້ານໃກ້ຄຽງ ຂ່າວສານບ້ານເມືອງ
ສອງສ່ຽວ! ຮ່ວມກັນຊື້ຂາຍ… ຮ່ວມກັນ ຖືກດຳເນີນຄະດີ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 10 ແຂວງວຽງຈັນມີຈຳນວນຜູ້ສະໝັກ 13 ທ່ານ, ເລືອກເອົາ 10 ທ່ານ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 424ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme