ວັນທີ 30 ເມສາ 2020 ນີ້ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ແລະ ວິທະຍາຄານການແພດກອງທັບໄດ້ຈັດກອງປະຊຸມເພຶ່ອເປັນເອກະພາບກ່ຽວກັບບົດກຽມພ້ອມເຮັດວຽກງານສຸຂະສຶກສາພະຍາດ ໂຄວິດ-19 ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ດຣ ໂພສະເດັດ ເສນາມຸນຕີ ຫົວໜ້າການທະຫານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ພັນໂທ ດຣ ກິ່ງແກ້ວ ແສງຄໍາຢອງ ຮອງອໍານວຍການວິທະຍາຄານການແພດກອງທັບ, ມີບັນດານັກວິຊາການພາຍໃນສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບເຂົ້າຮ່ວມ.
ໃນກອງປະຊຸມ ຊັ້ນ 1 ດຣ ພູນີລຸດ ຫົງວັນທອງ ນັກວິຊາການ ພະແນກຄົ້ນຄວ້າວິທະຍາສາດການແພດ ສະຖາບັນອະນາໄມກັນພະຍາດໄດ້ຂຶ້ນສະໄລຜ່ານບົດບົດວິທະຍາສາດການແພດສຸຂະສຶກສາກ່ຽວກັບພະຍາດໂຄວິດ-19 ທີ່ສ້າງຂຶ້ນໂດຍສະຖາບັນອະນາໄມກັນພະຍາດແລະ ສົ່ງເສີມສຸຂະພາບກອງທັບ ເພຶ່ອໃຫ້ບັນດາສະຫາຍນັກວິຊາການທີ່ເຂົ້າຮ່ວມທັງສອງກົມກອງໄດ້ຄົ້ນຄວ້າພິຈາລະນາປະກອບຄໍາຄິດຄໍາເຫັນເຂົ້າໃສ່ບັນດາເນຶ້ອໃນບົດດັ່ງກ່າວໃຫ້ມີເນຶ້ອໃນທີ່ອຸດົມສົມບູນ, ເປັນວິທະຍາສາດ, ສອດຄ່ອງ, ແທດເໝາະກັບສະພາບການຕົວຈິງຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວເຮົາ, ພ້ອມກັນຄັດກອງຈັດລຽງສັບສໍານວນຄໍາເວົ້າທາງວິທະຍາສາດການແພດເພື່ອສາມາດສືສານໃຫ້ຜູ້ເຂົ້າ, ຜູ້ຟັງສາມາດຮັບຮູ້ ແລະ ເຂົ້າໃຈໄດ້ງ່າຍ, ສາມາດນໍາໄປເຜີຍແຜຕໍ່ມາຫາຊົນທົ່ວໄປໃຫ້ເຂົ້າໃຈໄດ້, ທັງນີ້ກໍ່ເພຶ່ອເປັນການເອກະພາບ ແລະ ກະກຽມຄວາມພ້ອມທາງດ້ານເອກະສານ, ນັກວິທະຍາກອນໃຫ້ມີຄວາມສໍານານເພຶ່ອລົງເຄຶ່ອນໄຫວໂຄສະນາສຸຂະສຶກສາໃຫ້ບັນດາກົມກອງທີ່ມີຄວາມສ່ຽງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນປະຕິບັດແຜນການເຄຶ່ອນໄຫວສຸຂະສຶກສາວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ຢູ່ບັນດາກົມກອງເປົ້າໝາຍທາງພາກເໜຶອທີ່ມີຊາຍແດນຕິດຈອດກັບບັນດາປະເທດເພຶ່ອນບ້ານ.
ໂດຍ. ອ້ອຍພັນ ແພງບຸນມີ.
