Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ອະນຸຍາດຄົນເຂົ້າ-ອອກ ຜ່ານ 5 ດ່ານ ໃນກໍລະນີສຸກເສີນ-ຈຳເປັນ 778 ຄົນ ໃນວັນທີ່ 30 ເມສາ

Posted on 02/05/202002/05/2020 By All in LAOS No Comments on ເຈົ້າໜ້າທີ່ອະນຸຍາດຄົນເຂົ້າ-ອອກ ຜ່ານ 5 ດ່ານ ໃນກໍລະນີສຸກເສີນ-ຈຳເປັນ 778 ຄົນ ໃນວັນທີ່ 30 ເມສາ

ປກສ ນະຄອນຫຼວງວຽງຈັນ: ເຈົ້າໜ້າທີ່ອະນຸຍາດຄົນເຂົ້າ-ອອກ ຜ່ານດ່ານ ໃນກໍລະນີສຸກເສີນ-ຈຳເປັນ 778 ຄົນ

ອີງຕາມການສ່ອງແສງລາຍງານ ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 01 ພຶດສະພາທີ່ຜ່ານມາ ໃຫ້ຮູ້ວ່າ

ສະພາບການເຂົ້າ-ອອກພົນລະເມືອງຜ່ານ 5 ດ່ານ ຂອງນະຄອນຫຼວງວຽງຈັນ ໃນວັນທີ 30 ເມສາ ທີ່ຜ່ານມາ ມີ 778 ຄົນ; ໃນນີ້ ລ້ວນແຕ່ເປັນກໍລະນີສຸກເສີນ ແລະ ຈຳເປັນເທົ່ານັ້ນ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວ ຈິ່ງໄດ້ຮັບອະນຸຍາດໃຫ້ເຂົ້າ-ອອກດ່ານໄດ້. ເນື້ອໃນການສ່ອງແສງລາຍງານ ຍັງໃຫ້ຮູ້ວ່າ:

ໃນວັນທີ 30 ເມສາ 2020 ໃນ 5 ດ່ານ ຂອງນະຄອນຫຼວງວຽງຈັນ ມີຄົນເຂົ້າດ່ານທັງໝົດ 358 ຄົນ, ຍິງ 03 ຄົນ, ຄົນອອກ 420 ຄົນ, ຍິງ 03 ຄົນ, ພາຫະນະເຂົ້າ 353 ຄັນ, ອອກ 413 ຄັນ; ພ້ອມນີ້ ກໍາລັງຈາລະຈອນ ແລະ ປກສ ກຸ່ມ ສົມທົບກຳລັງ ປກສ ບ້ານ ແລະ ແພດໝໍ ຕັ້ງດ່ານຈຸດກວດກາຢູ່ຕາມເສັ້ນທາງຕ່າງໆ ກວດກາການເຂົ້າ-ອອກ ແລະ ກວດວັດອຸນນະພູມ ໃນ 9 ຕົວເມືອງ ໄດ້ກວດກາພາຫະນະທັງໜົດ 8.003 ຄັນ; ໃນນີ້ ມີລົດໃຫຍ່ 4.517 ຄັນ, ລົດຈັກ 3.486 ຄັນ, ໄດ້ສຶກສາອົບຮົມຄົນທີ່ລະເມີດຄໍາສັ່ງ 06/ນຍ ທັງໝົດ 10.590 ຄົນ, ຍິງ 6.127 ຄົນ, ກວດວັດອຸນຫະພູມ 3.981 ຄົນ, ຍິງ 1.245 ຄົນ, ຄົນຕ່າງປະເທດ 24 ຄົນ, ຍິງ 1 ຄົນ.

ນອກຈາກນີ້, ກຳລັງປ້ອງກັນເຄື່ອນທີ່, ສະຖານີ 1191, ປກສ ກຸ່ມບ້ານ ສົມທົບກັບທະຫານນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນຕາມເສັ້ນທາງ, ຈຸດຫຼ່ໍແຫຼມຕ່າງໆ ພົບເຫັນຜູ້ລະເມີດຄຳສັ່ງເລກທີ 06 /ນຍ ໄດ້ສຶກສາອົບຮົມກ່າວເຕືອນ, ເຮັດບົດບັນທຶກ ແລະ ແກ້ໄຂສະພາບ ທັງໝົດ 5 ກໍລະນີ.

ສຳລັບສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 2 ເລື່ອງ, ແກ້ໄຂໄດ້ 16 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 22 ຄົນ, ຍິງ 2 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 2.158 ເມັດ ແລະ ມີອຸບັດຕິເຫດເກີດຂຶ້ນ 1 ເລື່ອງ, ພາຫະນະເປ່ເພ 02 ຄັນ, ຄົນບາດເຈັບ 1 ຄົນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ຄົນເຈັບໂຄວິດ-19 ກໍລະນີ ທີ່ 2 ແລະ 13 ອອກໂຮງໝໍແລ້ວ ມື້ນີ້
Next Post: ການບິນລາວປະກາດເລື່ອນເປິດຖ້ຽວບິນທຸກເສັ້ນທາງທັງພາຍໃນ ແລະ ຕ່າງປະເທດ ອອກໄປຢ່າງບໍ່ມີກຳນົດ

Related Posts

ຫ້ອງເຕັກນິກ ທະຫານແຂວງຫຼວງພະບາງ ຈັດຕັ້ງເຊື່ອມຊຶມເອກະສານທີ່ສໍາຄັນຂອງຊາດ ຂ່າວສານບ້ານເມືອງ
ນັກທຸລະກິດຊາວຫວຽດນາມ ໃນຈຳນວນ 17 ຄົນ ທີ່ຖືກກັກບໍລິເວນຄົບຈຳນວນ 14 ວັນ ຂ່າວສານບ້ານເມືອງ
ກຸ່ມນາງຟ້າ M9 ຮີບໂຮມນໍ້າໃຈ ບໍລິຈາກເຄື່ອງຂອງ ແລະ ເງິນສົດ ແກ່ສູນພິການຕາ ທົ່ງປົ່ງ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ຢຸດຕິການຕັ້ງດ່ານ ຫ້າມການເຂົ້າ-ອອກ ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເລັ່ງຈັບຕົວກຸ່ມໄວລຸ້ນອາລະວາດທີ່ວັງນໍ້າເຜິ້ງ ຂ່າວສານບ້ານເມືອງ
ແຂວງອັດຕະປືອອກຄໍາສັ່ງລັອກດາວ, ປີດໂຮງຮຽນ, ໂຈະການເຂົ້າ-ອອກທົ່ວແຂວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme