Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການກິນຫມາກໄມ້ຕອນເຊົ້າ ໃຫ້ປະໂຫຍດທີ່ຫນ້າອັດສະຈັນແທ້ໆ

Posted on 02/05/202002/05/2020 By All in LAOS No Comments on ການກິນຫມາກໄມ້ຕອນເຊົ້າ ໃຫ້ປະໂຫຍດທີ່ຫນ້າອັດສະຈັນແທ້ໆ

ເຊື່ອວ່າຫຼາຍຄົນມັກກິນໝາກໄມ້ແນ່ນອນ, ໂດຍສະເພາະໝາກໄມ້ຕາມລະດູການ ແມ່ນດີແທ້ໆ. ພວກເຮົາມາເບິ່ງນໍາກັນເລີຍວ່າ ຖ້າເຮົາກິນໝາກໄມ້ໃນຕອນເຊົ້າ ຈະມີຜົນດີແນວໃດແດ່ແກ່ຮ່າງກາຍ ແລະ ສຸຂະພາບ.

ຊ່ວຍເພີ່ມພະລັກງານໃຫ້ຮ່າງກາຍ: ຫມາກໄມ້ກໍ່ຖືເປັນອາຫານຊະນິດຫນຶ່ງທີ່ອຸດົມໄປດ້ວຍຄາໂບໄຮເດຮດ ໄຟເບີ ແລະ ນໍ້າຕານທີ່ຍ່ອຍຊ້າ ຊຶ່ງຫມາກໄມ້ນີ້ແລະທີ່ຈະຊ່ວຍໃຫ້ຮ່າງກາຍຂອງເຮົາຮູ້ສຶກສະຊຸ້ມຊະຊ່ວຍໄດ້ຕະຫລອດວັນ ບໍ່ວ່າຈະເປັນແອ໋ບເປີ້ນ ຫມາກກ້ຽງ ຫມາກໄມ້ຕະກູນເບີລີ ຫລື ຫມາກແຕງເມລອນ ຫມາກໄມ້ເຫລົ່ານີ້ເປັນຕົວເລືອກທີ່ດີເລີຍ ຖ້າຢາກຈະຮັບປະທານຫມາກໄມ້ໃນຕອນເຊົ້າ.

ກະຕຸ້ນລະບົບຂັບຖ່າຍ: ຖ້າເຮົາກໍາລັງປະສົບກັບບັນຫາທ້ອງອືດຢູ່ ກໍ່ລອງຮັບປະທານຫມາກໄມ້ຕອນເຊົ້າ ເພາະຫມາກໄມ້ບໍ່ມີກາກໄຍສູງ ສາມາດຊ່ວຍລ້າງສານຜິດທີ່ຢູ່ໃນຮ່າງກາຍມາຕັ້ງແຕ່ຕອນແລງຈົນເຖິງຕື່ນນອນໄດ້ ດັ່ງນັ້ນ ຖ້າເຮົາຮັບປະທານຫມາກໄມ້ເຂົ້າໄປຕອນເຊົ້າກໍ່ຈະຊ່ວຍກະຕຸ້ນໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີຂື້ນ ເມື່ອສານພິດຕ່າງໆ ຖືກຂັບອອກມາຜ່ານການຂັບຖ່າຍແລ້ວ ຮ່າງກາຍກໍ່ຈະຮູ້ສຶກສົດຊື່ນອີກຄັ້ງ.

ເອັນໄຊສູງ: ຮູ້ຫລືບໍ່ວ່າຫມາກໄມ້ທີ່ເຮົາຮັບປະທານກັນຢູ່ທຸກມື້ນີ້ ເປັນແຫລ່ງທີ່ອຸດົມດ້ວຍເອັນໄຊຕ່າງໆ ແລະ ເອັນໄຊໃນຫມາກໄມ້ນີ້ແລະ ຈະຄອຍເຮັດຫນ້າທີ່ຕ່າງໆໃຫ້ຮ່າງກາຍຢ່າງຫລວງຫລາຍເຊັ່ນ: ຊ່ວຍໃຫ້ຮ່າງກາຍຍ່ອຍອາຫານໄດ້ຕາມທໍາມະຊາດແຖມມັນຍັງຊ່ວຍໃນການດູດຊືມສານອາຫານຕ່າງໆທີ່ເຮົາຮັບປະທານເຂົ້າໄປອີກດ້ວຍ ຊຶ່ງໃນຫມາກໄມ້ມີເອັນໄຊຫລາຍກວ່າຜັກອີກ ແຕ່ກໍ່ບໍ່ໄດ້ຫມາຍຄວາມວ່າເຮົາຄວນຈະປ່ຽນມາກິນຫມາກໄມ້ແທນຜັກພຽງຢ່າງດຽວ ກິນຄວບຄູ່ກັນໃນອາຫານເຊົ້າຈະເຮັດໃຫ້ຍິ່ງໄດ້ປະໂຫຍດຫລາຍຂື້ນຕື່ມ.

ເຮັດໃຫ້ອາລົມດີ: ຢ່າງທີ່ຫລາຍໆຄົນຮູ້ວ່າສະຫມອງຂອງເຮົາຕ້ອງໃຊ້ກຮູໂຄສຢ່າງມະຫາສານ ເພື່ອເຮັດວຽກໄດ້ຢ່າງມີປະສິດ ທິພາບ ດັ່ງນັ້ນ ເຮົາຈຶ່ງຕ້ອງຫາແຫລ່ງທີ່ມີກຮູໂຄສສູງ ແລະ ມີປະໂຫຍດຕໍ່ຮ່າງກາຍປ້ອນໃຫ້ສະຫມອງນໍາ ຫມາກໄມ້ຈຶ່ງເປັນຕົວເລືອກທີ່ດີທີ່ຈະໃຫ້ເຮົາຮູ້ສຶກກະຊຸ້ມກະຊ່ວຍຫລາຍຂື້ນ ເພາະນໍ້າຕານຈາກທໍາມະຊາດ ແລະ ໄຟເບີທີ່ມີຢູ່ໃນຫມາກໄມ້ຈະຊ່ວຍໃຫ້ເຮົາມີສະມາທິ ແລະ ຊ່ວຍສະລໍລະດັບນໍ້າຕານທີ່ຢູ່ໃນເລືອດ ແຖມຍັງຊ່ວຍເຮັດໃຫ້ອາລົມດີອີກເຊັ່ນດຽວກັນ.

ລົດຄວາມຄຽດ: ຫມາກໄມ້ທີ່ອຸດົມໄປດ້ວຍວິຕາມິນຊີຈະຊ່ວຍເສີມສ້າງລະບົບພູມຄຸ້ມກັນໃຫ້ຮ່າງກາຍ ຊ່ວຍລົດອາການອັກເສບຕ່າງໆ ແລະ ເຮັດໃຫ້າຄວາມຄຽດລົດລົງ ແຖມຍັງຊ່ວຍຕໍ່ສູ້ກັບໂລກຫວັດ ຖ້າຫາກຮັບປະທານຫມາກໄມ້ທີ່ອຸດົມດ້ວຍວິຕາມິນຕອນເຊົ້າກໍ່ຈະຊ່ວຍເຮັດໃຫ້ຫວັດຫາຍໄວຂື້ນອີກດ້ວຍ.

ເຮັດໃຫ້ຮູ້ສຶກສົດຊື່ນ: ການຮັບປະທານຫມາກໄມ້ທີ່ມີປະລິມານນໍ້າສູງເຊັ່ນ: ຫມາກໂມ, ແອ໋ບເປີ້ນ, ຫມາກກ້ຽງ, ກີວີ, ຫມາກນັດ, ອາງຸ່ນ ແລະ ລູກແພ ຈະຊ່ວຍເຮັດໃຫ້ຮ່າງກາຍຂອງເຮົາໄດ້ຮັບນໍ້າຫລາຍຂື້ນ ແລະ ທົດແທນອາການຂາດນໍ້າທີ່ເກີດຂື້ນໃນເວລານອນທີ່ເຮົາອາດຈະບໍ່ໄດ້ດື່ມນໍ້າເລີຍ ດັ່ງນັ້ນ ຖ້າໃຜທີ່ບໍ່ຢາກເກີດພາວະຂາດນໍ້າໃນຕອນເຊົ້າ ຢ່າລືມຫາຫມາກໄມ້ມາກິນເດີ້.

ລົດຄວາມຢາກນໍ້າຕານ: ຖ້າຫາກວ່າເຮົາເປັນຄົນທີ່ຕິດຂອງຫວານ ກໍ່ຄົງຈະຮູ້ສຶກຢາກກິນຂອງຫວານຕະຫລອດເວລາ ແລະ ນັ້ນກໍ່ຄືສາເຫດທີ່ເຮັດໃຫ້ເຮົານໍ້າຫນັກຂື້ນ ດັ່ງນັ້ນ ຈຶ່ງຄວນຮັບປະທານຫມາກໄມ້ໃນຕອນເຊົ້າ ເພາະນໍ້າຕານ ແລະ ໄຟເບີທີ່ຢູ່ໃນຫມາກໄມ້ຈະຊ່ວຍເຮັດໃຫ້ເຮົາຮູ້ສຶກຢາກກິນຂອງຫວານນ້ອຍລົດນ້ອຍລົງ ເຮັດໃຫ້ສຸກຂະພາບດີຂື້ນ ນໍ້າຫນັກລົດລົງ ລວມເຖິງຊ່ວຍລົດນິໄສເສຍໆຂອງເຮົາທີ່ມັກກິນຂອງຫວານປະຈໍາອີກດ້ວຍ.

ຮຽບຮຽງໂດຍ > ສຸຣິດທິເດດ ບຸດດາວົງ

ເລື່ອງເດັ່ນ

Post navigation

Previous Post: ຊົມເຊີຍ ປກສ ບໍລິຄໍາໄຊ! ສາມາດ ຈັບຜູ່ລັກລອບຄ້າຂາຍຄັນຊາແຫ້ງ ພ້ອມຂອງກາງ 6 ເປົາໜັກ 206 ກິໂລກະລາມ
Next Post: ທ່ານຄວນກຽມຕົວຫຍັງແດ່! ກ່ອນອາຍຸ 30 ປີ

Related Posts

ທ່າແຕງອອກຄໍາສັ່ງດ່ວນ! ລັອກດາວ ປິດກິດຈະການຕ່າງໆ ເມືອງທ່າແຕງ ເລື່ອງເດັ່ນ
ລັອດໃຫຍ່ໄປບໍ່ລອດຊົມເຊີຍເຈົ້າໜ້າທີ່ຫຼວງພະບາງ ຂ່າວສານບ້ານເມືອງ
ຄະນະກໍາມະການສາມຝ່າຍ ຮ່ວມຫາລືການປັບຄ່າແຮງຂັ້ນຕ່ຳ ກຽມສະເໜີໃຫ້ລັດຖະບານພິຈາລະນາ ຂ່າວສານບ້ານເມືອງ
ປກສ ຈັບແກ້ງພົວພັນຢາເສບຕິດແລະຂາຍອາວຸດເສິກທີ່ເຂດບ້ານນາໄຊ ຂ່າວສານບ້ານເມືອງ
ລັດຖະບານ ເຫັນດີທົດລອງຈັດຕັ້ງປະຕິບັດການຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ຂອງ 5 ຫົວໜ່ວຍງົບປະມານ ເລື່ອງເດັ່ນ
ກັກຕົວໄວ້ກ່ອນ ສາວມີ ຢ າ ເ ສ ບ ຕິ ດ ໄວ້ໃນຄອບຄອງ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme