Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງໄຊທານີ ສືບຕໍ່ເຂັ້ມງວດຕັ້ງດ່ານກວດກາເຂົ້າ-ອອກເມືອງ

Posted on 01/05/202001/05/2020 By All in LAOS No Comments on ປກສ ເມືອງໄຊທານີ ສືບຕໍ່ເຂັ້ມງວດຕັ້ງດ່ານກວດກາເຂົ້າ-ອອກເມືອງ

ພັຕ ບຸນມີ ສີວິໄລສັກ ຫົວໜ້າຮັບຜິດຊອບຈຸດກວດກາເຂົ້າ-ອອກລະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັບ ເມືອງທຸລະຄົມ ແຂວງວຽງຈັນ(ຈຸດຂຸດສາມບາດ) ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 30 ເມສາ 2020 ວ່າ:

ສະເພາະດ່ານກວດກາຄົນເຂົ້າ-ອອກຢູ່ຈຸດນີ້ ແມ່ນໄດ້ສືບຕໍ່ຈັດວາງກຳລັງຄຸມເຂັ້ມຕະຫຼອດ 24 ໂມງ; ໃນນີ້ ສາມາດກວດກາ, ເກັບກໍາພາຫະນະເຂົ້າ-ອອກ ໄດ້ 100 ກວ່າຄັນຕໍ່ມື້; ພ້ອມທັງ ໄດ້ວັດແທກອຸນຫະພູມໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ ເພື່ອຈຳກັດການແຜ່ລະບາດຂອງພະຍາດໂຄວິດ-19.

ໃນການຕັ້ງດ່ານກວດ ແມ່ນໄດ້ຈັດແບ່ງຈຸດກວດກາອອກເປັນ 3 ຈຸດຄື: ຈຸດຂຸດສາມບາດ, ຈຸດຫຼັກ 36 ແລະ ຈຸດບ້ານຫົວນາ ໂດຍປະຕິບັດຕາມຄຳສັ່ງເລກທີ 06/ນຍ ເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງໄຊທານີ ໄດ້ສຸມທຸກກຳລັງ ເພື່ອກວດກາ, ໂຄສະນາໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນໄດ້ເຂົ້າໃຈເຖີງຜົນຮ້າຍຂອງພະຍາດໂຄວິດ-19 ແລະ ໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່, ຖ້າບໍ່ມີວຽກອັນຈໍາເປັນ ແລະ ບໍ່ໄດ້ອະນຸຍາດຈາກການຈັດຕັ້ງບ້ານ ແມ່ນບໍ່ອະນຸຍາດໃຫ້ເດີນທາງເຂົ້າມາ; ສໍາລັບກໍລະນີທີ່ເຈົ້າໜ້າທີ່ອະນຸຍາດໃຫ້ເດີນທາງໄປ-ມາໄດ້ ແມ່ນສະເພາະກໍລະນີທີ່ຈຳເປັນ ແລະ ຮີບດ່ວນເທົ່ານັ້ນ. ຕໍ່ກັບຜູ້ລະເມີດຄຳສັ່ງເລກທີ 06/ນຍ ແມ່ນໄດ້ສຶກສາອົບຮົມກ່າວເຕືອນ ໃນກໍລະນີຮ້າຍແຮງ ແມ່ນເຮັດບົດບັນທຶກໄວ້ເປັນຫຼັກຖານ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ມາດຕະການຜ່ອນຜັນ 4-17 ພຶດສະພາ 2020! ປ້ອງກັນ ໂຄວິດ-19
Next Post: ເລື່ອງລາວ ວັນກໍາມະກອນສາກົນ 1 ພຶດສະພາ

Related Posts

ແຈ້ງການ! ປັບຂຶ້ນລາຄານໍ້າມັນ ເລີ່ມປະຕິບັດ ວັນທີ 24 ກໍລະກົດ 2021 ເວລາ 06:00 ໂມງ ຂ່າວສານບ້ານເມືອງ
ຟູດແພນດ້າແອັບສົ່ງອາຫານທຳອິດທີ່ມີໃຫ້ບໍລິການຢູ່ທຸກໆແຂວງຂອງປະເທດລາວ Vientiane Update News
ຂ່າວດ່ວນ! ເກີດເຫດ ໄຟໄໝ້ ເຂດບ້ານ ໂພນສີນວນຮ່ອມ 2 ນະຄອນຫຼວງວຽງຈັນ (ມີຄລິບໄລ້ສົດ) ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກ ສະໄຫມທີ XI ພ້ອມດ້ວຍພັນລະຍາ ຂ່າວສານບ້ານເມືອງ
ຫໍຫຼັກເມືອງວຽງຈັນ ສະຖານທີ່ສໍາຄັນຂອງປວງຊົນລາວ ຂ່າວສານບ້ານເມືອງ
ລາວເສຍດຸນການຄ້າ ຍ້ອນນຳເຂົ້າສິນຄ້າເກືອບທຸກປະເພດແລ້ວຈະມີທາງອອກແນວໃດ? ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme