Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຮັດວຽກໜັກ ແຕ່ຍັງບໍ່ລວຍ, ຍ້ອນຫຍັງ?

Posted on 01/05/202001/05/2020 By All in LAOS No Comments on ເຮັດວຽກໜັກ ແຕ່ຍັງບໍ່ລວຍ, ຍ້ອນຫຍັງ?

ຫນ້າແປກໃຈເປັນຫຍັງເຮັດວຽກຫນັກເກືອບຕາຍ ແຕ່ບໍ່ລວຍຈັກເທື່ອ ເພາະອັນໃດ (ເພາະຕິດກັບດັກຊີວິດນັ້ນເອງ) ຮຽນຈົບອອກມາຕ້ອງຂັບລົດໂກ້ ແຕ່ງໂຕໂກ້ ເສຍເງິນໄປກັບຫນີ້ສິນບໍ່ແມ່ນຊັບສິນ ທີ່ຈໍາເປັນ ສຸດທ້າຍກໍ່ເປັນລາຊາເງິນຜ່ອນ ຜ່ອນນັ້ນຜ່ອນນີ້ ແມ້ນແຕ່ໂທລະທັດຍັງຜ່ອນ ຖ້າຢາກກ້າວສູ່ຄວາມຫມັ້ນຄົງ ຜູ່ບໍ່ປະສົງອອກນາມ ເພິ່ນແນະນໍາໃຫ້ພວກເຮົາຕ້ອງປະຕິບັດດັ່ງນີ້:

ທັດສະນະຄະຕິດີເປັນໂຕຕັ້ງ ຕາມດ້ວຍຄວາມທະເຍີທະຍານ ຢາກລວຍຢາກມີຊີວິດປະສົບຄວາມສໍາເລັດ ເວົ້າງ່າຍໆເປົ້າຫມາຍຕ້ອງຊັດເຈນ ບໍ່ແມ່ນຢາກລວຍແຕ່ປາກ ມັນຕ້ອງລວຍຈາກອິນເນີ ພໍຢາກລວຍວິໃນທາງການເງິນຈະຕາມມາ ຮູ້ຈັກເກັບອອມວາງແຜນການເງິນ ພັດທະນາໂຕເອງ ຫາລາຍໄດ້ເພີ້ມຂື້ນ.

ມີ ເປົ້າໝາຍ ທີ່ແນ່ນອນ ເບິ່ງພາບໃຫຍ່ອີກ 5 ປີ ຂ້າງຫນ້າ 10 ປີຂ້າງຫນ້າຈະເປັນແນວໃດເຊັ່ນ: John F Kennedy ທີ່ເຄີຍປະກາດສັກດາວ່າຈະສົ່ງຄົນໄປເທິງດວງຈັນ ໃຜແດ່ຈະຄິດວ່າເຂົາເຮັດໄດ້ ເພາະນະຕອນນັ້ນໃນປີ 1961 NASA ຍັງເປັນຮອງໂຊຫວຽດຊໍ້າ ແຕ່ແລ້ວເຂົາກໍ່ເຮັດໄດ້ໃນວັນທີ 20 ກໍລະກົດ 1969 ໄດ້ສົ່ງຍານ Apollo11 ລົງຈອດທີ່ພື້ນຜີວຂອງດວງຈັນໄດ້ ເພາະມີຄວາມມຸ້ງຫມັ້ນ ເຂົາເຊື່ອວ່າເຮັດໄດ້ ແລະ ເຮັດກໍ່ເຮັດໄດ້ໃນທີ່ສຸດ ຊີວິດເຮົາກໍ່ຄືກັນ ການວາງເປົ້າຫມາຍ ມັນບໍ່ແມ່ນການຕີກອບ ແຕ່ເປັນການສ້າງແນວທາງໃຫ້ຊີວິດຍ່າງໃຫ້ຕົງ ແລະ ເຮັດທຸກມື້ໃຫ້ມີຄວາມຫມາຍກັບຊີວິດຫລາຍຂື້ນ.

ໃຊ້ເງິນ ຕໍ່ເງິນ ຢາກລວຍຢ່າເຮັດວຽກເພື່ອເງິນ ແຕ່ຈົ່ງໃຫ້ເງິນເຮັດວຽກ ສົນໃຈກັບຊັບສິນບໍ່ແມ່ນລາຍໄດ້ ຖ້າເຮົາເລືອກເຮັດ ວຽກເພື່ອຈໍາເງິນ ອໍານາດຈະຢູ່ໃນມືຂອງນາຍຈ້າງ ແຕ່ຖ້າຮູ້ຈັກໃຊ້ເງິນເຮັດວຽກອໍານາດຈະຢູ່ໃນມືເຮົາ ລອງນໍາເງິນໄປລົງທຶນເບິ່ງວ່າຈະເປັນຈາກຫຸ້ນ ຫລື ອະສັງຫາ ກອງທຶນລວມ ທີ່ຄົນລວຍມັກລົງທຶນກັນ ເຖິງຈະເຕັມໄປດ້ວຍຄວາມສ່ຽງແຕ່ສາມາດລົດຄວາມສ່ຽງໄດ້ດ້ວຍການເຕີມຄວາມຮູ້ ແລະ ວັດໂຕເອງວ່າຍອມຮັບຄວາມສ່ຽງໄດ້ຫລາຍຫນ້ອຍຂະຫນາດໃດ ຈັກ level ຫລາຍແດ່ກໍ່ເປັນຮຸ້ນ ອະສັງຫາ ນ້ອຍສຸດກໍ່ພັນທະບັດ ລະດັບຂອງຜົນຕອບແທນກໍ່ລົດຖອນກັນໄປ.

ຢ່າທຸ້ມເທຄວາມຄິດໄປກັບການປະຢັດ ແລະ ອົດອອມ ມັນເປັນພຽງຂັ້ນໃດແລກເທົ່ານັ້ນ ແຕ່ຖ້າປະຢັດຈົນເສຍສົມດຸນນ ຄວາມສຸກຂອງຊີວິດອາດມີຊີວິດຢູ່ເທິງຄວາມຄຽດ ແລະ ການບໍ່ກະຫາຍ ໃຊ້ຊີວິດຢູ່ຕາມອັດທະຍະພາບ ຈັ່ງໃດກໍ່ບໍ່ລວຍ ຕ້ອງ ກ້າປ່ຽນແປງຫາເຮັດອັນໃດໃຫມ່ໆທີ່ໄດ້ຜົນຕອບແທນຄຸ້ມຄ່າແດ່ ເພາະໃນໂລກແຫ່ງຄວາມເປັນຈິງ ອັດຕາເງິນເຟີ້ຍິ່ງສູງ ລາຄາສິນຄ້າກ້າວກະໂດດຖີບໂຕສູງຂື້ນ ຖ້າເອົາແຕ່ປະຢັດ ແຕ່ບໍ່ຄິດຈະສ້າງເງິນເຮັດເງິນ ຫາຄວາມລໍ້າລາຍໄດ້ຍາກ ແລະ ຍາກແທ້ໆ ຫາກມື້ນີ້ເຮົາຢາກເຮັດວຽກຫນັກ ແລະ ຊີວິດຍັງຈົມປັກຢູ່ກັບທີ່ ລອງປ່ຽນຄວາມຄິດ ແລະ ສິ່ງທີ່ເຮັດເບິ່ງວ່າ ຖ້າເຮັດວຽກທີ່ສ້າງລາຍໄດ້ບໍ່ເຫມາະສົມ ຊີວິດກໍ່ຫາຄວາມມັ້ງຄັ້ງໄດ້ຍາກ ແລະ ຍິ່ງບໍ່ວາງແຜນການເງິນ ຂາດການອອມ ບໍ່ຮູ້ຈັກ ການລົງທຶນ ສຸດທ້າຍກໍ່ຈະແພ້ຄວາມຢ້ານ ຈົນເຮັດໃຫ້ບໍ່ກ້າປ່ຽນແປງຄວາມຄິດ ຊີວິດກໍ່ຈະບໍ່ປ່ຽນແປງ.

ພາບໂດຍ: TF Travel

ເລື່ອງເດັ່ນ

Post navigation

Previous Post: ສະຫຼົດໃຈ! ທີ່ບ້ານໂພນພະເນົາ ມີເຫດຊາຍແຂວນຄໍເສຍຊີວິດ
Next Post: ມາດຕະການຜ່ອນຜັນ 4-17 ພຶດສະພາ 2020! ປ້ອງກັນ ໂຄວິດ-19

Related Posts

ຊຸມຊົນນະຄອນຫຼວງວຽງຈັນມື້ນີ້! ໄປຮ່ວມງານສົ່ງສະການ ທີ່ ປາກເຊ ກັບມາຕິດໂຄວິດ ເລື່ອງເດັ່ນ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 217ຄົນ ເລື່ອງເດັ່ນ
ເຮັດໄດ້ແນວໃດຈິດໃຈ ແມ່ໃຈບາບ ຖີ້ມລູກນ້ອຍໄວ້ກາງທາງ ເລື່ອງເດັ່ນ
ເສົ້າໃຈ! ລົດຂົນນໍ້າມັນເສຍຫຼັກຕົກຂ້າງທາງ ຜົວເສຍຊີວິດເມຍເຈັບໜັກ ເລື່ອງເດັ່ນ
ຊາວພຸດຮ່ວມກັນທຳບຸນຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູປະຈໍາປີ 2020 ເລື່ອງເດັ່ນ
ໃສ່ລະບຽບຮ້ານສະນຸກເກີ! ຖ້າຍັງລະເມີດຈະຖືກດຳເນີນມາດຕະການ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme