Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຳເລັດການຂຸດເຈາະອຸມົງກຸລົງ ໂຄງການລົດໄຟລາວ-ຈີນ ຢູ່ເເຂວງ ອຸດົມໄຊ

Posted on 30/04/202030/04/2020 By News No Comments on ສຳເລັດການຂຸດເຈາະອຸມົງກຸລົງ ໂຄງການລົດໄຟລາວ-ຈີນ ຢູ່ເເຂວງ ອຸດົມໄຊ

ໂຄງການກໍ່ສ້າງອຸມົງກຸລົງໂຄງການລົດໄຟລາວ-ຈີນ ໄດ້ເຈາະທະລຸເເລ້ວ ໃນວັນທີ 29 ເມສາ 2020, ສຳເລັດກ່ອນເເຜນການ 43 ມື້ ພາຍຫລັງດຳເນີນການກໍ່ສ້າງມາເເຕ່ເດືອນມີນາ 2017 ອຸມົງດັ່ງກ່າວ ເປັນອຸມົງທີ່ມີຄວາມຍາວອັນດັບສາມຂອງໂຄງການລົດໄຟ ລາວ-ຈີນ, ຍາວ 9.020 ເເມັດ, ຢູ່ບ້ານກຸລົງ ເມືອງນາໝໍ້, ເເຂວງ ອຸດົມໄຊ.

Image may contain: outdoor

ຜູ້ຮັບຜິດຊອບຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະການເເຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ບໍລິສັດ ໄດ້ຂະຫຍາຍທີມງານຮັບຜິດຊອບວຽກງານກໍ່ສ້າງ ເເລະ ວຽກງານສະກັດກັ້ນ, ຄວບຄຸມການເເຜ່ລະບາດຂອງເຊື້ອພະຍາດ ພາຍໃຕ້ເງື່ອນໄຂມາດຕະ ການປ້ອງກັນ, ສະກັດກັ້ນ ເເລະ ຄວບຄຸມເຊື້ອພະຍາດດັ່ງກ່າວ, ເຊິ່ງບໍລິສັດ ໄດ້ສຸມໃສ່ເຮັດວຽກທັງເວັນທັງຄືນ, ເພີ່ມທະວີຄຸນນະພາບຄວາມປອດໄພ, ເຮັດໃຫ້ໂຄງການສາມາດດໍາເນີນການເປັນປົກກະຕິ ເເລະ ສຳເລັດຕາມເເຜນການ. ມາຮອດວັນທີ 27 ມີນາ ໂຄງການລົດໄຟລາວ-ຈີນ ໄດ້ເລີ່ມດຳ ເນີນການປູລາງລົດໄຟຢ່າງເປັນທາງການ ເເລະ ເສັ້ນທາງລົດໄຟ ຈີນ-ລາວ ຢູ່ເບື້ອງຈີນ ເເມ່ນໄດ້ເລີ່ມດຳເນີນການປູລາງໃນວັນທີ 7 ເມສາ, ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ໂຄງການທາງລົດໄຟລາວ-ຈີນ ໃຫ້ສາມາດເປິດບໍລິການໄດ້ໃນ ປີ 2021.

Image may contain: outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ຂໍສະແດງຄວາມຍີນດີນຳຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີແລະກັບບ້ານໄດ້ທ່ານທີ່3
Next Post: ຄະນະແພດ-ໝໍ ແຂວງຫລວງພະບາງ ເອກອ້າງທະນົງໃຈຕໍ່ໄຊຊະນະການປິ່ນປົ່ວ ພະຍາດໂຄວິດ-19

Related Posts

ຜົວຮ້ອງໄຫ້ເມຍຕັ້ງຄັນຜ່າເຂດນໍ້າຖ້ວມຈະໄປເກີດລູກແຕ່ຕົກນໍ້າສູນຫາຍທີ່ຫວຽດນາມ ຂ່າວສານບ້ານເມືອງ
ສູນປິ່ນປົວພາກສະໜາມດາວເຮືອງຮັບຜູ້ຕິດເຊື້ອໂຄວິດ ເຂົ້າປິ່ນປົວເຕັມຄວາມສາມາດບັນຈຸແລ້ວ ຂ່າວສານບ້ານເມືອງ
ບັນຍາກາດມວນຊົນລຽນຄິວຊື້ປີ້ລົດໄຟມື້ທຳອິດທີ່ສະຖານີນະຄອນຫລວງວຽງຈັນ ວັນທີ 4 ທັນວາ 2021 ຂ່າວສານບ້ານເມືອງ
ທະນາຄານແຫ່ງ ສປປລາວ ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດcovid-19 ທີ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ພົນໂທ ຮວ່າງ ຊວນ ຈ້ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ຂ່າວສານບ້ານເມືອງ
ເມືອງເງິນ ຈັດພິທີສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ສາກົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme