Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກວດເຊື້ອເພີ່ມ 33 ຄົນ ຜົນກວດເປັນລົບ ເປັນມື້ທີ່ 17 ຕິດຕໍ່ກັນແລ້ວ, ປົວດີອີກ 1 ຄົນ

Posted on 29/04/202029/04/2020 By All in LAOS No Comments on ກວດເຊື້ອເພີ່ມ 33 ຄົນ ຜົນກວດເປັນລົບ ເປັນມື້ທີ່ 17 ຕິດຕໍ່ກັນແລ້ວ, ປົວດີອີກ 1 ຄົນ

ຂ່າວດີມື້ນີ້ ມີຜູ້ຕິດເຊື້ອໂຄວິດ-19 ຫນຶ່ງຄົນ ໄດ້ຮັບການປິ່ນປົວ ແລະກວດຫາເຊື້ອບໍ່ພົບຈະໄດ້ອອກໂຮງຫມໍໄປຕິດຕາມອາການຢູ່ເຮືອນ

ໂອກາດຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 29 ເມສານີ້ດອກເຕີ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງວ່າ:


ປະຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍແຕ່ 12 ຄົນ. ຢູ່ໂຮງໝໍແຂວງຫຼວງພະບາງ ມີ 01 ຄົນ ເປັນເພດຊາຍ ໄດ້ກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນ 24 ຊົ່ວໂມງ ບໍ່ພົບເຊື້ອ ຈະໄດ້ໃຫ້ອອກໂຮງໝໍໄປຕິດຕາມຢູ່ເຮືອນ. ຖືເປັນຜູ່ປົວດີຄົນທີ່ 8

ຢູ່ໂຮງໝໍມິດຕະພາບ ມີ 11 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ, ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ຈຶ່ງໃຫ້ອອກໂຮງໝໍ.

ສຳລັບວຽກງານຕິດຕາມກວດຫາເຊື້ອ ໃນວັນທີ 28 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 33 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 11 ຄົນ, ເກັບຕົວຢ່າງຜູ້ຕິດເຊື້ອມາກວດຄືນ 03 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 19 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ). ໃນຈໍານວນຜູ້ມີອາການສົງໄສ 11 ຄົນນະຄອນຫຼວງວຽງຈັນ 09 ຄົນ ຈຳປາສັກ 01 ຄົນ, ຄຳມ່ວນ 01 ຄົນ

ສຳລັບແຮງງານລາວ ຈຳນວນ 19 ຄົນ ລາຍລະອຽດດັ່ງນີ້: ສະຫວັນນະເຂດ 11 ຄົນ, ຈຳປາສັກ 08 ຄົນ
ຜົນກວດທັງໝົດ 33 ຄົນ ບໍ່ພົບເຊື້ອ.

ໝາຍຄວາມວ່າໃນວັນທີ 28 ເມສາ 2020 ບໍ່ມີກໍລະນີໃໝ່. ນັບແຕ່ເດືອນມັງກອນ ຮອດ ວັນທີ 27 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,917 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (17 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).

ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດມີ 313 ຄົນ ໄດ້ຄົບກຳນົດຕິດຕາມແລ້ວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຜົນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 28 ເມສາ 2020
Next Post: ສາທຸ! ພົບພຣະພຸດທະຮູບຫຼາຍອົງ ທີ່ສວນມັນຕົ້ນ ບ້ານວັງເວີນ ເມືອງຊະນະສົມບູນ

Related Posts

ປກສ ນວ ເຊື່ອມຊຶມຄໍາສັ່ງກົມໃຫຍ່ພະລາທິການ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ຂອງກໍາລັງ ປກສ ຂ່າວສານບ້ານເມືອງ
ເປັນຂ່າວປອມເດີ້! ຄົ ນ ເ ສ ຍ ຊີ ວິ ດ ຍ້ອນຕິດພະຍາດ ໂ ຄ ວິ ດ ຢູ່ແຂວງສະຫັວນນະເຂດ ຂ່າວສານບ້ານເມືອງ
ປກສ ນະຄອນໄກສອນ ພົມວິຫານ ມ້າງຄະດີ ຢ ຈັ ບ ຜູ້ຖືກຫາໄດ້ 11 ຄົນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 1508ຄົນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 23ຄົນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມມື້ນີ້ 121ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme