Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອ່ານດ່ວນ! ຄະນະສະເພາະກິດ ກໍານົດ 2 ໄລຍະ ຜ່ອນຜັນ ມາດຕະການ ໂຄວິດ-19

Posted on 27/04/202029/04/2020 By All in LAOS No Comments on ອ່ານດ່ວນ! ຄະນະສະເພາະກິດ ກໍານົດ 2 ໄລຍະ ຜ່ອນຜັນ ມາດຕະການ ໂຄວິດ-19

ຄະນະສະເພາະກິດ ຫາລືແຜນການຜ່ອນຜັນ
ບາງມາດຕະການ ຕໍ່ການລະບາດພະຍາດວິດ-19

ຂປລ. ໃນຕອນບ່າຍວັນທີ 27 ເມສາ 2020, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບ ແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020, ຖ້າບໍ່ມີລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ ໃນ ສປປ ລາວ, ເຊິ່ງກອງປະຊຸມຈດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງຄະນະດັ່ງກ່າວ.


ຈຸດປະສົງຂອງແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020 ແມ່ນເພື່ອໃຫ້ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເພື່ອເປັນທິດທາງ ແລະ ບ່ອນອີງໃນການຜ່ອນຜັນມາດຕະການໃນຂອງເຂດທົ່ວປະເທດ, ພ້ອມກັນນັ້ນ ກໍເພື່ອເປັນການຈຳກັດບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ກັບຄືນມາຮອບໃໝ່ຂອງພະຍາດໂຄວິດ-19, ເຮັດໃຫ້ຊຸມຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ ແລະ ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ເພື່ອໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ.

ສຳລັບການກຳນົດໄລຍະເວລາຜ່ອນຜັນ ແມ່ນມີ 2 ໄລຍະຄື:

  • ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ
  • ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020,

ໃນນັ້ນ ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ປະກອບມີ:

  • ການອະນຸຍາດໃຫ້ສຳນັກງານ-ອົງການ ເປີດດຳເນີນການໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ,
  • ອະນຸຍາດໃຫ້ພໍ່ແມ່ປະຊາຊົນ, ພະນັັກງານ-ລັດຖະກອນ, ທະຫານ-ຕຳຫລວດ ສາມາດອອກຈາກເຮືອນ ເດີນທາງຢູ່ໃນແຂວງກໍລະນີຈຳເປັນ,
  • ອະນຸຍາດໃຫ້ມີການຈັດຝຶກອົບຮົມ, ຈັດກອງປະຊຸມທາງການ ແລະ ກິດຈະກຳທາງສາສະໜາ, ອະນຸຍາດໃຫ້ອອກກຳລັງກາຍ ຫລື ຫລິ້ນກິລາກາງແຈ້ງ,
  • ອະນຸຍາດເປີດໂຮງງານ ແລະ ໂຄງການໃຫຍ່ ແລະ ການອະນຸຍາດເປີດໂຮງຮຽນ.


ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃໝ່ຮອດວັນທີ 31 ພຶດສະພາ 2020 ແລະ ສະພາບການເກີດພະຍາດໂຄວິດ-19 ໃນບັນດາປະເທດໃກ້ຄຽງມີທ່າອ່ຽງຫລຸດລົງນັ້ນ ແມ່ນຈະໄດ້

  • ຍົກເລີກບັນດາມາດຕະການທັງໝົດ ໃນຄຳສັ່ງເລກທີ 06/ນຍ ແລະ
  • ຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປ.

ພາຍຫລັງປຶກສາຫາລືກັນແລ້ວ ກໍຈະໄດ້ສະເໜີຕໍ່ ກອງປະຊຸມນາຍົກ, ຮອງນາຍົກລັດຖະມົນຕີ ທີ່ຈະຈັດຂຶ້ນໃນວັນທີ 28 ເມສາ 2020 ເພື່ອພິຈາລະນາ ວ່າອັນຄວນຜ່ອນຜັນໄດ້ ແລະ ອັນໃດຍັງຕ້ອງສືບຕໍ່ປະຕິບັດ.

ເຖິງແນວໃດກໍຕາມ, ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ, ຖ້າຫາກເກີດມີການລາຍງານຜູ້ຕິດເຊື້ອເກີດເປັນຈຸ້ມຫລາຍກວ່າ 2 ແຂວງ ແມ່ນຈະໄດ້ກັບມາປະຕິບັດຄຳສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.

ຂ່າວ: ສິງຄຳ, ພາບ: ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ນາຍົກລັດຖະມົນຕີ ລົງຕິດຕາມການປະຕິບັດໜ້າທີ່ ຂອງແພດ-ໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ
Next Post: ຜົນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 28 ເມສາ 2020

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 206ຄົນ ຂ່າວສານບ້ານເມືອງ
ທະເລໝອກ ນະຄອນຫຼວງວຽງຈັນ ເຊົ້າມື້ນີ້ 13/7/2021! ຂ່າວສານບ້ານເມືອງ
ມາອີກແລ້ວພາຍຸດີເປຼ່ຊັນລະວັງໄພເດີພີ່ນ້ອງ ຂ່າວສານບ້ານເມືອງ
ຊຸກຍູ້ວຽກງານໂຄສະນາຢູ່ກອງພົນທີ 5 ຂ່າວສານບ້ານເມືອງ
ຄອບຄົວຕົວແບບລ້ຽງສັດແບບປະສົມປະສານສ້າງລາຍຮັບຮ້ອຍກວ່າລ້ານກີບຕໍ່ປີ ຂ່າວສານບ້ານເມືອງ
ຫ້າມຍົກເລີກສັນຍາແຮງງານໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme