Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນາຍົກລັດຖະມົນຕີ ລົງຕິດຕາມການປະຕິບັດໜ້າທີ່ ຂອງແພດ-ໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ

Posted on 27/04/202027/04/2020 By All in LAOS No Comments on ນາຍົກລັດຖະມົນຕີ ລົງຕິດຕາມການປະຕິບັດໜ້າທີ່ ຂອງແພດ-ໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ

ຂປລ. ໃນຕອນເຊົ້າຂອງວັນທີ 27 ເມສາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ້ ການລະບາດຂອງພະຍາດໂຄວິດ-19 ໄດ້ລົງຢ້ຽມຢາມ ແລະ ຕິດຕາມ ສະພາບການປະຕິບັດໜ້າທີ່ວຽກງານກວດກາຄັດກອງ ແລະ ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ຂອງທີມແພດ-ໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ.


ທ່ານ ດຣ ສະຫນອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ 150 ຕຽງ ໃຫ້ຮູ້ວ່າ: ປັດຈຸບັນໂຮງໝໍມິດຕະພາບ ພວມສືບຕໍ່ປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ຈໍານວນ 11 ຄົນ ຊຶ່ງອາການຂອງຄົນເຈັບເຫລົ່ານີ້ ແມ່ນຢູ່ຂັ້ນຊົງຕົວເບົາບາງ ແລະ ຄົບກໍານົດການກິນຢາແລ້ວ ແຕ່ຍັງລໍຖ້າການກວດເພື່ອຢັ້ງຢືນເຊື້ອພະຍາດໂຄວິດຕື່ມອີກ; ພ້ອມນີ້ຍັງສືບຕໍ່ເຝົ້າລະວັງ ແລະ ຄັດກອງຄົນເຈັບກໍລະນີສົງໄສ ເພື່ອກວດຫາເຊື້ອ ແລະ ປິ່ນປົວໃຫ້ທັນການ.


ໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ເປັນຫ່ວງເປັນໄຍຕໍ່ບັນດາພະນັກງານແພດ-ໝໍ, ພະຍາບານ ທີ່ກໍາລັງປະຕິບັດໜ້າທີ່ດ້ວຍຄວາມເສຍສະຫລະ ເພື່ອຊ່ວຍເບິ່ງ ແຍງ ແລະ ປິ່ນປົວຄົນເຈັບຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຫລັງຈາກທີ່ ໃຫ້ການບໍລິການປິ່ນປົວຄົນເຈັບແລ້ວ ບັນດານັກຮົບເສື້ອຂາວເຫລົ່ານັ້ນ ຍັງໄດ້ຈໍາກັດບໍລິເວນຕົນເອງນຳອີກ ໂດຍບໍ່ໄດ້ກັບໄປຫາຄອບຄົວ. ພ້ອມກັນນີ້ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມເປັນຫວ່ງຕໍ່ຊີວິດການເປັນຢູ່ລວມທັງສະຖານທີ່ ແລະ ອຸປະກອນຕ່າງໆທີ່ຮັບໃຊ້ໃນການປະຕິບັດວຽກງານຮັບມືກັບພະຍາດໂຄວິດ-19. ພ້ອມທັງ ໄດ້ໃຫ້ກໍາລັງໃຈຄົນເຈັບທີ່ກໍາລັງປິ່ນປົວຢູ່ໂຮງໝໍແຫ່ງນີ້ ໃຫ້ເຊົາດີໄວໆ ແລະ ໃຫ້ປະຕິບັດຕາມຄໍາແນະນໍາຂອງແພດໝໍຢ່າງເຄັ່ງຄັດ.


ຂ່າວ:ມະນີທອນ, ພາບ:ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການເລື່ອງ ການຂົນສົ່ງສິນຄ້າພາຍໃນ, ເຂົ້າ-ອອກ ລະຫວ່າງປະເທດ ແລະ ຜ່ານແດນຢູ່ ສປປ ລາວ ໄລຍະ ໂຄວິດ-19
Next Post: ອ່ານດ່ວນ! ຄະນະສະເພາະກິດ ກໍານົດ 2 ໄລຍະ ຜ່ອນຜັນ ມາດຕະການ ໂຄວິດ-19

Related Posts

ແຈ້ງປັບລາຄານໍ້າມັນຂຶ້ນອີກຮອບ 29 ທັນວາ 2022 ຂ່າວສານບ້ານເມືອງ
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ຂ່າວສານບ້ານເມືອງ
ເຕືອນໄພ! ກຽມຮັບມືພາຍຸໄຕ້ຝຸ່ນ ໂຊເດວ (TY Saudel) ຫົວທີ່ 17 ແຕ່ໄລຍະວັນທີ 25 ຫາ 27 ຕຸລາ 2020 ຂ່າວສານບ້ານເມືອງ
ເປົ້າໝາຍພົວພັນ ຢ າ ເ ສ ບ ຕິ ດ 15 ຄົນ ຖືກສຶກສາອົບຮົມ ຂ່າວສານບ້ານເມືອງ
ພາບມຸມສູງ ນໍ້າຖ້ວມ ເມືອງໄຊຍະບູລີ 3 ສິງຫາ ຂ່າວສານບ້ານເມືອງ
ຊົມເຊີຍ! ຊາວບ້ານຫ້ວຍຫວາຍ ເມືອງ ບຸນໃຕ້ ແຂວງຜົ້ງສາລີ ຮ່ວມແຮງສ້າງຖະໜົນເອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme