Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖະແຫຼງຂ່າວ 25 ເມສາ ປົວດີ ອອກໂຮງໝໍອີກ 3 ຄົນ ບໍ່ພົບຄົນຕິດເຊື້ອເພີ່ມ 13 ມື້ຕິດຕໍ່ກັນ

Posted on 25/04/202025/04/2020 By All in LAOS No Comments on ຖະແຫຼງຂ່າວ 25 ເມສາ ປົວດີ ອອກໂຮງໝໍອີກ 3 ຄົນ ບໍ່ພົບຄົນຕິດເຊື້ອເພີ່ມ 13 ມື້ຕິດຕໍ່ກັນ

ວັນທີ 25 ເມສາ ຄົນເຈັບທີ່ຕິດເຊື້ອພະຍາດໂກວິດ 19 ໄດ້ຮັບອານຸຍາດໃຫ້ອອກໂຮງໝໍອີກ 3 ຄົນ 13 ມື້ຜ່ານມາ ສປປ ລາວ ບໍ່ມີຜູ້ຕິດເຊື້ອເພີ່ມ .

ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ຄວບຄຸມໂກວິດ 19 ຖະແຫລງໃນຕອນບ່າຍ ວັນທີ 25 ເມສານີ້ ເຖິງສະພາບການລະບາດຂອງພະຍາດ ໂກວິດ 19 ຢູ່ລາວວ່າ:ໃນວັນທີ 24 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 50 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 17 ຄົນ, ແຮງງານລາວທີ່ກັບມາຈາກ ປະເທດໄທ 26 ຄົນ ແລະ ມີຜູ້ຕິດເຊື້ອນອນຢູ່ໂຮງໝໍມິດຕະພາບ 7 ຄົນ ,ຜົນກວດທັງໝົດ 50 ຄົນ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 24 ເມສາ 2020 ບໍ່ມີກໍລະນີໃໝ່.


ຈໍານວນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 9 ມີນາ ຮອດ 24 ເມສາ 2020 ມີ 313 ຄົນ ເຊິ່ງເປັນຜູ້ສຳຜັດໃກ້ຊິດ ກັບຜູ້ທີ່ຕິດເຊື້ອ ໂຄວິດ-19 ຈໍານວນ 19 ກໍລະນີ, ຜູ້ທີສໍາຜັດໃກ້ຊິດທັງໝົດ 313 ຄົນ ມາຮອດປະຈຸບັນແມ່ນໄດ້ຄົບກຳນົດການຕິດຕາມ 14 ວັນແລ້ວ.


ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
ມື້ນີ້ກໍ່ມີຂ່າວດີມາແຈ້ງໃຫ້ບັນດາຊາບວ່າຜູ້ຕິດເຊື້ອທີ່ນອນຕິດຕາມຢູ່ໂຮງໝໍ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະຄືນ 7 ຄົນ ແລະ ພົບວ່າມີ 3 ຄົນຢູ່ໂຮງໝໍມິດຕະພາບ ບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ ເຊິ່ງຈະໄດ້ອອກໂຮງໝໍມື້ນີ້ ,ສະນັ້ນຈຶ່ງຍັງເຫຼືອມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ.

ຢູ່ໂຮງໝໍແຂວງຫຼວງພະບາງ 1 ຄົນ ເປັນເພດຊາຍ, ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ.


ຢູ່ໂຮງໝໍມິດຕະພາບ ມີ 11 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ.


ຮອດວັນທີ 25 ເມສາ ທົ່ວໂລກມີຜູ້ຕິດເຊື້ອພະຍາດທັງໝົດ 2.832 199ຄົນ ,ເພີ່ມຂຶ້ນ 101.151ຄົນ, ເສຍຊີວິດ 197.191ຄົນ, ປົວຫາຍດີ 786.029ຄົນ,ສະເພາະສະຫະລັດອາເມຣິກາ ມີຜູ້ຕິດເຊື້ອທັງໝົດ 926.969ຄົນ, ເສຍຊີວິດ 52.127ຄົນ (ຫລາຍກວ່າໝູ່ໃນໂລກ) ສປ ຈີນ ມີຜູ້ຕິດຊື້ອສະສົມທັງໝົດ 82.816ຄົນ, ເສຍຊີວິດ 4.632 ຄົນ, ປົວຫາຍດີ 77.346ຄົນ. ສສ ຫວຽດນາມ ມີຜູ້ຕິດເຊື້ອ 270ຄົນ ປົວຫາຍດີ 220 ຄົນ, ບໍ່ມີຜູ້ເສຍຊີວິດ. ໄທ ມີຜູ້ຕິດເຊື້ອ 2.854ຄົນ, ປົວຫາຍດີ 2.490ຄົນ, ເສຍຊີວິດ 50 ຄົນ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການດ່ວນ! ເພີ່ມມາດຕະການ ກັກທຸກຄົນທີ່ມາແຕ່ຕ່າງປະເທດ, ຜູ່ພົວພັບກັບຜູ່ຕິດເຊື້ອ ເຂົ້າສູນຕິດຕາມ
Next Post: ລົດກະບະຕໍາລົດບັນທຸກ ມີຜູ້ໄດ້ຮັບບາດເຈັບສາຫັດ 1 ຄົນ

Related Posts

ສປປ ລາວ ມີທ່າແຮງດ້ານການພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ ຂ່າວສານບ້ານເມືອງ
ຍີ່ປຸ່ນຊ່ວຍເຫຼືອປາກະປ໋ອງ 402 ໂຕນ ສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນ ຂ່າວສານບ້ານເມືອງ
ໄ ຟ ໄ ໝ້ ສະໜາມຂີ້ເຫຍື້ອຫລັກ 32 ສະຫງົບລົງສູ່ສະພາບປົກກະຕິ ຂ່າວສານບ້ານເມືອງ
ອຸຕຸເຕືອນໄພ! ກຽມຮັບມືກັບພາຍຸໝຸນເຂດຮ້ອນ ໂນອຶນ ຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງໃນແຕ່ລະພາກ ຂ່າວສານບ້ານເມືອງ
ຄົນລາວ ໄດ້ຮັບການຊ່ວຍເຫຼືອຄືນປະເທດ ຫຼັງຕິດຄ້າງຢູ່ຕ່າງປະເທດ ຍ້ອນ ໂຄວິດ-19 ຂ່າວສານບ້ານເມືອງ
ທ່ານ ຟ້າມມິງຈິງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ແຫ່ງ ສສ ຫວຽດນາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme