Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດກະບະຕໍາລົດບັນທຸກ ມີຜູ້ໄດ້ຮັບບາດເຈັບສາຫັດ 1 ຄົນ

Posted on 25/04/202025/04/2020 By All in LAOS No Comments on ລົດກະບະຕໍາລົດບັນທຸກ ມີຜູ້ໄດ້ຮັບບາດເຈັບສາຫັດ 1 ຄົນ

ເຈົ້າໜ້າທີ່ກອງຮ້ອຍຈະລາຈອນ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ວ່າ: ໃນວັນທີ 24 ເມສາ 2020, ເວລາ 20:30 ໂມງ, ໄດ້ມີອຸບັດຕິເຫດເກີດຂຶ້ນ ລົດກະບະ ເລກທະບຽນ ກຂ 5079 ຕຳກັບລົດບັນທຸກ ເລກທະບຽນ ບກ 1434, ຢູ່ທາງເຂດບ້ານສົມສະຫ້ວນ (ເສັ້ນທາງ13ໃຕ້) ເມືອງໄຊທານີ ນະຄອນຫຼວງ. ລົດກະບະທີ່ເກີດອຸບັດຕິເຫດ ເລກທະບຽນ ກຂ 5079 ຂັບຂີ່ໂດຍທ້າວ ທຳມະສິງ ອາຍຸ 26 ປີ, ສັນຊາດລາວ, ປັດຈຸບັນຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ຜູ້ກຽ່ວແມ່ນບາດເຈັບສາຫັດ).

ສ່ວນລົດບັນທຸກ ຄູ່ກໍລະນີ ເລກທະບຽນ ບກ 1434 ຂັບຂີ່ໂດຍທ້າວ ບຸນເສີມ, ອາຍຸ 29 ປີ, ສັນຊາດລາວ, ປັດຈຸບັນ ຢູ່ບ້ານນ້ຳຕົ້ມ ເມືອງແປກ ແຂວງຊຽງຂວາງ (ຜູ້ກ່ຽວແມ່ນບໍ່ໄດ້ຮັບບາດເຈັບ).

ສຳລັບລົດທັງ 2 ຄັນ ແມ່ນເປ່ເພ່ສົມຄວນ, ຜູ້ຂັບລົດບັນທຸກ ເປົ່າທາດເຫຼົ້າແມ່ນບໍ່ເກີນກຳນົດ, ສ່ວນຜູ້ຂັບຂີ່ລົດກະບະບໍ່ສາມາດເປົ່າທາດເຫຼົ້າໄດ້ ຍ້ອນຜູ້ກ່ຽວບາດເຈັບສາຫັດ. ສຳລັບສາເຫດຂອງການເກີດອຸບັດຕິເຫດຄັ້ງນີ້ ເຈົ້າໜ້າທີ່ແມ່ນຈະໄດ້ສືບສວນ-ສອບສວນຂໍ້ເທັດຈິງຕາມລະບຽບກົດໝາຍຕໍ່ໄປ.

ປກສ ນວ

ຂ່າວສານບ້ານເມືອງ

Post navigation

Previous Post: ຖະແຫຼງຂ່າວ 25 ເມສາ ປົວດີ ອອກໂຮງໝໍອີກ 3 ຄົນ ບໍ່ພົບຄົນຕິດເຊື້ອເພີ່ມ 13 ມື້ຕິດຕໍ່ກັນ
Next Post: ແຈ້ງການເລື່ອງ ການຂົນສົ່ງສິນຄ້າພາຍໃນ, ເຂົ້າ-ອອກ ລະຫວ່າງປະເທດ ແລະ ຜ່ານແດນຢູ່ ສປປ ລາວ ໄລຍະ ໂຄວິດ-19

Related Posts

ແຂວງໄຊສົມບູນ ທໍ າ ລ າ ຍ ສ ວ ນ ຝິ່ ນ ຫຼາຍກວ່າ 2 ເຮັກຕາ ຂ່າວສານບ້ານເມືອງ
ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຂ່າວສານບ້ານເມືອງ
ພາບບັນຍາກາດທີ່ຫາເບິ່ງໄດ້ຍາກຄວາມຫ່ວງໃຍ ຈາກຜູ້ໃຈບຸນທີ່ມາຊ່ວຍເຫຼືອບັນເທົາຄວາມໜາວ ຂ່າວສານບ້ານເມືອງ
ລັດຖະບານອິນເດຍ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ຕ້ານການລະບາດ ໂຄວິດ-19 ຂ່າວສານບ້ານເມືອງ
ອຸປະຕິເຫດ! ລົດເສຍຫຼັກປີ້ນກະທັນຫັນ ຂ່າວສານບ້ານເມືອງ
ທ່ານ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ຊີ້ແຈງ ບັນຫານໍ້າມັນຂາດປໍ້າ ມີຫຼາຍສາເຫດ. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme