Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ນວ ຕ້ອງເພີ່ມທະວີຄວາມເຂັ້ມງວດການກວດກາລາດຕະເວນ ແລະ ກວດກາການເຂົ້າ-ອອກເມືອງ

Posted on 25/04/202025/04/2020 By All in LAOS No Comments on ປກສ ນວ ຕ້ອງເພີ່ມທະວີຄວາມເຂັ້ມງວດການກວດກາລາດຕະເວນ ແລະ ກວດກາການເຂົ້າ-ອອກເມືອງ

ໃນວັນທີ 24 ເມສາ 2020, ພົຕ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງຊີ້ນຳວຽກງານປ້ອງກັນໄລຍະເຝົ້າລະວັງການແຜ່ລະບາຍພະຍາດໂຄວິດ-19 ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍທ່ານກ່າວເນັ້ນໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງວຽງຈັນ ເພີ່ມທະວີໃນການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ ໂດຍໃຫ້ເອົາໃຈໃສ່ໃນການກວດກາລາດຕະເວນຕາມເສັ້ນທາງ ແລະ ກວດກາການເຂົ້າ-ອອກເມືອງ ໃນຂອບເຂດທີ່ຕົນຮັບຜິດຊອບ; ພ້ອມທັງສົມທົບກັບຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ຜົນກະທົບຈາກພະຍາດໂຄວິດ-19 ໂດຍສະເພາະຜູ້ທີ່ຖືກກັກກັນຢູ່ເຮືອນ, ຢູ່ບ້ານ ຫຼື ສູນ ແລະ ຜູ້ທີ່ໄປ-ມາຫາກັນ ຕ້ອງເຂົ້າໃຈສະພາບການໃຫ້ດີ, ບໍ່ໃຫ້ປະໝາດເດັດຂາດ ໄລຍະນີ້ໃຫ້ງົດອອກຈາກບ້ານຈົນເຖິງວັນທີ 03 ພຶດສະພາ 2020, ທຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

ໃນໂອກາດນີ້ ພັທ ສຸກພະຈັນ ບຸດດາຄໍາ ຮັກສາການຫົວໜ້າກອງບັນຊາການ ປກສ ນວ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດ 10 ແຜນວຽກໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ຮັບຜິດຊອບ. ນອກນັ້ນ, ບັນດາຄະນະກອງບັນຊາການ ປກສ ນວ ກໍ່ໄດ້ປະກອບຄໍາຄິດເຫັນ ໂດຍຍົກໃຫ້ເຫັນບາງບັນຫາທີ່ພົ້ນເດັ່ນເປັນຕົ້ນ ແມ່ນການແກ້ໄຂປະກົດການຫຍໍ້ທໍ້, ການລົງເຮັດບົດທຶກກ່າວເຕືອນຜູ້ທີ່ລະເມີດ, ບັນດາຫົວໜ່ວຍທຸລະກິດ ທີ່ຍັງດື້ດ້ານລະເມີດຄໍາສັ່ງ 06/ນຍ. ໃນຕອນທ້າຍ ພົຕ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ມອບເງິນຈໍານວນ 50 ລ້ານກີບ ແລະ ຜ້າອັດປາກ 50 ກັບ ໃຫ້ ປກສ ນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ການປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບ ນວ, ຕາງໜ້າຮັບໂດຍ ພັທ ສຸກພະຈັນ ບຸດດາຄໍາ ຮັກສາການຫົວໜ້າກອງບັນຊາການ ປກສ ນວ.

ຂ່າວ: ລັດຕະນະ, ປກສ ນວ

ຂ່າວສານບ້ານເມືອງ

Post navigation

Previous Post: ນະຄອນຫຼວງ 21 ວັນ ພົບຜູ້ລະເມີດ ຄໍາສັ່ງ 06/ນຍ 69.893 ຄົນ, ຮ້ານຄ້າ 49 ກໍລະນີ
Next Post: ແຈ້ງການເພີ່ມເຕີມ ກ່ຽວກັບການຄິດໄລ່ອາກອນລາຍໄດ້ຈາກເງິນເດືອນ ໄລຍະ COVID-19

Related Posts

ແຈ້ງເຕືອນຝົນຕົກໜັກພ້ອມມີລົມພັດແຮງ ຂ່າວສານບ້ານເມືອງ
ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ຂ່າວສານບ້ານເມືອງ
ປັບລາຄານໍ້າມັນຂາຍຍ່ອຍຂຶ້ນອີກ ເລີ່ມ 1/7/2020 ຂ່າວສານບ້ານເມືອງ
ດ່ວນທີ່ສຸດເດີ້! ໃຜມີລາຍຊື່ດັ່ງນີ້ໃຫ້ໄປສະເໜີໂຕລົງທະບຽນເພື່ອເກັບຕົວຢ່າງຊອກເຊື້ອພະຍາດໂ ຄ ວິ ດ ທີ່ຈຸດເກັບຕົວຢ່າງເດີ່ນບານຫຼັກ 4 ນະຄອນໄກສອນ ຂ່າວສານບ້ານເມືອງ
ສໍາເລັດແລ້ວ! ໂຮງໝໍກະເສມລາດ ທັນສະໄໝ ກຽມພ້ອມໃຫ້ບໍລິການ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 114 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme