ຕັ້ງດ່ານກວດ 21 ວັນ ພົບຜູ້ລະເມີດ 69.893 ຄົນ, ຮ້ານຄ້າ 49 ກໍລະນີ
ປກສ ນວ: ນັບແຕ່ມີແຈ້ງການໃຫ້ເຝົ້າລະວັງການແຜ່ເຊື້ອພະຍາດໂຄວິດ-19 ແຕ່ວັນທີ 1 ຫາ 21 ເມສາ 2020 ເຈົ້າໜ້າທີ່ກໍາລັງ ປກສ ນະຄອນຫຼວງວຽງຈັນ ໄດ້ສຸມຈິດສຸມໃຈປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ; ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ມີການຊີ້ນຳ-ນຳພາຢ່າງໃກ້ຊິດ

ໂດຍແບ່ງຄວາມຮັບຜິດຊອບໃຫ້ແຕ່ພາກສ່ວນຢ່າງຄັກແນ ເພື່ອສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ, ທັງເປັນການປ້ອງກັນບໍ່ໃຫ້ມີເຫດການຮ້າຍແຮງຂຶ້ນເກີດໃນໄລຍະວິກິດນີ້; ໃນນີ້, ໄດ້ຕັ້ງດ່ານກວດເຂົ້າ-ອອກເມືອງຕາມເສັ້ນທາງ ສາມາດກັກພາຫະນະໄດ້ທັງໝົດ 56.895 ຄັນ, ໄດ້ສຶກສາອົບຮົມ ທັງໝົດ 69.893 ຄົນ ແລະ ສາມາດແກ້ໄຂໄດ້ 51 ເລື່ອງ.

ອີງຕາມການສ່ອງແສງລາຍງານແຕ່ວັນທີ 1-21 ເມສາ 2020 ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 21 ວັນຜ່ານມາ ເຈົ້າໜ້າທີ່ກຳລັງ ປກຊ-ປກສ ນະຄອນຫຼວງວຽງຈັນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເປັນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ;

ເຊິ່ງສັງເກດເຫັນວ່າໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ມີການຕັ້ງດ່ານກວດການເຂົ້າ-ອອກ ພາຍໃນບ້ານ, ເມືອງ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ໃນວັນທີ 1 ຫາ 7 ເມສາ ມີຈຸດຕັ້ງດ່ານທັງໝົດ 17 ຈຸດ, ວັນທີ 8-14 ມີ 29 ຈຸດ ແລະ ວັນທີ 15-21 ເມສາ ມີທັງໝົດ 229 ຈຸດ ໄດ້ກວດກາພາຫະນະທັງໝົດ 56,895 ຄັນ; ໃນນີ້, ມີລົດໃຫຍ່ 36,749 ຄັນ, ລົດຈັກ 19,781 ຄັນ, ລົດຂົນສົ່ງສິນຄ້າ 364 ຄັນ ໄດ້ສຶກສາອົບຮົມຜູ້ລະເມີດຄໍາສັ່ງ 06/ນຍ ທັງໝົດ 69.893 ຄົນ, ຍິງ 30.685 ຄົນ; ພ້ອມນີ້ກໍາລັງປ້ອງກັນເຄື່ອນທີ່ ໄດ້ສົມທົບກັບສະຖານີ 1191 ແລະ ທະຫານນະຄອນຫຼວງວຽງຈັນ ອອກກວດກາລາດຕະເວັນ ທັງເວັນ ແລະ ຄືນ;

ເຊິ່ງໄດ້ພົບເຫັນບັນດາບຸກຄົນ, ບໍລິສັດ, ຫ້າງຮ້ານທີ່ດື້ດ້ານຝ່າຝືນຄໍາສັ່ງເລກທີ 06/ນຍ, ມາດຕະການຕ່າງໆໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ ທັງໝົດ 49 ກໍລະນີ ແລະ ໄດ້ກັກຕົວເປົ້າໝາຍໄດ້ 3 ຄົນ ພົບຢາບ້າ 263 ເມັດ ໄດ້ມອບໃຫ້ ປກສ ເມືອງສີໂຄດຕະບອງ ແລະ ປກສ ເມືອງປາກງື່ມ ດຳເນີນຄະດີຕາມກົດໝາຍ.

ນອກຈາກນີ້, ໄດ້ເອົາໃຈໃສ່ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ມີທັງໝົດ 60 ເລື່ອງ, ສາມາດແກ້ໄຂໄດ້ 51 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 85 ຄົນ, ຍິງ 7 ຄົນ ແລະ ມີອຸບັດຕິເຫດເກີດຂຶ້ນ 28 ເລື່ອງ, ພະຫະເປເພທັງໝົດ 28 ຄັນ, ເສຍຊີວິດ 3 ຄົນ, ມີອັກຄີໄພເກີດຂຶ້ນ 2 ລາຍ.
ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ