Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ນວ ກວດພົບອີກຮ້ານເກມ 3 ແຫ່ງ ຝ່າຝືນຄໍາສັງ

Posted on 24/04/202024/04/2020 By All in LAOS No Comments on ປກສ ນວ ກວດພົບອີກຮ້ານເກມ 3 ແຫ່ງ ຝ່າຝືນຄໍາສັງ

ເຈົ້າໜ້າທີ່ລົງເຮັດບົດບັນທຶກ ພ້ອມໃຫ້ປິດ 3 ຮ້ານເກມອອນລາຍທີ່ຍັງເປີດບໍລິການ

ໃນວັນທີ 23 ເມສາທີ່ຜ່ານມາ ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມຂອບເຂດເມືອງໄຊເສດຖາ ຫາເມືອງຫາດຊາຍຟອງ ໄດ້ພົບເຫັນຮ້ານເກມອອນລາຍຍັງເປີດໃຫ້ບໍລິການ ລວມມີ 3 ຮ້ານ; ເຊີ່ງຖືວ່າເປັນການລະເມີດ ຝາຝືນຕໍ່ຄໍາສັ່ງເລກທີ 06/ນຍ, ເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ໃຫ້ປິດຮ້ານ.

ຄື: ເວລາ 14:40 ໂມງ ໄດ້ພົບເຫັນຊາຍໜຸ່ມຄົນໜຶ່ງຢືນຢູ່ໜ້າຮ້ານເກມອອນລາຍ 89 ຢູ່ບ້ານໂນນສະຫງ່າ ເມືອງໄຊເສດຖາ, ກວດຄົ້ນຕົວພົບຢາບ້າ 1 ເມັດ ແລະ ບັດເຕີມເກມ, ຈຶ່ງກັກຕົວໄວ້ກ່ອນ ຄື: ທ້າວ ວົງ, ອາຍຸ 45 ປີ;

ພ້ອມເຂົ້າເຮັດບົດບັນທຶກກ່າວເຕືອນກັບເຈົ້າຂອງຮ້ານເກມດັ່ງກ່າວ ທີ່ຍັງເປີດໃຫ້ບໍລິການ ເວລາ 20:30 ໂມງ ໄດ້ເຂົ້າເຮັດບົດບັນທຶກກ່າວເຕືອນກັບຮ້ານເກມອອນລາຍ ທີທີ, ຢູ່ບ້ານຊໍາເຄ້ ເມືອງໄຊເສດຖາ ແລະ

ເວລາ 22:00 ໂມງ ໄດ້ເຂົ້າເຮັດບົດບັນທຶກກ່າວເຕືອນກັບເຈົ້າຂອງຮ້ານເກມອອນລາຍສະປອດ 777, ຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ທີ່ຍັງເປີດໃຫ້ບໍລິການ; ພ້ອມໃຫ້ປິດຮ້ານ.

.

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດເຕືອນ ພາຍຸລະດູຮ້ອນ 24-26 ເມສາ
Next Post: ນະຄອນຫຼວງ 21 ວັນ ພົບຜູ້ລະເມີດ ຄໍາສັ່ງ 06/ນຍ 69.893 ຄົນ, ຮ້ານຄ້າ 49 ກໍລະນີ

Related Posts

6 ເດືອນຕົ້ນປີ 2021 ເມືອງໂຂງ ສາມາດມ້າງຄະດີ ຢ າ ເສ ບ ຕິ ດ ໄດ້ 36 ລາຍ ຂ່າວສານບ້ານເມືອງ
ປກສ ຈັບແກ້ງພົວພັນຢາເສບຕິດແລະຂາຍອາວຸດເສິກທີ່ເຂດບ້ານນາໄຊ ຂ່າວສານບ້ານເມືອງ
ກະຊວງສຶກສາແຈ້ງການດ່ວນ ໂຈະການຮຽນແບບເຊິ່ງໜ້າ ອານຸບານ ແລະ ປ1-ປ4 ຂ່າວສານບ້ານເມືອງ
ສົກຮຽນ 2019-2020 ເມືອງລະຄອນເພັງມີນັກຮຽນຈົບຊັ້ນ ມໍ7 ທັງໝົດ 211 ຄົນ ຂ່າວສານບ້ານເມືອງ
ກັບມາຮັບຜິດຊອບດ່ວນ! ກໍ່ເຫດຕໍາປະຕູໂຂງວັດແລ້ວລົບໜີ ຂ່າວສານບ້ານເມືອງ
ຄະນະນໍາແຂວງຈໍາປາສັກ ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme