ທີມວິໄຈຂອງມະຫາວິທະຍາໄລອ໋ອກຟອດເລີ່ມການທົດລອງວັກຊີນຕ້ານໄວຣັສໂຄວິດ-19 ກັບມະນຸດເທື່ອທໍາອິດໃນເອີຣົບ ໂດຍມີຜູ້ເຂົ້າຮ່ວມການທົດລອງໄດ້ຮັບວັກຊີນແລ້ວ 2 ຄົນ

ສຳນັກຂ່າວ ບີບີຊີ ລາຍງານວ່າ ທີມວິໄຈຂອງມະຫາວິທະຍາໄລ ອ໋ອກຟອດ ເລີ່ມການທົດລອງວັກຊີນປ້ອງກັນໄວຣັສໂຄວິດ-19 ກັບມະນຸດເທື່ອທໍາອິດໃນທະວີບເອີຣົບຢ່າງເປັນທາງການແລ້ວໃນມື້ວັນພະຫັດທີ່ 23 ເມສາ 2020 ໂດຍສີດໃຫ້ແກ່ຜູ້ເຂົ້າຮ່ວມການທົດສອບ 2 ຄົນທໍາອິດຈາກຈໍານວນຄົນທັງໝົດຫຼາຍກວ່າ 800 ຄົນ

ໃນການທົດລອງດັ່ງກ່າວ ໝໍຈະສີດວັກຊີນໄວຣັດໂຄວິດ-19 ໃຫ້ແກ່ຜູ້ເຂົ້າຮ່ວມການທົດລອງເຄິ່ງໜຶ່ງ ສ່ວນອີກເຄິ່ງໜຶ່ງຈະໄດ້ຮັບວັກຊີນຄວບຄຸມເຊິ່ງປ້ອງກັນພະຍາດເຍື່ອຫຸ້ມສະໝອງອັກເສບ ເຮັດໃຫ້ຜູ້ຮ່ວມທົດລອງບໍ່ຮູ້ວ່າພວກເຂົາໄດ້ຮັບວັກຊີນຫຍັງ ມີພຽງແພດທີ່ຮູ້

ເຖິງຢ່າງໃດກໍຕາມ ນາງ ເອລິຊາ ເກນາໂຕ ໜຶ່ງໃນຜູ້ຮັບວັກຊີນ 2 ຄົນທໍາອິດບອກກັບບີບີຊີວ່າ ນາງກໍເປັນນັກວິທະຍາສາດ ຈຶ່ງຢາກສະໜັບສະໜູນຂະບວນການທາງວິທະຍາສາດບໍ່ວ່າທາງໃດກໍທາງໜຶ່ງ

ທັງນີ້ ວັກຊີນຕ້ານໂຄວິດ-19 ຕົວນີ້ໄດ້ຮັບການພັດທະນາໂດຍທີມຈາກມະຫາວິທະຍາລັຍ ອ໋ອກຟອດ ໂດຍໃຊ້ເວລາບໍ່ຮອດ 3 ເດືອນ ເຊິ່ງມະຫາວິທະຍາລັຍອ໋ອກຟອດ ພັດທະນາວັກຊີນຕ້ານໄວຣັສ (Mers) ຊຶ່ງເປັນໄວຣັດສໃນຕະກູນໂຄໂຣນາອີກສາຍພັນໜຶ່ງ ສຳເລັດມາຫຼາຍແລ້ວ ແລະ ໃຊ້ວິທີການດຽວກັນໃນການພັດທະນາວັກຊີນຕ້ານໂຄວິດ-19

ສ. ຊາຣາ ກິວເບິດ ສາດສະດາຈານດ້ານວັກຊີນວິທະຍາ ຂອງສະຖາບັນ ເຈນເນວ ຜູ້ນຳການດ້ານວິໄຈຂອງອ໋ອກຊອດໃນຂັ້ນ ‘pre-clinical’ ຫຼື ຂັ້ນການທົດລອງໃນສັດກ່ອນເຖິງຂັ້ນທົດລອງກັບມະນຸດ ກ່າວວ່າ ນາງມີຄວາມໝັ້ນໃຈໃນວັກຊີນຕົວນີ້ຫລາຍເຖິງ 80% “ແນ່ນອນເຮົາຕ້ອງທົດສອບ ແລະ ເກັບຂໍ້ມູນຈາກມະນຸດກ່ອນ ເຮົາຕ້ອງສະແດງໃຫ້ເຫັນວ່າມັນໃຊ້ໄດ້ຜົນແທ້ ແລະ ຢັບຢັ້ງບໍ່ໃຫ້ຄົນຕິດເຊື້ອໄດ້ ກ່ອນທີ່ຈະເລີ່ມໃຊ້ວັກຊີນຕົວນີ້ກັບຄົນຈຳນວນຫຼາຍ”