Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະໜາມກ໋ອບເເມ່ຂອງ ລະເມີດຄໍາສັ່ງ ເຈົ້າໜ້າທີ່ ລົງເຮັດບົດບັນທຶກ!

Posted on 23/04/202023/04/2020 By All in LAOS No Comments on ສະໜາມກ໋ອບເເມ່ຂອງ ລະເມີດຄໍາສັ່ງ ເຈົ້າໜ້າທີ່ ລົງເຮັດບົດບັນທຶກ!

ເຮັດບົດບັນທຶກກັບຜູ້ປະກອບການ ທີ່ດຳເນີນກິດຈະການໃນໄລຍະເຝົ້າລະວັງການ ເເຜ່ລະບາດຂອງພະຍາດໂຄວິດ-19

ໃນວັນທີ 22 ເມສາ 2020, ເຈົ້າໜ້າທີ່ສະຖານີກອງວົງຈອນປິດ 1191 ຕາດທອງ ໄດ້ສົມທົບກັບ ປກສ ກຸ່ມໜອງໜ້ຽວ ແລະ ອຳນາດການປົກຄອງບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ພ້ອມກັນລົງກວດກາສະໜາມກ໋ອບເເມ່ຂອງ ທີ່ເປີດໃຫ້ບໍລິການລູກຄ້າຢ່າງເປັນປົກກະຕິໃນໄລຍະທີ່ເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19.


ຜ່ານການສອບຖາມບຸກຄົນທີ່ກ່ຽວຂ້ອງໂດຍກົງກັບສະໜາມກ໋ອບເເມ່ຂອງ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ທາງສະໜາມກ໋ອບເເມ່ຂອງ ໄດ້ເປີດໃຫ້ບໍລິການແກ່ບັນດາລູກຄ້າທີ່ມາໃຊ້ບໍລິການແທ້ ເນື່ອງຈາກອີງໃສ່ຄຳສັ່ງຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນອັນເກົ່າ. ສະນັ້ນນັບແຕ່ວັນທີ 23 ເມສາ 2020 ເປັນຕົ້ນໄປ ທາງສະໜາມກ໋ອບເເມ່ຂອງ ຈະປິດໃຫ້ບໍລິການຈົນກວ່າຈະມີຄຳສັ່ງຈາກພວກສ່ວນທີ່ກ່ຽວຂ້ອງ ຈຶ່ງຈະເປີດໃຫ້ບໍລິການເປັນປົກກະຕິ.

ດັ່ງນັ້ນທາງເຈົ້າໜ້າທີ່ຈື່ງໄດ້ກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ ຖ້າຫາກມີການລະເມີດບົດທຶກສະບັບດັ່ງກ່າວ ຈະຖືກດຳເນີນຕາມຂັ້ນຕອນຂອງກົດໝາຍ; ເຊິ່ງການປະຕິບັດການຂອງເຈົ້າໜ້າທີ່ໃນຄັ້ງນີ້ ແມ່ນອີງໃສ່ຄຳສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ຂະຫຍາຍເວລາການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວຈາກວັນທີ 11-20 ມີນາ 2020 ມາເປັນວັນທີ 20 ເມສາ -3 ພຶດສະພາ 2020.

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮງງານທີ່ຕ້ອງການດໍາເນີນກິດຈະການ ໄລຍະ ໂຄວິດ-19 ໃຫ້ປະຕິບັດດັ່ງນີ້
Next Post: ຈັບມາລົງໂທດ! ຝ່າຝືນຄໍາສັ່ງ ຫ້າມເປີດຮ້ານອິນເຕີເນັດ ຮ້ານເກມ! ຊົມເຊີຍເຈົ້າໜ້າທີ່

Related Posts

ເຫດ ຍິ ງ ນາຍບ້ານ ແລ້ວ ຈູ ດ ເຮືອນ ເ ຜົ າ ຕົນເອງ ທີ່ເມືອງຊະນະສົມບູນ ແຂວງຈຳປາສັກ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ລັດຖະບານແຈ້ງການເລື່ອງ ໂຄວິດ-19 ຂ່າວສານບ້ານເມືອງ
ຮອງລັດຖະມົນຕີ ປກສ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ຂ່າວສານບ້ານເມືອງ
ໜ້າກາກອະນາໄມແບບຜ້າ ບໍ່ສາມາດປ້ອງກັນໂຄວິດໂອໄມຄຣອນໄດ້ ຂ່າວສານບ້ານເມືອງ
21 ເມສາ ລາວລາຍງານຜູ່ຕິດເຊື້ອເພີ່ມ +0 ເປັນມື້ທີ່ 9 ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 267ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme