Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດປັບລາຄານໍ້າມັນລົງ400ກີບທົ່ວປະເທດ ເລີ່ມປະຕິບັດ 24 ເມສາ

Posted on 23/04/202023/04/2020 By News No Comments on ປະກາດປັບລາຄານໍ້າມັນລົງ400ກີບທົ່ວປະເທດ ເລີ່ມປະຕິບັດ 24 ເມສາ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400ກີບທຸກຊະນິດ ເລີ່ມປະຕິບັດໃນັວນທີ24 ເມສາ 2020 ເຮັດໃຫ້ນໍ້າມັນແອັດຊັງທຳມະດາຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່7.040ກີບຕໍ່ລິດ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 23 ເມສາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ,
ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ24 ເມສາ 2020  ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ500 ກີບທຸກຊະນິດ ແລະປັບລົງລາຄານໍ້າມັນເຊື້ອໄຟ 400ກີບທຸກຊະນິດ.  ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ
ສະບັບເລກທີ0301  ລົງວັນທີ 23 ເມສາ  2020 ຈົນກວ່າຈະມີການປຽນແປງ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0349/ອຄ.ກຄພນ, ລົງວັນທີ 01 ເມສາ 2020

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫະລັດຢືນຢັນພົບແມວບ້ານ 2 ໂຕຕິດເຊື້ອໂຄວິດ ນັບເປັນສັດລ້ຽງສອງໂຕທໍາອິດໃນສະຫະລັດທີ່ພົບວ່າຕິດເຊື້ອໄວຣັສ ຫຼັງກ່ອນໜ້ານີ້ມີເສືອ ສິງໃຫຍ່ ທັງໝົດ13 ໂຕ ຢູ່ໃນສວນສັດບອງທີ່ຕິດເຊື້ອໂຄວິດ
Next Post: ໂຮງງານທີ່ຕ້ອງການດໍາເນີນກິດຈະການ ໄລຍະ ໂຄວິດ-19 ໃຫ້ປະຕິບັດດັ່ງນີ້

Related Posts

ແຈ້ງຂ່າວ ພິທີຊາປະນະກິດ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ຂ່າວສານບ້ານເມືອງ
ສຳນັກງານ​ເມືອງ​ຍົມ​ມະ​ລາດ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ຜູ້ຖືກຜົນກະທົບຈາກອັກຄີໄພ ທີ່ບ້ານ​ເໝືອງ ເມືອງຍົມ​ມະ​ລາດ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມ 335ຄົນ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ປກສ ນວ ສົມທົບກັບ ພະແນກອຸດສະຫະກໍາ ແລະ ການຄ້າ ລົງກວດກາສິນຄ້າ 13 ຕະຫຼາດ ທີ່ຂຶ້ນກັບ 4 ຕົວເມືອງ ຂ່າວສານບ້ານເມືອງ
ພະຍາກອນອາກາດມື້ນີ້ ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຂ່າວສານບ້ານເມືອງ
ສະຫາຍ ຄຳພັນ ເຜີຍຍະວົງ ເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme