Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຢຍລະມັນ ອານຸມັດການທົດລອງວັກຊີນຕ້ານໄວຣັສໂຄວິດ-19 ກັບມະນຸດແລ້ວ ເພື່ອໃຫ້ວັກຊີນພ້ອມໃຊ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້

Posted on 23/04/202023/04/2020 By News No Comments on ເຢຍລະມັນ ອານຸມັດການທົດລອງວັກຊີນຕ້ານໄວຣັສໂຄວິດ-19 ກັບມະນຸດແລ້ວ ເພື່ອໃຫ້ວັກຊີນພ້ອມໃຊ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້

ໜ່ວຍ​ງານ​ກວດ​ສອບ​ຂອງ​ເຢຍລະມັນ ອ​ານຸ​ມັດ​ການ​ທົດລອງ​ວັກ​ຊີນ​ຕ້ານ​ໄວ​ຣັສ​ໂຄ​ວິດ​-19 ກັບມະນຸດ​ແລ້ວ ເພື່ອ​ໃຫ້​ວັກ​ຊີນ​ພ້ອມ​ໃຊ້​ໂດຍ​ໄວ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້

ສຳ​ນັກ​ຂ່າວ ຊາເເນວນິວເອເຊຍ ລາຍ​ງານ​ວ່າ ສ​ະຖາ​ບັນ Paul-Ehrlich-Institut: PEI ໜ່ວຍ​ງານ​ຄວບ​ຄຸມ​ການ​ໃຊ້​ວັກ​ຊີນ​ຂອງ​ເຢຍ​ລະມັນ​ ໄດ້ອອກຖະແຫຼງ​ກາ​ນ​ໃນ​ວັນ​ພຸດ​ທີ 22 ເມສາ 2020 ອະ​ນຸ​ມັດການ​ທົດລອງ​ວັກ​ຊີນ​ຕ້ານ​ເຊື້ອ​ໄວ​ຣັສ​ໂຄ​ວິດ​-19 ກັບ​ມະນຸດ​ເປັນ​ເທື່ອ​ທໍາອິດ​ຂອງ​ປະເທດ

ວັກ​ຊີນ​ດັ່ງ​ກ່າວ​ທີ່ພັດທະນາ​ໂດຍ​ບໍລິສັດ​ໄບ​ໂອ​ເທັກ​ໂນ​ໂລ​ຢີ “BioNTech” ຮ່ວມ​ກັບ​ບໍລິສັດ​ເພ​ສັດ​ກຳ​ຍັກ​ໃຫຍ່(Pfizer) ທີ່ມີ​ຊື່​ວ່າ “BNT1692”

Israel's envoy to Germany tests positive for COVID-19

ນີ້​ນັບເປັນ​ການ​ທົດລອງ​ວັກ​ຊີນ​ຕ້ານ​ໂຄ​ວິດ​-19 ກັບມະນຸດ​ໂຄງ​ການ​ທີ່ 4 ຂອງ​ໂລກ​ ໂດຍ​ໃນ​ຂັ້ນ​ທໍາອິດ​ຈະ​ທົດລອງ​ໃນ​ຄົນສຸຂະພາບ​ແຂງ​ແຮງ​ອາ​ຍຸ​ລະຫວ່າງ 18-55 ປີ ຈຳນວນ 200 ຄົນ ສ່ວນ​ໃນ​ຂັ້ນ​ທີ່ 2 ຈະ​ທົດລອງ​ກັບ​ຄົນ​ຈຳນວນ​ຫຼາຍ​ຂຶ້ນ ລວມທັງ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ຈາກ​ໄວ​ຣັສ​ໂຄວິດ​ນີ້​ສູງ​ກວ່າ​ຄົນ​ທົ່ວ​ໄປ​ດ້ວຍ ແຕ່​ບໍ່​ລະ​ບຸ​ຊັດເຈນ​ວ່າ​ການ​ທົດລອງ​ຈະ​ເລີ່ມ​ຂຶ້ນ​ມື້​ໃດ

Europe in coronavirus vaccine battle with US

PEI ລະ​ບຸ​ໃນ​ຖະແຫຼງການກວ່າ​ວ່າ ການ​ທົດລອງ​ນີ້​ເປັນ​ຂັ້ນ​ຕອນ​ສຳຄັນ​ຫຼາຍ​ໃນ​ການເຮັດໃຫ້​ວັກ​ຊີນ​ພ້ອມ​ໃຊ້​ງານ​ໄດ້​ໂດຍ​ໄວ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ໂດຍ​ການອະນຸມັດ​ເກີດ​ຂຶ້ນ​ຫຼັງ​ຈາກ​ການ​ປະ​ເມີນ​ຄວາມ​ສ່ຽງ ແລະ​ ການ​ທົດລອງ​ວັກ​ຊີນ​ຕົ້ນ​ແບບ​ອື່ນ​ໆ ໃນ​ປະເທດຈະ​ເກີດ​ຂຶ້ນ​ພາຍ​ໃນອີກບໍ່ດົນ

ຂ່າວສານບ້ານເມືອງ

Post navigation

Previous Post: ບ້ານໜອງຫອຍ ຕັ້ງຈຸດກວດກາເຂັ້ມງວດປ້ອງກັນ ໂຄວິດ-19
Next Post: ສະຫະລັດຢືນຢັນພົບແມວບ້ານ 2 ໂຕຕິດເຊື້ອໂຄວິດ ນັບເປັນສັດລ້ຽງສອງໂຕທໍາອິດໃນສະຫະລັດທີ່ພົບວ່າຕິດເຊື້ອໄວຣັສ ຫຼັງກ່ອນໜ້ານີ້ມີເສືອ ສິງໃຫຍ່ ທັງໝົດ13 ໂຕ ຢູ່ໃນສວນສັດບອງທີ່ຕິດເຊື້ອໂຄວິດ

Related Posts

ໂຮງຮຽນ 303 ເປີດຊຸດອົບຮົມກໍ່ສ້າງນາຍສິບຕີພິເສດ ຊຸດທີ 30 ຂ່າວສານບ້ານເມືອງ
ຈູດໄຟເຜົາຕົນເອງທີ່ຫ້ອງນອນເຂດບ້ານນາແກ (ມີຄລິບ) ຂ່າວສານບ້ານເມືອງ
ສົດໆ! ລົດໃຫຍ່ຕຳຫຼັກເສົາໄຟ ເສັ້ນທາງບ້ານໂພນສີນວນ ຂ່າວສານບ້ານເມືອງ
ອາກາດຮ້ອນແລະອາດມີຝົນຕົກໃນບາງເຂດ ຂ່າວສານບ້ານເມືອງ
ພຣະສົງຮຽນຮູ້ການຕ້ານພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ລັດຖະບານກຳນົດບາງນະໂຍບາຍເລັ່ງຟື້ນຟູເສດຖະກິດໃນໄລຍະໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme