Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທລຍ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານກຸ່ມບ້ານ

Posted on 21/04/202021/04/2020 By News No Comments on ທລຍ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານກຸ່ມບ້ານ

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະໜັບສະໜູນ ຜູ້ປະສານງານກຸ່ມບ້ານ ທີ່ເປັນຜູ້ໜຶ່ງທີ່ມີໜ້າທີ່ສໍາຄັນໃນການອໍານວຍຄວາມສະດວກ ໃນເວລາຈັດກອງປະຊຸມແຕ່ລະຂັ້ນ ເຊິ່ງເຂົາເຈົ້າກໍໄດ້ຮັບການຝືກອົບຮົມສ້າງຄວາມເຂັ້ມແຂງຈາກ ທລຍ ຢ່າງຕໍ່ເນື້ອງ.

Image may contain: 5 people, people smiling, child and outdoor

ທ່ານ ປະຊຸມ ພິມຫຼວງສີ ກໍແມ່ນຜູ້ໜຶ່ງ ໃນຈໍານວນ ຜູ້ປະສານງານກຸ່ມບ້ານທີ່ມີຄວາມເຂັ້ມແຂງ ລາວໄດ້ຮັບຜິດຊອບຢູ່ ກຸ່ມບ້ານ ຕາດໄຮເຊ, ປະກອບມີ ທັງໝົດ 5 ບ້ານ ແລະ ເປັນກຸ່ມບ້ານທີ່ຢູ່ຫ່າງໄກສອກຫຼີກມີເສັ້ນທາງໄປມາທີ່ຫຍຸ້ງຍາກໃນເມື່ອກ່ອນ ແລະ ການເຂົ້າເຖິງການບໍລິການທາງດ້ານສາທາລະນຸປະໂພກຕ່າງໆ ກໍແມ່ນມີຄວາມຫຍຸ້ງຍາກ ເປັນຕົ້ນ (ການເຂົ້າເຖິງການສືກສາ, ການບໍລິການທາງດ້ານສາທາລະນະສຸກ ແລະອື່ນໆ). ມາຮອດປະຈຸບັນນີ້ ພາຍຫຼັງທີ່ ທລຍ ໄດ້ໃຫ້ການຊ່ວຍເຫຼືອ ກຸ່ມບ້ານດັ່ງກ່າວກໍໄດ້ຮັບການພັດທະນາໃນຫຼາຍດ້ານ ໃນນັ້ນ ທ່ານ ປະຊຸມ ກໍແມ່ນຜູ້ໜື່ງທີ່ມີບົດບາດສໍາຄັນໃນການຊ່ວຍເຫຼືອ ປະສານງານ, ເປັນຜູ້ອໍານວຍຄວາມສະດວກໃນການ ຈັດກອງປະຊຸມວາງແຜນ, ຊຸກຍູ້ຕິດຕາມ ການກໍ່ສ້າງໂຄງການ ຢ່າງເອົາໃຈໃສ່ ແລະ ມີຄວາມຫ້າວຫັນ ຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບການໄວ້ວາງໃຈ ຈາກຊຸມຊົນ ມອບໝາຍໃຫ້ຮັບຜິດຊອບ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ພ້ອມນັ້ນລາວກໍໄດ້ມີຄວາມຕັ້ງໃຈໃນການເຂົ້າຮ່ວມ ທຸກຂະບວນການ ໃນການຈັດຕັ້ງປະຕິບັດ ບໍ່ໄດ້ຂາດ ຕັ້ງອົກຕັ້ງໃຈໃນການຝືກອົບຮົມຮັບເອົາຄວາມຮູ້ ເພື່ອໄປນໍາໃຊ້ຢ່າງມີປະສິດທິພາບ ທຸກກອງປະຊຸມລາວຈະມັກໄດ້ມີຄໍາຄິດຄໍາເຫັນປະກອບສ່ວນເຂົ້າໃນການປັບປຸງ ຖອດຖອນບົດຮຽນຢ່າງຕໍ່ເນື່ອງ.

Image may contain: 3 people, people sitting and text

ນອກຈາກການຈັດຕັ້ງປະຕິບັດ ວຽກງານ ທາງດ້ານກໍ່ສ້າງພື່້ນຖານໂຄງລ່າງແລ້ວ ທ່ານ ປະຊຸມຍັງໄດ້ເປັນ ຜູ້ປະສານໃຫ້ແກ່ຊຸມຊົນໃນແຕ່ລະບ້ານ ພາກັນສ້າງກອງທຶນ ຕາມບົດຮຽນທີ່ລາຮັບການຝືກອົບຮົມນໍາ ທລຍ ໄລຍະ 1 ຈົນສາມາດ ສ້າງກອງທຶນໄດ້ 52 ລ້ານກີບ ແລະ ປ່ອຍໃຫ້ຊຸມຊົນ ພາຍໃນບ້ານ ພາຍກຸ່ມ ບ້ານກູ້ຢືມ ເພື່ອທໍາການຜະລິດ ແລະ ກູ້ຢືມ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ ໃນຍາມຈໍາເປັນ ເຮັດໃນການດໍາລົງຊີວິດການເປັນຢູ່ຂອງຊຸມຊົນພາຍໃນກຸ່ມບ້ານມີຊີວິກການເປັນຢູ່ທີ່ດີຂຶ້ນກວ່າເກົ່າຫຼາຍ ແລະ ສືບຕໍ່ພັດທະນາຂຶ້ນໄປເລື້ອຍໆ.

Image may contain: one or more people and people standing
ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດໃຈ! ເມົາເຫຼົ້າແລ້ວຕົກເປ ເສຍຊິວິດ ທີ່ບ້ານດົງໂພສີ
Next Post: ບົດລາຍງານຜົນການຄົ້ນຄວ້າ ສະບັບເລກທີ 005/ສຄສຊ ລົງວັນທີ 19 ເມສາ 2020 ວ່າດ້ວຍຜົນການຄົ້ນຄວ້າ

Related Posts

ເປີດນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງ ເຮືອບິນທະຫານອາກາດ ຂ່າວສານບ້ານເມືອງ
ຊົມເຊີຍໜຸ່ມໃຈກຸສົນຊ່ວຍກັນປົວແປງຂົວນໍ້າຄານ ຂ່າວສານບ້ານເມືອງ
SpaceX ແລະ NASA ປະສົບຄວາມສໍາເລັດ ໃນການປ່ອຍຈະຫຼວດ ສົ່ງນັກບິນອາວະກາດ (ຊົມຄລິບ) ຂ່າວສານບ້ານເມືອງ
ມຊ ສັ່ງໂຈະ! ການຮຽນການສອນຊົ່ວຄາວເລີ່ມ 16 ສິງຫາ 2021 ເປັນຕົ້ນໄປ ຂ່າວສານບ້ານເມືອງ
ສປ ຈີນ ສົ່ງວັກຊິນຊ່ວຍລາວອີກ 2 ລ້ານໂດສ ພ້ອມອຸປະກອນ ຂ່າວສານບ້ານເມືອງ
ທລຍ ເມືອງໃໝ່ ແຂວງຜົ້ງສາລີ ສໍາເລັດການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme