Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂປ່ງໃສ! ລັດຖະບານ ອານຸມັດງົບ ສຸກເສີນສູ້ໄພ ໂຄວິດ-19 ຈໍານວນ 2 ຄັ້ງແລ້ວ ມູນຄ່າ 30 ຕື້ກີບ

Posted on 17/04/202017/04/2020 By All in LAOS No Comments on ໂປ່ງໃສ! ລັດຖະບານ ອານຸມັດງົບ ສຸກເສີນສູ້ໄພ ໂຄວິດ-19 ຈໍານວນ 2 ຄັ້ງແລ້ວ ມູນຄ່າ 30 ຕື້ກີບ

ໃນປັດຈຸບັນ ສປປ ລາວ ກໍາລັງຕໍ່ສູ້ກັບວິກິດພະຍາດໂຄວິດ-19 ລະບາດອັນຮ້າຍແຮງ ສົ່ງຜົນກະທົບໄປທົ່ວໂລກ, ສະເພາະລາວເຮົາເອງທີ່ເປັນປະເທດກໍາລັງພັດທະນາ ເມື່ອມາພົບກັບວິກິດການດັ່ງກ່າວຍິ່ງສ້າງຄວາມຫຍຸ້ງຍາກຂຶ້ນອີກ, ແຕ່ແນວໃດກໍ່ຕາມ ລາວເຮົາກໍ່ຍັງໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີທັງວັດຖຸ, ເງິນ ພ້ອມດ້ວຍເຄື່ອງຊ່ວຍເຫຼືອອຸປະກອນການແພດຕ່າງໆ.

ໃນການຕໍ່ສູ້ກັບພະຍາດລະບາດນີ້ ແນ່ນອນວ່າມັນຕ້ອງໄດ້ນໍາໃຊ້ງົບປະມານອັນມະຫານສານເຂົ້າຊ່ວຍໃນການຈັດຊື້ເຄື່ອງມືອຸປະກອນການແພດຕ່າງໆ ເຊິ່ງກໍ່ມີທັງງົບຂອງລັດຖະບານ ແລະ ການຊ່ວຍເຫຼືອຈາກພາກສ່ວນຕ່າງໆ. ແຕ່ສິ່ງທີ່ໜ້າຍ້ອງຍໍສັນລະເສີນການປະຕິບັດໜ້າທີ່ວຽກງານຂອງລັດຖະບານນັ້ນ ແມ່ນຄວາມຊື່ສັດ, ໂປ່ງໃສຕໍ່ປະຊາຊົນ ໂດຍຫຼ້າສຸດ ທ່ານ ຮອງລັດຖະມົນຕີ ກະຊວງ ການເງິນ ໄດ້ອອກມາເປີດເຜີຍຕົວເລກງົບປະມານການໃຊ້ຈ່າຍຕ່າງໆ ໃຫ້ປະຊາຊົນໄດ້ຮັບຮູ້ຮ່ວມກັນໃນໂອກາດຮ່ວມພິທີຖະແຫຼງຂ່າວ ວັນທີ 17 ເມສາ 2020 ນີ້.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ລັດຖະບານອະນຸມັດເງິນແຮສຸກເສີນ ຄັ້ງທີ 1 ຈໍານວນ 10 ຕື້ກີບ ຊຶ່ງໃຊ້ຈ່າຍລະອຽດດັ່ງນີ້ ຈັດຊື້ອຸປະກອນການແພດ, ໜ້າກາກອະນາໄມ(ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸ ປະກອນການແພດ ຈໍານວນ 5,86 ຕື້ກີບ ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ; ຈັດຊື້ໜ້າກາກອະນາໄມ(ຜ້າປິດປາກ-ດັງ) ຈຳນວນ 2 ລ້ານອັນ ໂດຍແມ່ນ ກະຊວງອຸດສະຫະກຳ ແລະ ການຄ້າ ເປັນຜູ້ ຈັດຊື້ ຈາກ ສສ ຫວຽດນາມ ເພື່ອແຈກຢາຍໃຫ້ປະຊາຊົນ 500.000 ອັນ, ສ່ວນທີ່ເຫຼືອຈໍານວນ 1.500.000 ອັນ ມອບ ໃຫ້ກະຊວງສາທາລະນະສຸກ ເພຶ່ອແຈກຢາຍນໍາໃຊ້ຕາມເປົ້າໝາຍ ເປັນຈຳນວນ 1 ຕື້ກີບ; ຈ່າຍລ່ວງໜ້າໃຫ້ ກະຊວງສາທາລະນາສຸກ ເພື່ອເບີກຈ່າຍວຽກງານຈຳເປັນ ແລະ ຮີບດ່ວນ ຈຳນວນ 100 ລ້ານກີບ; ຍອດເຫຼືອຈໍານວນເງິນອະນຸມັດຄັ້ງທີ 1 ຈໍານວນ 3,12 ຕື້ກີບ.

ລັດຖະບານອະນຸມັດເງິນແຮສຸກເສີນ ຄັ້ງທີ 2  ຈຳນວນ 20 ຕື້ກີບ ຊື່ງໄດ້ໃຊ້ຈ່າຍ ລະອຽດ ດັ່ງນີ້ ຈ່າຍຄັ້ງທີ່ 1 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຈໍານວນ 9 ຕື້ກີບ ( ແຂວງລະ 500 ລ້ານກີບ ); ຈ່າຍໃຫ້ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 500 ລ້ານກີບ; ຈ່າຍຄັ້ງທີ່ 2 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຈຳນວນ 6,9 ຕື້ກີບ; ຈ່າຍຊ່ວຍໜຸນໃຫ້ ນັກສຶກສາລາວຢູ່ເມືອງອູຫັນ (ສ ປຈີນ) ຈຳນວນ 154 ລ້ານກີບ; ຈ່າຍຮັບໃຊ້ຊ່ຽວຊານແພດຈີນ ໄປເຄື່ອນໄຫວວຽກຢູ່ທ້ອງຖິ່ນ ຈໍານວນ 10 ລ້ານກີບ; ຍອດເຫຼຶອຈາກບ້ວງເງິນອະນຸມັດຄັ້ງທີ 2 ຈຳນວນ 3,4 ຕື້ກີບ; ລວມຍອດເຫຼືອທັງໝົດ ຄັ້ງທີ 1 + ຄັ້ງທີ 2 ຈໍານວນ 6,5 ຕື້ກີບ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ ເຈົ້າໜ້າທີ່ ລົງໃຫ້ການຊ່ວຍເຫຼືອ ຄົນຕົກວຽກ ບໍ່ມີບ່ອນຢູ່ ທີ່ ອາໄສໃນເຂດສວນເຈົ້າອານຸວົງ
Next Post: ໄຟໄໝ້ລົດຂົນສົ່ງ 2 ຄັນ ທີ່ເມືອງທ່າແຂກ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 241ຄົນ ຂ່າວສານບ້ານເມືອງ
ພະຍາກອນອາກາດມື້ນີ້ອາກາດໜາວຍັງປົກຫຸ້ມຢູ່ທົ່ວໄປ ຂ່າວສານບ້ານເມືອງ
ຂ່າວດ່ວນ ອານຸຍາດຈັດບຸນທາດຫຼວງແບບມີເງື່ອນໄຂ ຂ່າວສານບ້ານເມືອງ
ຂ່າວດ່ວນ! ກະບະປະທະຫົກລໍ້ນ້ອຍ ຄົນເຈັບຕິດຄາລົດ 2 ຄົນ ທີ່ເມືອງຫີນບູນ ຂ່າວສານບ້ານເມືອງ
ການນໍາແຂວງໄຊສົມບູນ ຕ້ອນຮັບສະຫາຍ ນາງ ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຂ່າວສານບ້ານເມືອງ
ກະຊວງການເງິນ ປັບປຸງບາງມາດຕາຂອງກົດໝາຍ ກ່ຽວກັບສ່ວຍສາອາກອນໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme