Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີຄອບ ຫລື ຂໍຂະມາເກີຍຊ້າງ ທີ່ວັດໃໝ່ສຸວັນນະພູມາຣາມ, ນະຄອນຫລວງພຣະບາງ

Posted on 12/04/202012/04/2020 By All in LAOS No Comments on ພິທີຄອບ ຫລື ຂໍຂະມາເກີຍຊ້າງ ທີ່ວັດໃໝ່ສຸວັນນະພູມາຣາມ, ນະຄອນຫລວງພຣະບາງ

ພິທີຄອບ ຫລື ຂໍຂະມາເກີຍຊ້າງ ທີ່ວັດໃໝ່ສຸວັນນະພູມາຣາມ, ນະຄອນຫລວງພຣະບາງ 11/04/2020

ກ່ອນທີ່ຈະປ່ຽນສັງກາດສັງຂານໃໝ່ ພາຍໃນວັນທີ່ 12 ເມສາ ຂອງທຸກໆປີ ແມ່ນຈະມີພິທີແຫ່ຊ້າງຮຽງເກີຍ.

ວັນຖະເຫລິງສົກການປ່ຽນສັງກາດສັງຂານໃຫມ່ ຈສ 1382 ໃນປີນີ້ເຊິ່ງເປັນປີທີ່ຖືກວິກິດການມີການແຜ່ລະບາດຂອງໂຣຄ ໄວຣັສ 𝐶𝑜𝑣𝑖𝑑19 ຈຶ່ງເຮັດໃຫ້ທຸກໆ ພິທີກັມກັບບຸນປະເພນີ ຮີດຄອງ ແລະວັດທະນະທັມ ທີຈະຈັດຂຶ້ນ ຂອງມະນຸດຢຸດສະງັກ, ໃນນັ້ນກໍມີພິທີກໍາອັນໜຶ່ງຂອງຊາວນະຄອນຫຼວງພຣະບາງຄື: ” ຊ້ າ ງ ຮ ຽ ງ ເ ກີ ຍ “

ສະນັ້ນພາຍໃນປີ ຈສ 1382 ພ.ສ 2563 ຄ.ສ 2020 ພຣະເຖຣະ ຄະນະບ້ານ ເຖົ້າແກ່ແນວໂຮມ ຈຶ່ງໄດ້ຈັດພິທີຄອບຂະມາ ເກີຍຊ້າງ (ຫຼັກບ້ານ ເສົາເມືອງ) ປີນີ້ບໍ່ໄດ້ເຮັດ ຍ້ອນເກີດວິກິດ.

  • ຄຳເວົ້າຕອນເອົາຊ້າງມາຮຽງເກີຍ:

ເຈົ້າມຶງນຸ່ງຜ້າດໍາ ນາຍມຶງນຸ່ງຜ້າແຫຼ້ ກູໃຫ້ມຶງຈືໃສ່ປູມອັດໄວ້ ໃຫ້ມຶງຈື່ໃສ່ໄສຢ່າຢ່ອນ ຈືໃສ່ຫນັງຝັງໃສ່ກະດູກ ໃຫ້ມຶງເອົາໄປບອກສອນແກ່ບໍລິວານມຶງໃຫ້ຮັບໃຊ້ປະເທດຊາດບ້ານເມືອງ ໃຫ້ມຶງຢ່າງໄປທາງຫນ້າຕິກຕິກ ຢ່າງວກຊ້າຍ ຢ່າງວກຂວາ ຢ່າຖອຍຫຼັງເດີນໄປໜ້າແລ້ວກໍ່ເວົ້າວ່າ ໄປ ໄປ ໄປ 3 ເທື່ອ ແລ້ວກໍເວົ້າອີກວ່າ ໄຊຍະຕຸພະວັງ ໄຊຍະມັງພະລັງ.

ຂໍໃຫ້ທຸກຄົນປາສະຈາກໂລກໄພໄຂ້ເຈັບ

ໂຊກດີປີໃຫມ່ລາວ ຈ.ສ 1382

ເຮົາຈະຜ່ານມັນໄປພ້ອມກັນ…

ຂອບໃຈຮູບພາບແລະຂ່າວຈາກ : ວັນດີ VanhDee

ຂ່າວສານບ້ານເມືອງ

Post navigation

Previous Post: ຜູ່ຕິດເຊື້ອ ໂຄວິດ-19 ລັດຖະບານຈະປິ່ນປົວຟຣີ (ກົດຊົມຄລິບ) ດັ່ງນັ້ນ, ທຸກຄົນຕ້ອງໃຫ້ການຮ່ວມມື
Next Post: ສະຫຼົດ! ຄົນຜູກຄໍເສຍຊີວິດ ບໍ່ຮູ້ສາເຫດ ທີ່ ທ່າແຂກ

Related Posts

ລົດທີ່ໄດ້ຮັບການຍົກເວັ້ນຄ່າທາງດ່ວນວຽງຈັນວັງວຽງ ຂ່າວສານບ້ານເມືອງ
ລົດເມ ບໍ່ແກ້ວ-ນະຄອນຫຼວງວຽງຈັນ ປີ້ນ ເຈັບ 6 ຄົນ ເຂດ ຂົວນໍ້າເປາະ ຂ່າວສານບ້ານເມືອງ
ສະພາບຄວາມເສຍຫາຍ ທີ່ບ້ານນໍ້າແອ່ງ ຫຼັງນໍ້າບົກແຫ້ງ (ຊົມຄລິບ) ຂ່າວສານບ້ານເມືອງ
ເສົາໄຟຟ້າຫັກ 4 ຕົ້ນເຂດບ້ານໂນນຫວາຍ ໄຟດັບເປັນວົງກວ້າງ ຂ່າວສານບ້ານເມືອງ
ສປປ ລາວ ມີທ່າແຮງດ້ານການພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ ຂ່າວສານບ້ານເມືອງ
ຂົວຂາດແລ້ວ ທາງໄຊຍະຫາຫົງສາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme