Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສູນຝຶກອົບຮົມສູນກາງສະຫະພັນສະຫະພັນແມ່ຍິງລາວ ຈະຖືກນໍາໃຊ້ເປັນບ່ອນພັກຂອງແພດໝໍທີ່ເຮັດວຽກໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19

Posted on 12/04/202012/04/2020 By All in LAOS No Comments on ສູນຝຶກອົບຮົມສູນກາງສະຫະພັນສະຫະພັນແມ່ຍິງລາວ ຈະຖືກນໍາໃຊ້ເປັນບ່ອນພັກຂອງແພດໝໍທີ່ເຮັດວຽກໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19


Lao National Radio: ທ່ານນາງອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວໃຫ້ຮູ້ວ່າ: ຕໍ່ໜ້າສະພາບການທີ່ເຄັ່ງຮ້ອນທີ່ສຸດທີ່ມີພະຍາດຮ້າຍແຮງກຳລັງແຜ່ລະບາດຢູ່ໃນປະຈຸບັນ, ຈໍານວນແພດໝໍຜັດມີໜ້ອຍ ແລະ ບໍ່ພຽງພໍສຳລັບປິ່ນປົວຜູ້ຕິດເຊື້ອ; ຖ້າຫາກພົບກໍລະນີມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຜູ້ໃດໜຶ່ງ, ຜູ້ທີ່ໃກ້ຊິດຢູ່ອ້ອມຂ້າງຜູ້ກ່ຽວກໍ່ຈະຕ້ອງຖືກແຍກປ່ຽວ ແລະ ຖືກກັກກັນຕົນເປັນເວລາ 14 ມື້ ໂດຍທັນທີ ເຊັ່ນດຽວກັບບັນດາແພດໝໍ. ຍ້ອນແນວນັ້ນ, ກະຊວງສາທາລະນະສຸກ ຈຶ່ງຂໍນໍາໃຊ້ ສູນຝຶກອົບຮົມ ຂອງສູນກາງສະຫະພັນແມ່ຍິງລາວ (ບ້ານໂພນທັນ) ເປັນການຊົ່ວຄາວເພື່ອກັກກັນບັນດາແພດໝໍທີ່ສໍາເລັດໜ້າທີ່ການປິ່ນປົວຄົນເຈັບ ກ່ອນຈະກັບຄືນໄປຫາຄອບຄົວ.


ທ່ານນາງອິນລາວັນ ແກ້ວບຸນພັນ ໃຫ້ຮູ້ອີກວ່າ ເນື່ອງຈາກສູນຝຶກອົບຮົມແຫ່ງນີ້ ເປັນອາຄານ 5 ຊັ້ນທີ່ໄດ້ມາດຖານດີສົມຄວນ ເພື່ອຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ແລະ ຮອງຮັບພະນັກງານວິຊາການແພດໝໍທີ່ຈະມາພັກ ກັກກັນຢູ່ສູນແຫ່ງນີ້ ງວດທໍາອິດ ຈໍານວນ 34 ທ່ານ, ທາງສູນກໍ່ມີຄວາມກຽມພ້ອມທີ່ຈະປັບປຸງສິ່ງອໍານວຍຄວາມສະດວກຕ່າງໆເພື່ອຮອງຮັບບັນດາແພດໝໍທີ່ຈະມາພັກ ແລະ ຖືກກັກກັນ ເປັນເວລາ 14 ມື້.

ຂ່າວສານບ້ານເມືອງ

Post navigation

Previous Post: 1625 ລົງຂ້າເຊື້ອຫ້ອງແຖວ ທີ່ພົບຜູ້ຕິດເຊື້ອ 16, 17, 18 ແລະ 19
Next Post: ຜູ່ຕິດເຊື້ອ ໂຄວິດ-19 ລັດຖະບານຈະປິ່ນປົວຟຣີ (ກົດຊົມຄລິບ) ດັ່ງນັ້ນ, ທຸກຄົນຕ້ອງໃຫ້ການຮ່ວມມື

Related Posts

ກອງປະຊຸມຄະນະກຳມາທິການ ວ່າດ້ວຍ ສະຖານະພາບຂອງແມ່ຍິງ ສປຊ ສະໄໝທີ 66 ຂ່າວສານບ້ານເມືອງ
ກອງປະຊຸມອາຊຽນແບບທາງໄກ ພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ສົກປີ 2021 ຂ່າວສານບ້ານເມືອງ
ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ ຂ່າວສານບ້ານເມືອງ
ປະຫວັດສາດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເອົາຊະນະ ທີມຊາດມາເລເຊຍ ຂ່າວສານບ້ານເມືອງ
ກອງປະຊຸມນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ຕ້ານໂຄວິດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 304ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme