Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບຜູ້ປ່ອຍຂ່າວປອມ ກໍລະນີມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 20 ຄົນ

Posted on 11/04/202011/04/2020 By All in LAOS No Comments on ຈັບຜູ້ປ່ອຍຂ່າວປອມ ກໍລະນີມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 20 ຄົນ

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ເມສາ 2020 ໃນເວລາປະມານ 12:00 ໂມງ ສື່ສັງຄົມອອນໄລ ເຟສບຸກ ໄດ້ລົງຂ່າວປອມ ກ່ຽວກັບ ສປປ ລາວ ພົບເຊື້ອເພີ່ມອີກ 10 ຄົນ ລວມເປັນ 20 ຄົນ; ໃນນີ້, ນະຄອນຫຼວງວຽງຈັນ 15 ຄົນ ແລະ ຫຼວງພະບາງ 5 ຄົນ ເຊິ່ງຂ່າວດັ່ງກ່າວ ແມ່ນຂ່າວປອມ. ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສາມາດຊອກຮູ້ໄດ້ວ່າ: ຜູ້ທີ່ປ່ອຍຂ່າວປອມແມ່ນມາຈາກເຟດສບຸກຊື່: “Nong Phoudthasone” ແລະ ຕົກມາໃນວັນທີ 4 ເມສາ 2020; ເຈົ້າໜ້າທີ່ສາມາດຕິດຕາມຕົວເຈົ້າຂອງເຟດສໂສບຸກ ຄື: ນາງ ພຸດທະສອນ ອາຍຸ 31 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ພະນັກງານບໍລິດສັດແຫ່ງໜຶ່ງ ມາສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຍອມຮັບວ່າ: ຕົນເອງເປັນຜູ້ທໍາອິດທີ່ໄດ້ໂພດສຂ່າວປອມທັງດັ່ງກ່າວແທ້ ໂດຍເອົາມາຈາກກຸ່ມທີ່ສົ່ງຕໍ່ກັນມາ, ແຕ່ບໍ່ໄດ້ເປັນຜູ້ສ້າງຂ່າວຂຶ້ນເອງ, ຕໍ່ມາເຈົ້າໜ້າທີ່ໄດ້ຕິດຕາມຕົວໄດ້ສໍາເລັດ; ມາໃນວັນທີ 11 ເມສາ 2020, ນາງ ພຸດທະສອນ ກໍໄດ້ອອກມາຂໍໂທດສັງຄົມ, ການຈັດຕັ້ງທຸກພາກສ່ວນ ແລະ ພໍ່-ແມ່ປະຊາຊົນ ສິ່ງທີ່ໂພສລົງເຟດສບຸກນັ້ນ ບໍ່ຖືກຕ້ອງຕາມຄວາມເປັນຈິງ ທັງເປັນການກະທຳຜິດຕໍ່ກົດໝາຍບ້ານເມືອງ, ເຮັດໃຫ້ສັງຄົມແຕກຕື່ນ, ກັງວົນຕໍ່ການຕິດເຊື້ອ ແລະ ບໍ່ໃຫ້ສັງຄົມເອົາເປັນແບບຢ່າງ, ຄວນເສບຂ່າວຈາກຂໍ້ມູນ ແລະ ແຫຼ່ງຂ່າວຈາກທາງການທີ່ເຊື່ອຖືໄດ້.

ຂໍ້ມູນຂ່າວປ້ອງກັນຄວາມສະຫງົບ 👇👇 https://www.lsecuritynews.com/48867/

ຂ່າວສານບ້ານເມືອງ

Post navigation

Previous Post: ການນໍາເມືອງແອດ ລົງຢາຍຜ້າອັດປາກ-ດັງ ໃຫ້ປະຊາຊົນ ດ້ວຍຕົນເອງ ພ້ອມຮຽກຮ້ອງ ປະຊາຊົນ ປະຕິບັດຄໍາສັ່ງ ເລກທີ່ 06/ນຍ ຢ່າງເຄັ່ງຄັດ
Next Post: ຊຽງຂວາງ ເພີ່ມມາດຕະການເຂັ້ມງວດ ພ້ອມຫ້າມຈໍາໜ່າຍເຫຼົ້າເບຍ! ຝ່າຝືນໂທດໜັກ

Related Posts

ສິງກະໂປພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນອີກ 596 ຄົນ ແຊງອິນໂດເນເຊຍຂຶ້ນເປັນອັນດັບ 1 ຂອງອາຊຽນ ຂ່າວສານບ້ານເມືອງ
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກ (Video Conference) ສະພາປະສານງານ ອາຊຽນ ຄັ້ງທີ 25 ຂ່າວສານບ້ານເມືອງ
17 ພຶດສະພາ ຈຳປາສັກພົບຜູ້ຕິດເຊື້ອໂຄວິດເພີ່ມ 3 ກໍລະນີ ຂ່າວສານບ້ານເມືອງ
ບໍ່ນ້ຳສັກສິດນາງຜົມຫອມ ທີ່ເມືອງລັບແລອາລັນຣົດຈະນາ ຂ່າວສານບ້ານເມືອງ
WeChat ອາດເປັນລາຍຕໍ່ໄປຫຼັງອາເມລິກາຂີດເສັ້ນຕາຍສັ່ງຫ້າມໃຊ້ແອັບ TikTok ໃນອີກ 45ວັນ ຂ່າວສານບ້ານເມືອງ
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດຮ່ວມປູກຕົ້ນໄມ້ພ້ອມທັງຮ່ວມໃຫ້ຄໍາໂອວາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme