Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສາທາ ມອບໃບຍ້ອງຍໍ ແກ່ ຊ່ຽວຊານແພດຈີນ ທີ່ມາຊ່ວຍ ສູ້ໄພ ໂຄວິດ-19

Posted on 10/04/202010/04/2020 By All in LAOS No Comments on ສາທາ ມອບໃບຍ້ອງຍໍ ແກ່ ຊ່ຽວຊານແພດຈີນ ທີ່ມາຊ່ວຍ ສູ້ໄພ ໂຄວິດ-19

ກະຊວງສາທາລະນະສຸກ ສປປ ລາວ ມອບໃບຍ້ອງຍໍແກ່ຄະນະຊ່ຽວຊານແພດ ສປ ຈີນທີ່ມາຊ່ວຍຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

CRI-FM93: ວັນທີ 10 ເມສາ 2020 ນີ້, ກະຊວງສາທາລະນະສຸກ ສປປ ລາວ ໄດ້ຈັດພິທີສະຫຼຸບຜົນງານຂອງຄະນະຊ່ຽວຊານແພດ ສປ ຈີນທີ່ມາຊ່ວຍຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ພ້ອນກັນນັ້ນ, ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊ່ຽວຊານແພດ ສປ ຈີນ ເພື່ອຍ້ອງຍໍຊົມເຊີນຄະນະດັ່ງກ່າວທີ່ໄດ້ປະກອບສ່ວນເຂົ້າໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດພະຍາດໂຄວິດ19 ຢູ່ ສປປ ລາວ.

ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກກ່າວວ່າ: ຄະນະຊ່ຽວຊານແພດ ສປ ຈີນໄດ້ໃຫ້ການປຶກສາ, ແນະນໍາ ແລະນໍາພາຄະນະແພດຂອງ ສປປ ລາວທັງຢູ່ສູນກາງ ແລະບັນດາແຂວງໃນການປ້ອງກັນ, ຄວບຄຸມການລະບາດ ລວມໄປເຖິງການຄຸ້ມຄອງກໍລະນີຜູ້ສົງໄສ ແລະການປິ່ນປົວຄົນເຈັບທີ່ເປັນພະຍາດໂຄວິດ-19 ຢ່າງມີຄວາມຮັບຜິດຊອບ, ມີຄວາມຕັ້ງໃຈ ແລະເຮັດວຽກຢ່າງເຕັມກໍາລັງ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຮັດວຽກທັງເວັນທັງຄືນ ເພື່ອຊ່ວຍເຫລືອຄະນະແພດຂອງລາວ ກໍ່ຄືປະຊາຊົນລາວ ດ້ວຍນໍ້າໃຈມິດຕະພາບ, ຄວາມຮັກແພງ ແລະ ຄູ່ຮ່ວມຊາຕາກໍາດຽວກັນ ຕາມທິດທາງຂອງການນໍາສອງປະເທດ.

ທ່ານຍັງກ່າວຕື່ມວ່າ: ການມາຊ່ວຍເຫລືອ ສປປ ລາວ ຂອງຄະນະຊ່ຽວຊານແພດ ສປ ຈີນໃນຄັ້ງນີ້ ແມ່ນມີຄຸນຄ່າ ແລະປະໂຫຍດຫລາຍ, ໄດ້ຊ່ວຍໃຫ້ພວກເຮົາປັບປຸງ, ຍົກລະດັບມາດຕະການໃນການປ້ອງກັນ, ຄວບຄຸມການລະບາດຂອງພະຍາດ ລວມໄປເຖິງວິທີການຄຸ້ມຄອງກໍລະນີຜູ້ສົງໄສ ແລະການປິ່ນປົວຄົນເຈັບທີ່ເປັນພະຍາດ ໂຄວິດ–19. ນອກນັ້ນ, ທາງລັດຖະບານ ສປ ຈີນ ຍັງໄດ້ສົ່ງຢາ, ເຄື່ອງມື ແລະ ອຸປະກອນການແພດ ເປັນຈໍານວນຫຼວງຫຼາຍມາໃຫ້ ສປປ ລາວ. ທັງໝົດນີ້, ເຮັດໃຫ້ພວກເຮົາມີຄວາມໝັ້ນໃຈ ແລະຮູ້ສຶກມີກໍາລັງໃຈໃນການ ຄວບຄຸມ ແລະຕອບໂຕ້ຕໍ່ການລະບາດຂອງພະຍາດ ໂຄວິດ–19 ຢູ່ ສປປ ລາວ ແລະເຊື່ອໝັ້ນວ່າ ພວກເຮົາຈະສາມາດຄວບຄຸມ ແລະເອົາຊະນະພະຍາດນີ້ໄດ້.

ຂ່າວສານບ້ານເມືອງ

Post navigation

Previous Post: ອ່ານດ່ວນ! ນະຄອນຫຼວງ ຍົກລະດັບປະຕິບັດຄໍາສັ່ງເລກທີ່ 06/ນຍ
Next Post: ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງສປປ ລາວ ມອບການຊ່ວຍເຫຼືອໃຫ້ ຄົນພິການ 52 ຄອບຄົວ

Related Posts

ປະຊາຊົນບ້ານຫ້ວຍງົວຄຳຈຳນວນ 191ຄອບຄົວໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ  ຂ່າວສານບ້ານເມືອງ
ປ ກ ສ ເມືອງ ວິລະບູລີ ມອບແຮ່ຫີນຂຽວ ທີ່ກວດຢຶດໄດ້ ຈໍານວນ 17.057 ກິໂລ ຄືນໃຫ້ບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ. ຂ່າວສານບ້ານເມືອງ
ຈັບຈອມໂຈນລັກງົວ-ຄວາຍຫຼາຍຄັ້ງທີ່ໂພນໂຮງມາລົງໂທດ ຂ່າວສານບ້ານເມືອງ
ໂນຣຸ ຮຸນແຮງ ຂົວຂາດ ທາງເຈື່ອນ ເຂດເຂື່ອນອີ່ມູນ ແຂວງເຊກອງ ຂ່າວສານບ້ານເມືອງ
ສຶກສາອົບຮົມ ຮ້ານອິນເຕີເນັດກາເຟ ທີ່ລັກລອບເປີດໃຫ້ບໍລິການ ຂ່າວສານບ້ານເມືອງ
ລົດໃຫຍ່ຕໍາກັນປີ້ນ ເຈັບ 2 ຄົນທາງດອນໜູນ ກາງເດິກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme