Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທະນາຄານ ເອັສທີ ມອບພາຫະນະ ຊ່ວຍແກ້ໄຂການແຜ່ລະບາດ ໂຄວິດ 19

Posted on 10/04/202010/04/2020 By All in LAOS No Comments on ທະນາຄານ ເອັສທີ ມອບພາຫະນະ ຊ່ວຍແກ້ໄຂການແຜ່ລະບາດ ໂຄວິດ 19

ໃນຕອນບ່າຍ ຂອງວັນທີ 10 ເມສາ 2020 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທະນາຄານ ເອັສທີ ຈຳກັດ ໄດ້ນຳເອົາລົດຈັກຍີ່ຫໍ້ HAOJUE NK150 ຈຳນວນ 10 ຄັນ ລວມມູນຄ່າທັງໝົດ 175.000.000 ກີບ ມອບໃຫ້ລັດຖະບານ ເພື່ອປະກອບສ່ວນນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ 19.

ຕາງໜ້າໃຫ້ລັດຖະບານ ກ່າວຮັບໂດຍທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກ່າວມອບໂດຍ ທ່ານ ຈິຣັດຊະຍຸດ ອຳຍົງ, ຜູ້ອຳນວຍການໃຫຍ່ ທະນາຄານ ເອັສທີ ຈຳກັດ, ຊຶ່ງມີພະນັກງານທີ່ກ່ຽວຂ້ອງຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທະນາຄານ ເອັສທີ ຈຳກັດ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ປອ. ເພັດ ພົມພິພັກ ໄດ້ສະແດງຄວາມຂອບໃຈ ຕໍ່ຜູ້ອຳນວຍການໃຫຍ່ ກໍ່ຄືທະນາຄານ ເອັສທີ ຈຳກັດ ທີ່ໄດ້ນຳເອົາພາຫະນະ ມາມອບຊ່ວຍເຫຼືອລັດຖະບານ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ຢູ່ ສປປ ລາວ, ພ້ອມທັງ ແຈ້ງສະພາບການລະບາດຂອງໂຄວິດ 19 ກໍ່ຄືການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງລັດຖະບານ, ລວມທັງ ຂໍ້ສະດວກ, ຫຍຸ້ງຍາກ, ຂໍ້ຈຳກັດ ແລະ ທິດທາງແຜນການບາງດ້ານ ໃນການປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ ໃຫ້ຜູ້ອຳນວຍການໃຫຍ່ ທະນາຄານ ເອັສທີ ຈຳກັດ ແລະ ຄະນະ ໄດ້ຮັບຊາບ;

ນອກນັ້ນ, ທ່ານ ປອ. ເພັດ ພົມພິພັກ ຍັງໄດ້ໃຫ້ຮູ້ຕື່ມວ່າ ຈະນຳເອົາລົດດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ໃຫ້ແທດເໝາະ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ, ເກີດປະໂຫຍດສູງສຸດ ແລະ ສາມາດນຳໃຊ້ໄດ້ຍາວນານ.

ພາບ ແລະ ຂ່າວ: ກົປະຊາສຳພັນ ຫສນຍ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຫົວພັນ ໃຫ້ຢຸດຊົ່ວຄາວຂາຍເຫລົ້າ-ຂາຍເບຍ ຕາມຮ້ານຂາຍຍົກ-ຂາຍຍ່ອຍ ແຕ່ວັນທີ 11-19 ເມສາ 2020
Next Post: ການກຳນົດນະໂຍບາຍ ແລະ ມາດຕະການ, ເພື່ອຫຼຸດຜ່ອນ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ19 (Covid-19) – ອາກອນເງິນເດືອນ

Related Posts

ເມືອງວັງວຽງແຈ້ງການສືບຕໍ່ປີດບັນດາກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຂ່າວສານບ້ານເມືອງ
ປກສ ແຂວງວຽງຈັນ ຈັບຕົວຜູ້ຖືກຫາ ລັ ກ ຊັບພົນລະເມືອງ ພ້ອມ ຂ ອ ງ ກ າ ງ ລົດຮຸນໄດ 1 ຄັນ. ຂ່າວສານບ້ານເມືອງ
ແຈ້ງການປັບລາຄານໍ້າມັນແອັດຊັງຂຶ້ນ ກາຊ່ວນຍັງຄືເກົ່າ ຂ່າວສານບ້ານເມືອງ
ສະຫວັນນະເຂດກະກຽມຕຽງເສີມ! ກຽມຕຽງເສີມຮອງຮັບຜູ້ປ່ວຍໂຄວິດ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ພາສີ ພສປ ຢຶດລົດ Isuzu ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ຂ່າວສານບ້ານເມືອງ
ໃນໄລຍະປີໃໝ່ທົ່ວແຂວງຈຳປາສັກມີອຸປະຕິເຫດເກີດຂື້ນໜ້ອຍກ່ວາປີຜ່ານມາ ແຕ່ມີຜູ້ ເ ສ ຍ ຊີ ວິ ດ ເພີ່ມຂື້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme