Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກັກຕົວຕິດຕາມ 16 ຄົນ ຜູ່ພົວພັນ ກັບຜູ່ຕິດເຊື້ອທີ່ 11 ພະນັກງານ ພູເບ້ຍ ມາຍນິ່ງ

Posted on 09/04/202009/04/2020 By News No Comments on ກັກຕົວຕິດຕາມ 16 ຄົນ ຜູ່ພົວພັນ ກັບຜູ່ຕິດເຊື້ອທີ່ 11 ພະນັກງານ ພູເບ້ຍ ມາຍນິ່ງ

ໃນວັນທີ 05/04/2020, ເພດຊາຍ, 55 ປີ, ສັນຊາດ ປາປົວນິວກີເນຍ, ພະນັກງານບໍລິສັດພູເບ້ຍມາຍນິງ. ເດີນທາງຈາກ ປາປົວນິວກີເນຍ ຜ່ານ ສິງກະໂປ ວັນທີ 21/3/20, ວັນທີ 22/3/20 ຢູ່ສິງກະໂປ, ວັນທີ 23/3/20 ເດີນທາງເຂົ້າມາລາວ ຜ່ານສະໜາມບິນປະເທດໄທ, ວັນທີ 23 ຫາ 24/03/2020 ພັກຢູ່ໂຮງແຮມຄຣາວພາຊາ, ວັນທີ 25 /03/2020 ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງ 11 ຄົນ ໃກ້ຊິດ, ພົວພັນບ່ອນເຮັດວຽກປະມານ 100 ຄົນ, ວັນທີ 3/4/20 ເລີ້ມມີອາການໄຂ້ ໄອ ເຈັບຄໍ ເຈັບຫົວ, ວັນທີ 4/4/2020 ເວລາ 10:00 ໂມງ ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອ ໂຄວິດ 19, ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

This image has an empty alt attribute; its file name is 92560235_3015988785126884_2950130211473063936_n.jpg

ມາຮອດວັນທີ 07/04/2020, ໄດ້ມີເພດຊາຍ, 40 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພະນັກງານບໍລິສັດພູເບຍມາຍນິງ. ໄລຍະ 30-31 ມີນາ ຜູ້ກ່ຽວແມ່ນໄດ້ພົວພັນວຽກກັບຜູ້ຕິດເຊື້ອທີ 11 (ພະນັກງານພູເບັ້ຍມາຍນິງ); ວັນທີ 1 ເມສາ, ຜູ້ກ່ຽວເລີ່ມມີອາການໄຂ້, ເຈັບຫົວ, ຫາຍໃຈຍາກ ແຕ່ບໍ່ໄດ້ປິ່ນປົວ; ວັນທີ 2 ເມສາ, ເດີນທາງຈາກແຄມພູຄຳ ແຂວງ ໄຊສົມບູນ ມາພັກທີ່ບ້ານ (ເມຍ ແລະ 2 ຄົນໄປຮັບ); ວັນທີ 3-4 ເມສາ, ເຮັດວຽກຢູ່ບ້ານ ໄດ້ພົບກັບແມ່, ນ້ອງສາວ, ນ້ອງເຂີຍ ແລະ ເພື່ອນບ້ານອີກ 2 ຄົນ; ວັນທີ 5 ເມສາ ໄດ້ຮັບຂ່າວວ່າກໍນະນີ 11 ຕິດເຊື້ອ ຈຶ່ງໄດ້ມາກວດທີ່ໂຮງໝໍ ມິດຕະພາບ ເກັບຕົວຢ່າງວິເຄາະ ແລະ ຢັ້ງຢືນວ່າຕິດເຊື້ອ.

ໜັງສືລາຍງານຄວາມຄືບໜ້າສະພາບການຕິດເຊື້ອພະຍາດ COVID-19 ຂອງພະນັກງານ ບໍລິສັດ ພູເບ້ຍ ມາຍນິ້ງ ຈໍາກັດ

ຂ່າວສານບ້ານເມືອງ

Post navigation

Previous Post: ອັດຕະປື ໄດ້ຮັບເງີນສົດ 250 ລ້ານກີບ ຊ່ວຍເຫລືອ ປ້ອງກັນ ແລະ ຕ້ານພະຍາດ ໂຄວິດ-19
Next Post: ປະຫວັດຜູ່ຕິດເຊື້ອ ໂຄວິດ-19 ຄົນທີ 1-5

Related Posts

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກ (Video Conference) ສະພາປະສານງານ ອາຊຽນ ຄັ້ງທີ 25 ຂ່າວສານບ້ານເມືອງ
ຂ່າວດ່ວນ! ກະບະປະທະຫົກລໍ້ນ້ອຍ ຄົນເຈັບຕິດຄາລົດ 2 ຄົນ ທີ່ເມືອງຫີນບູນ ຂ່າວສານບ້ານເມືອງ
ປະຊາຊົນບ້ານນາຮັງນ້ອຍ ເມືອງອາດສະພອນສາມັກຄີກັນ ສ້າງທາງເບຕົງ ເຂົ້າຫາບ້ານ ຂ່າວສານບ້ານເມືອງ
ຊົມເຊີຍ ຈະລາຈອນເມືອງຈັນທະບູລີມອບລົດຈັກທີ່ເກັບກູ້ຄືນໄດ້ໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ປະຊາຊົນບ້ານປຸ່ງຜາ ກຸ່ມພັດທະນາຫົວນໍ້າຄາ, ເມືອງເມິງ ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 602ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme