Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອັດຕະປື ໄດ້ຮັບເງີນສົດ 250 ລ້ານກີບ ຊ່ວຍເຫລືອ ປ້ອງກັນ ແລະ ຕ້ານພະຍາດ ໂຄວິດ-19

Posted on 09/04/202009/04/2020 By News No Comments on ອັດຕະປື ໄດ້ຮັບເງີນສົດ 250 ລ້ານກີບ ຊ່ວຍເຫລືອ ປ້ອງກັນ ແລະ ຕ້ານພະຍາດ ໂຄວິດ-19

ໃນວັນທີ 8 ເມສາ 2020, ທີ່ພະແນກສາທາລະນະສຸກແຂວງອັດຕະປື, ບໍລິສັດ ໄຟຟ້ານໍ້າກົງ 3 ຈໍາກັດ ໄດ້ມອບເງີນສົດ ມູນຄ່າ 250 ລ້ານກີບ ໂດຍການໂອນເຂົ້າໝາຍເລກບັນຊີໂຄວິດ-19 ຂອງທະນາຄານການຄ້າຕ່າງປະເທດລາວ, ເພື່ືອເປັນການປະກອບສ່ວນຊ່ວຍເຫຼືອແຂວງອັດຕະປື ໃນການຈັດຊື້ອຸປະກອນເຄື່ອງຊ່ວຍຫາຍໃຈ ເພື່ອຮ່ວມປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ພິທີມອບ-ຮັບເງີນຈຳນວນດັ່ງກ່າວໄດ້ຈັດຂື້ນລະຫວ່າງທ່ານ ທອງໃສ ທຳມະວົງ, ຮອງຜູ້ຈັດການໂຄງການເຂື່ອນໄຟຟ້າ ນໍ້າກົງ 3 ຈຳກັດ ແລະ ທ່ານ ອຸ່ນຫລ້າ ໄຊຍະສິດ, ຮອງເຈົ້າແຂວງໆອັດຕະປື ທັງເປັນຮອງຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍຊ້ອງຫນ້າຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໃນໂອກາດນີ້, ທ່ານ ອຸ່ນຫລ້າ ໄຊຍະສິດ, ຮອງເຈົ້າແຂວງໆອັດຕະປື ໂດຍຕາງໜ້າໃຫ້ອໍານາດການປົກຄອງແຂວງ ໄດ້ຂື້ນມອບໃບຍ້ອງຍໍໃຫ້ແກ່ບໍລິສັດໄຟຟ້ານໍ້າກົງ 3 ຈຳກັດ ພ້ອມທັງໄດ້ສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວທີ່ມີຄວາມເປັນຫ່ວງເປັນໃຍຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນພາຍໃນແຂວງອັດຕະປື ພາຍໃຕ້ສະພາບການພະຍາດຮ້າຍແຮງກຳລັງແຜ່ລະບາດໃນປະຈຸບັນນີ້.

ພ້ອມນີ້, ທ່ານຍັງໄດ້ຕາງໜ້າໃຫ້ປະຊາຊົນ ກໍ່ຄື ພະນັກງານແພດໝໍ ພາຍໃນແຂວງອັດຕະປື ສະແດງຄວາມຂອບໃຈມາຍັງບໍລິສັດ ທີ່ມອບເງີນປະກອບສ່ວນຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້ ແລະ ຈະນໍາໃຊ້ເຄື່ອງມືດັ່ງກ່າວ ໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໂດຍຜ່ານໝາຍເລກບັນຊີໂຄວິດ-19 ຂອງ ທະນາຄານການຄ້າຕ່າງປະເທດລາວ.

ຂ່າວ: ວັດທະນາ ຫລວງອາໄພ (ນັກຂ່າວແຂວງອັດຕະປື)

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກ (Video Conference) ສະພາປະສານງານ ອາຊຽນ ຄັ້ງທີ 25
Next Post: ກັກຕົວຕິດຕາມ 16 ຄົນ ຜູ່ພົວພັນ ກັບຜູ່ຕິດເຊື້ອທີ່ 11 ພະນັກງານ ພູເບ້ຍ ມາຍນິ່ງ

Related Posts

ເປັນຕາອີ່ຕົນເດ່! ຕີນເຂົ້າໃນເຄື່ອງຈັກ ຈົນມຸ່ນ ທີ່ໂຮງງານເຂດຫຼັກ 29 ຂ່າວສານບ້ານເມືອງ
ທ່ານ ປອ ສອນໄຊ ສີພັນດອນ ເປັນປະທານຊີ້ນຳກອງປະຊຸມ 6 ເດືອນຕົ້ນປີຂອງຄະນະກຳມະການແຫ່ງຊາດດ້ານໂພຊະນາການ ຂ່າວສານບ້ານເມືອງ
ສະຫຼົດໃຈ! ເສັງຈົບ ມ4 ໄປສະຫຼອງ ກັບໝູ່ເກີດອຸບັດຕິເຫດເສຍຊີວິດທີ່ເມືອງຊຽງຄໍ້ ຂ່າວສານບ້ານເມືອງ
ຊົມເຊີຍ! ທີມແພດແຂວງວຽງຈັນ ປິ່ນປົວຄົນເຈັບຕິດເຊື້ອໂຄວິດ ຫາຍດີອີກ 4 ຄົນ ຂ່າວສານບ້ານເມືອງ
ເກີດເຫດລະເບີດຮຸນແຮງໃນເລບານອນ ສົ່ງຜົນເສຍຫາຍເປັນວົງກວ້າງ ຂ່າວສານບ້ານເມືອງ
ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme