Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍລິສັດ ທີ່ມີຈຸດປະສົງຈໍາຫນ່າຍຜ້າອັດປາກ-ດັງ ຕ້ອງໄດ້ມາລົງທະບຽນກັບພະແນກ ອ​ຄ ກຳ​ນົດ​ລາ​ຄາ​ເອກະ​ພາບ​ກັນ

Posted on 09/04/202009/04/2020 By News No Comments on ບໍລິສັດ ທີ່ມີຈຸດປະສົງຈໍາຫນ່າຍຜ້າອັດປາກ-ດັງ ຕ້ອງໄດ້ມາລົງທະບຽນກັບພະແນກ ອ​ຄ ກຳ​ນົດ​ລາ​ຄາ​ເອກະ​ພາບ​ກັນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 0374/ອຄ.ກດພນ, ລົງວັນທີ 8 ເມສາ 2020 ເລື່ອງການກໍານົດລາຄາຂາຍຜ້າອັດປາກ-ດັງ ເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

ເນື່ອງຈາກໃນສະພາບປະຈຸບັນ ຈໍານວນຜູ້ຕິດເຊື້ອໂຄວິດ-10 (COVID-19) ໃນຫຼາຍປະເທດທົ່ວໂລກຍັງເພີ່ມສູງຂຶ້ນ ເຮັດໃຫ້ຄວາມຕ້ອງການຜ້າປິດປາກ-ດັງ ໂດຍລວມຍັງມີຄວາມຕ້ອງການຫຼາຍ,

ໃນ ສປປ ລາວ ຄວາມ ຕ້ອງການຊົມໃຊ້ຜ້າອັດປາກ-ດັງ ຍັງເພີ່ມຂຶ້ນຫຼາຍ ເມື່ອທຽບກັບໄລຍະກ່ອນການລະບາດ, ເຮັດໃຫ້ສິນຄ້າຂາດຕະຫຼາດ ຊຶ່ງເປັນຜົນມາຈາກຄວາມຕ້ອງການທົ່ວໂລກ ແລະ ປະເທດເຮົາບໍ່ສາມາດຜະລິດໄດ້,

No photo description available.

ດ້ວຍເຫດນັ້ນ, ລັດຖະບານໄດ້ ປະກາດເອົາຜ້າອ້າປາກ-ຕັ້ງ ເຂົ້າເປັນສິນຄ້າຄວບຄຸມ ຊຶ່ງ ກະຊວງອຸດສາຫະກໍາ ແລະ ການຄ້າໃນນາມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນສູນກາງ ໄດ້ອອກແຈ້ງການແນະນໍາເຖິງບັນດາຄະນະຊີ້ນໍາວຽກງານຄຸ້ມຄອງ ລາຄາ ແລະ ຄ່າບໍລິການຂັ້ນແຂວງກໍຄື ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ກ່ຽວກັບ ການກໍານົດລາຄາຜ້າອັດປາກ-ດັງ ແຕ່ລະຊະນິດໄປແລ້ວ 3 ຄັ້ງ, ບົນພື້ນຖານການປັບປຸງ, ເພີ່ມເຕີມເນື້ອໃນຂອງແຈ້ງ ການໃນແຕ່ລະຄັ້ງແມ່ນເພື່ອຄວາມເປັນເອກກະພາບໃນການກໍານົດລາຄາຂາຍໃນແຕ່ລະໄລຍະຕາມຕົ້ນທຶນນໍາເຂົ້າຕົວຈິງ.

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ:
1 ໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ປະສານກັບ ບໍລິສັດນໍາເຂົ້າອຸປະກອນການແພດ, ບໍລິສັດ ການຢາຂອງແຂວງ ຫຼື ຫົວຫນ່ວຍທຸລະກິດຕ່າງໆ ທີ່ມີເງື່ອນໄຂ, ມີທຶນ ແລະ ສາມາດນໍາເຂົ້າຜ້າອັດປາກ-ດັງມາໄດ້ ແລະ ບໍລິສັດ ທີ່ມີຈຸດປະສົງໃນການຈໍາຫນ່າຍຜ້າອັດປາກ-ດັງ ຊຶ່ງບໍລິສັດຕ່າງໆເຫຼົ່ານັ້ນຕ້ອງໄດ້ມາລົງທະບຽນກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ,

ໝາຍຄວາມວ່າ ຕ້ອງແຈ້ງເຈດຈໍານົງວ່າສາມາດນໍາເຂົ້າຜ້າອັດປາກ-ດັງ ມາຈໍາຫນ່າຍໄດ້ ແລະ ບໍລິສັດຕ້ອງແຈ້ງຂໍ້ມູນຕົ້ນທຶນນມາເຂົ້າ ພ້ອມທັງສົ່ງຕົວຢ່າງຜ້າອັດປາກ-ຕັ້ງ ທີ່ຈະນໍາເຂົ້າມາຈໍາຫນ່າຍເພື່ອໃຫ້ເຈົ້າຫນ້າທີ່ກວດກາຄຸນນະພາບ ບົນພື້ນຖານສົມທົບກັບພະແນກສາທາລະນະສຸກ ຂັ້ນແຂວງ, ນະຄອນຫຼວງວຽງຈັນ ຊ່ວຍຢັ້ງຢືນມາດຕະຖານໃຫ້.

2 ສໍາລັບການກໍານົດລາຄາຂາຍຜ້າອັດປາກ-ດັງ ແຕ່ລະຊະນິດນັ້ນ ແມ່ນປະຕິບັດຕາມແຈ້ງການສະບັບກ່ອນ ເລກທີ 0347/ອຄ.ກດພນ, ລົງວັນທີ 31 ມີນາ 2020 ອະນຸຍາດໃຫ້ບວກກໍາໄລຂາຍບົກ 10% ຂອງຕົ້ນທຶນການນໍາເຂົ້າ ແລະ ສົ່ງໃຫ້ຮ້ານຂາຍຍ່ອຍ ແມ່ນໃຫ້ບວກກໍາໄລ 10% ຂອງລາຄາຂາຍຍົກ,

3 ມອບໃຫ້ ພະແນກອຸດສະຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ລາຍງານຂໍທິດຊີ້ນໍາຈາກຄະນະນີ້ນໍາວຽກງານຄຸ້ມຄອງລາຄາຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອກໍານົດລາຄາ, ວິທິການຈໍາຫນ່າຍ, ຈຸດຈໍາຫນ່າຍ ແລະ ການຄຸ້ມຄອງການຈໍາຫນ່າຍຕົວຈິງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີຂະແຫນງການຕ່າງໆໄດ້ແຈ້ງອອກ ຫຼີກເວັ້ນບໍ່ໃຫ້ເປັນການຊຸມນຸມຂອງຄົນຈໍານວນຫຼາຍ ແລະ ສໍກັ້ນແມ່ນຜູ້ກເວັ້ນບໍ່ໃຫູ້ກຕົ້ນໃຕຫນັງສືໄປກັກຕຸນ ແລະ ຂາຍຕໍ່ໃນລາຄາທີ່ແພງເກີນກວ່າທີ່ໄດ້ກໍານົດໄວ້,

ພາຍຫຼັງຄົ້ນຄ້ວາແລ້ວໃຫ້ນໍາສະເຫນີຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ ກໍຄືຫົວຫນ້າຄະນະຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ເພື່ອຮັບຮອງ ແລະ ຈັດຕັ້ງປະຕິບັດຢູ່ແຂວງຂອງຕົນ,

4 ມອບໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາໃຫ້ເປັນປົກກະຕິ ຕິຕາມອໍານວຍຄວາມສະດວກໃນການຂາຍ, ຖ້າຫາກພົບ ບໍລິສັດທີ່ຈໍາຫນ້າຜ້າອັດປາກ-ອັດດັງ ຫາກປະຕິບັດບໍ່ຖືກຕ້ອງຕາມການແນະນໍາແລ້ວ, ໃຫ້ຮີບຮ້ອນລາຍງານຫົວຫນ້າຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ ເພື່ອຂໍທິດຊີ້ນໍາ ແລະ ຄວາມເປັນເອກະພາບໃນການປະຕິບັດມາດຕະການຕາມກົດຫມາຍ ແລະ ລະບຽບການຂອງແຕ່ລະຂະແຫນງ ການທີ່ກ່ຽວຂ້ອງ.

ດັ່ງນັ້ນ, ຈຶ່ງແຈ້ງມາດັ່ງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ນະ​ຄອນ​ອູ​ຮັ້ນ “ຍົກ​ເລີກ​ການ​ຄວບ​ຄຸມ​​ທາງຄົມ​ມະ​ນາ​ຄົມ” ຢ່າງ​ເປັນ​ທາງ​ການ
Next Post: ຈີນເລີ່ມ​ປະຕິບັດປູ​ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ຢ​ີ້ວຊີ້-ບໍຫານຢ່າງເປັນທາງການແລ້ວ

Related Posts

ພາບຄວາມງົດງາມຈາກ ທຳມະຊາດເມືອງກາສີ ແຂວງວຽງຈັນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອ 167ຄົນ ຂ່າວສານບ້ານເມືອງ
ຄ່າວິຊາຄວາມຮູ້ ຂ່າວສານບ້ານເມືອງ
ຂ່າວດ່ວນ…! ຂ່າວຮ້າຍ…! ລາວ ກວດພົບການຕິດເຊື້ອ ໂ ຄ ວິ ດ ເພີ່ມຂຶ້ນ + 65 ຄົນ ຂ່າວສານບ້ານເມືອງ
ຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ ຂ່າວສານບ້ານເມືອງ
ກະຊວງສຶກສາໄດ້ຮັບທຶນ 7 ລ້ານໂດລາ ຈາກ ອົງການອຸຍນິເຊບ ເພື່ອໃຊ້ໃນການຕອບໂຕ້ ໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme