Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເປັນຫຍັງ ຕ້ອງມີຊິມເນັດ ແລະ ຊິມໂທ! ຢາກໃຫ້ໜ່ວຍງານປົກປ້ອງຜູ່ບໍລິໂພກ ແກ້ໄຂ ໃຫ້ເປັນຊິມດຽວ ໄດ້ບໍ່?

Posted on 05/04/202005/04/2020 By All in LAOS No Comments on ເປັນຫຍັງ ຕ້ອງມີຊິມເນັດ ແລະ ຊິມໂທ! ຢາກໃຫ້ໜ່ວຍງານປົກປ້ອງຜູ່ບໍລິໂພກ ແກ້ໄຂ ໃຫ້ເປັນຊິມດຽວ ໄດ້ບໍ່?

ສະບາຍດີທຸກທ່ານ ມື້ນີ້ ຂໍອານຸຍາດ ສະທ້ອນ ຫາງສຽງຈາກປະຊາຊົນ ກັບການໃຊ້ບໍລິການ ຊິມໂທລະສັບ ທີ່ເຫັນວ່າ່ ເປັນສິ່ງທີ່ບໍ່ໄດ້ຮັບການແກ້ໄຂມາຍາວນານ ແລະ ບໍ່ເຫັນທ່າທີ່ວ່າ ຈະມີການແກ້ໄຂໃຫ້ປະຊາຊົນ ມີຄວາມສະດວກສະບາຍ ແລະ ປົກປ້ອງຜູ່ບໍລິໂພກ.

ຜູ່ສະໜອງ ລະບົບໂທລະຄົມ ແມ່ນໄດ້ອອກຊິມມາສອງແບບ ຄື ຊິມໂທ ແລະ ຊິມເນັດ. ເຊິ່ງທັງສອງ ແມ່ນມີຂໍ້ດີຂໍ້ເສຍດັ່ງນີ້

  1. ຊິມໂທ: ສາມາດໂທເຂົ້າອອກໄດ້, ແຕ່ຖ້າຕ້ອງການຢາກໃຊ້ອິນເຕີເນັດ ພັດລາຄາໂຄດແພງຫຼາຍ. ບໍ່ໃຫ້ເວົ້າສາວ່າແພງຊໍາໃດ ທຸກທ່ານທີ່ໃຊ້ເບີໂທ ຄົງຈະຮູ້ດີ.
  2. ຊິມເນັດ: ສາມາດລົງທະບຽນສະໝັກແພັກເກັດອິນເຕີເນັດ ທີ່ເຫັນວ່າໄດ້ ດາຕ້າຫຼາຍຂຶ້ນ ເຮັດໃຫ້ການ ນໍາໃຊ້ອິນເຕີເນັດ ປະຢັດຄ່າໃຊ້ຈ່າຍສົມຄວນ, ແຕ່ຖ້າທຽບກັບຫຼາຍໆ ປະເທດ ເນັດບ້ານເຮົາກໍ່ຍັງແພງຢູ່. ແຕ່ອັນທີ່ມັນຍາກ ຄື ຊິມເນັດ ບໍ່ສາມາດ ໃຊ້ໂທອອກໄດ້.

ຈາກການແຍກ ລະບົບຊິມດັ່ງກ່າວ ຈິງເຮັດໃຫ້ຫຼາຍໆ ຄົນຕ້ອງ ຊື້ສອງຊິມ ທັງເບີໂທ ແລະ ເບີເນັດ, ບາງຄົນ ຕ້ອງໄດ້ ແບກໂທລະສັບສອງໜ່ວຍ ຫຼື ຕ້ອງມີ ອັນແຈກໄວຟາຍ, ເຊິ່ງເຫັນວ່າ ເປັນການສ້າງຄວາມຫຍຸ້ງຍາກ, ສິ້ນເປືອງຄ່າໃຊ້ຈ່າຍ ແລະ ເປືອງຊັບພະຍາກອນທໍາມະຊາດ.

ເພາະສະນັ້ນ, ຈິ່ງຮຽກຮ້ອງໃຫ້ໜ່ວຍງານປົກປ້ອງ ຜູ່ບໍລິໂພກ ຈົ່ງຊ່ວຍແກ້ໄຂໃຫ້ມີ ຊິມອັນດຽວ ທີ່ສາມາດໂທໄດ້ ແລະ ຕັ້ງຄ່າອິນເຕີເນັດລາຄາຖືກ ແບບຊິມເນັດ, ເພື່ອໃຫ້ຄວາມສະດວກ ແກ່ພໍ່ແມ່ປະຊາຊົນ ບັນດາເຜົ່າແຕ່ເໜືອຮອດໃຕ້.

ຫວັງວ່າ ຄໍາສະເໜີ ນີ້ຈະໄດ້ຮັບການແກ້ໄຂ!

ໂດຍ: ບ່າວກະບື

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການດ່ວນ! ສັ່ງປິດ ກິດຈະການບໍ່ແຮ່ ແລະ ການກໍ່ສ້າງເຂື່ອນຊົ່ວຄາວ, ຄົນທີ 11 ສັ່ນສະເທືອນວົງການ
Next Post: ໜ້າຕົກໃຈ! ອ່ານລາຍງານ ຜູ່ຕິດເຊື້ອ ໂຄວິດ-19 ຈາກ ບໍລິສັດ ພູເບ້ຍ! ຂໍໃຫ້ຜູ່ພົວພັນ ກັບ ຜູ່ກ່ຽວ ກັກຕົນເອງ

Related Posts

ເປັນຕາຢ້ານ! ລາຍງານວັນທີ 31/1/2020 ໄວຣັດໂຄໂຣນາ ຂ້າ 213 ຄົນແລ້ວ! ຂ່າວສານບ້ານເມືອງ
ເພີ່ມທະວີຄຸ້ມຄອງຄົນຕ່າງປະເທດ ມາດຳເນີນທຸລະກິດ-ພັກເຊົາອອກແຮງງານ ຢູ່ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ເຊັນສັນຍາຮ່ວມທຸລະກິດ ເພີ່ມເຕີມ ການປ່ຽນແທນຜູ້ຖືຮຸ້ນໃນໂຄງການຊອກຄົ້ນ ສຳຫຼວດ ຂຸດຄົ້ນປຸງແຕ່ງ ແຮ່ຄຳ ແລະ ແຮ່ຕິດພັນ ຂ່າວສານບ້ານເມືອງ
ມີຜູ້ເສຍຊີວິດ 71 ກວ່າຄົນ ຍ້ອນອຸບັດເຫດໃນເດືອນເມສາ ຂ່າວສານບ້ານເມືອງ
ພາກລັດ ແລະ ພາກທຸລະກິດກຳປູເຈຍ ຮ່ວມສົມທົບທຶນຊ່ວຍເຫຼືອ ລາວ ຕ້ານໂຄວິດ ຂ່າວສານບ້ານເມືອງ
ຊົມເຊີຍ ແລະ ຂອບໃຈ ຄະນະແພດຊ່ຽວຊານກອງທັບ ຫວຽດນາມ ສຳເລັດພາລະກິດຢູ່ລາວຢ່າງຈົບງາມ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme