Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

4 ພາກສ່ວນປະກອບສ່ວນຊ່ວຍເຫຼືອການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ລວມເງິນໄດ້ 1.217 ລ້ານກີບ

Posted on 01/04/202001/04/2020 By All in LAOS No Comments on 4 ພາກສ່ວນປະກອບສ່ວນຊ່ວຍເຫຼືອການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ລວມເງິນໄດ້ 1.217 ລ້ານກີບ

ໃນຕອນບ່າຍຂອງມື້ນີ້ ວັນທີ 1 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ໄດ້ມີ 4 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນເຂົ້າໃນການຮັບມື ແລະ ການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ.


ກ່າວຮັບເງິນ ແລະ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19, ໂດຍມີພະນັກງານທີ່ກ່ຽວຂ້ອງຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ບັນດາພາກສ່ວນທີ່ໃຫ້ການປະກອບສ່ວນໃນຄັ້ງນີ້ ປະກອບມີ: ຄອບຄົວ-ລູກຫຼານການນຳ ແລະ ສະມາຄົມນັກທຸລະກິດລາວ ມອບຜ້າອັດປາກອະນາໄມ ມີມູນຄ່າທັງໝົດ 350.000.000 ກີບ, ຊຶ່ງຕາງໜ້າ ກ່າວມອບໂດຍທ່ານ ນາງ ນາລີ ສີສຸລິດ, ພັນລະຍາຂອງທ່ານນາຍົກລັດຖະມົນຕີ; ບໍລິສັດ ຫົວເຫວີຍ ປະຈຳລາວ ມອບເງິນ ຈຳນວນ 500.000.000 ກີບ, ຊຶ່ງກ່າວມອບໂດຍທ່ານ ຫູເຫວີຍຫົວ, ຜູ້ອຳນວຍການໃຫຍ່ ປະຈຳຫ້ອງການ ສປປ ລາວ; ບໍລິສັດ ໄຟຟ້າ ເຊກະໝານ 1 ມອບເງິນ ຈຳນວນ 30.000 ໂດລາສະຫະລັດ ຫຼື ປະມານ 267 ລ້ານກີບ, ຊຶ່ງກ່າວມອບໂດຍທ່ານ Dinh Ngoc Diep, ຫົວໜ້າຫ້ອງການ ບໍລິສັດ ຫຸ້ນສ່ວນໄຟຟ້າຫວຽດ-ລາວ; ບໍລິສັດ ດາວທຽມລາວ-ເອເຊຍປາຊີຟິກ ມອບເງິນ ຈຳນວນ 100.000.000 ກີບ, ຊຶ່ງກ່າວມອບໂດຍທ່ານ ຕິ່ງ ຢ່ອງ ບິ່ງ, ຜູ້ອຳນວຍການໃຫຍ່ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ.


ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາພາກສ່ວນ ທີ່ໄດ້ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບຊ່ວຍເຫຼືອ ໃຫ້ແກ່ລັດຖະບານ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ຢູ່ສປປ ລາວ ກໍ່ຄື ໃນການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານວາງອອກ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສຳເລັດຕາມຄວາມມຸ້ງມາດປາດຖະໜາ ຂອງພວກເຮົາໝົດທຸກຄົນ.


ພ້ອມກັນນັ້ນ, ກໍ່ຍັງເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈອັນໃຫຍ່ຫຼວງ ແກ່ລັດຖະບານ ແລະ ປະຊາຊົນລາວ, ຊຶ່ງລັດຖະບານ ຈະນຳໃຊ້ເງິນ ແລະ ອຸປະກອນທີ່ໄດ້ຮັບການຊ່ວຍເຫຼືອເຫຼົ່ານີ້ ໄປນຳໃຊ້ຢ່າງສົມເຫດສົມຜົນ, ບົນພື້ນຖານປະຢັດມັດທະຍັດ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງແຈ້ງໃຫ້ພາກສ່ວນຕ່າງໆຊາບ ກ່ຽວກັບສະພາບການປະຕິບັດວຽກງານ ຂອງລັດຖະບານ ກໍ່ຄື ຂອງຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ໃນການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄື ປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ.


ນອກນັ້ນ, ທ່ານສົມດີ ດວງດີ ກໍ່ຍັງໄດ້ແຈ້ງໃຫ້ຊາບເຖິງຂໍ້ຈຳກັດ, ຂໍ້ສະດວກຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕື່ມອີກດ້ວຍ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ຂ່າວສານບ້ານເມືອງ

Post navigation

Previous Post: ເສົ້າໃຈ! ຈູດໄຮ່ບໍ່ປອດໄພ ໄຟໄໝ້ ເສຍຊີວິດ 3 ຄົນ ທີ່ ເມືອງປາກແບງ
Next Post: ສະຫະລັດອາເມລິກາ ອາການໜັກ ຕິດໂຄວິດເກີນ 200,000 ຄົນ ຍອດທັງໝົດທົ່ວໂລກທະລຸ 900,000 ຄົນ

Related Posts

ປກສ ເມືອງຈັນທະບູລີ ກັກໂຕຜູ້ຖືກຫາຄະດີ ລັ ກ ຊັ ບ ງັດຮ້ານຊຸບເປີ້ມາເກັດ ຂ່າວສານບ້ານເມືອງ
ທາງລົດໄຟລາວ-ຈີນແຈ້ງ ອຸ​ປະ​ກອນ​​ທາງ​ລົດ​ໄຟ​ຖືກ​ລັກ ຈຳເປັນຕ້ອງ​ຫຼຸດຜ່ອນຄວາມໄວ ຂ່າວສານບ້ານເມືອງ
ບໍ່ແກ້ວແຈ້ງການດ່ວນ! ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
5 ບ້ານເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄວບຄຸມເປັນເຂດແດງ ຂ່າວສານບ້ານເມືອງ
ການເຮັດນາຢອດໄດ້ຮັບຜົນດີ ແລະ ປະຢັດຕົ້ນທຶນຫຼາຍກວ່ານາປູກ ຂ່າວສານບ້ານເມືອງ
ມອບ-ຮັບຫ້ອງການປະສານງານຊາຍແດນ (BLO) ທີ່ບ້ານວັງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme