ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ມີມາດຕະກາດ ເຂັ້ມງວດ ເພື່ອປ້ອງກັນ ການລະບາດຂອງພະຍາດຈຸລະໂລກ ໂຄວິດ ສາຍພັນໃໝ່ ຫຼື COVID-19. ດັ່ງນັ້ນ, ປະຊາຊົນລາວທຸກຄົນ ຕ້ອງຮ່ວມມືຢ່າງເຄັ່ງຄັດ ເພື່ອເຂົ້າໃຈ ຕໍ່ບັນດາແຈ້ງການ ແລະ ມາດຕະການຕ່າງໆ ໃນຂອບເຂດທົ່ວປະເທດ. ຜູ່ໃດ ຝ່າຝືນ ແລະ ລະເມີດ ຈະຖືກກ່າວເຕືອນ, ປັບໃໝ ແລະ ໃສ່ໂທດ ຕາມສະຖານໜັກຫຼື ເບົາ! ພົບເຫັນກໍລະນີສົງໄສ ຫຼື ຕ້ອງການຂໍ້ມູນເພີ່ມເຕີມ ໂທສາຍດ່ວນ 166. ທ່ານສາມາດ ຕິດຕາມລໍາດັບເຫດການ ດັ່ງຂ້າງລຸ່ມ!
ວັນທີ 30 ມີນາ 2020
- ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ວ່າ ການກວດຜູ່ສົງໄສ ຈໍານວນ 63 ກໍລະນີ ວັນທີ 29 ມີນາ 2020
- ບໍ່ພົບເຊື້ອ 62 ຄົນ, ພົບຜູ່ຕິດເຊື່ອ ເພີ່ມ 1 ຄົນ ເພດຍິງ ອາຍຸ 22 ປີ ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ມີປະຫວັດ ເດີນທາງໄປ ປະເທດໄທ
- ຜູ່ຕິດເຊື້ອ ຄົນທີ 9 ແມ່ນເປັນ ເສັ້ນທາງທີ 3 ເພາະ ບໍ່ມີປະຫວັດພົວພັນ ກັບ 8 ຄົນທີ່ກວດເຊື້ອກ່ອນໜ້ານີ້


ວັນທີ 29 ມີນາ 2020
- ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ວ່າ ການກວດຜູ່ສົງໄສ ຈໍານວນ 36 ກໍລະນີ ວັນທີ 28 ມີນາ 2020 ລໍຖ້າຜົນກວດ
- ບໍ່ມີລາຍງານຜູ່ຕິດເຊື່ອເພີ່ມ



ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 06/ນຍ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19 (COVID-19)




ເອກະສານສໍາຄັນ ວັນທີ 27 ມີນາ 2020
ແຈ້ງການຈາກກະຊວງການເງິນ ເລື່ອນການເສຍຄ່າທາງ ເວລາປົກກະຕິ

ແຈ້ງການຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ


ເອກະສານສໍາຄັນ ວັນທີ 26 ມີນາ 2020
ແຈ້ງການຈາກ ທະນາຄານແຫ່ງ ສປປລາວ



ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ

ເອກະສານສໍາຄັນ ວັນທີ 25 ມີນາ 2020
ແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ


ແຈ້ງການຂອງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ແຈ້ງການຈາກ ສະຫະພັນເພາະກາຍແຫ່ງຊາດ

ເອກະສານສໍາຄັນ ວັນທີ 22 ມີນາ 2020
ຄໍາແນະນໍາ ແລະ ວິທີການ ກັກຕົນເອງ ເບິ່ງອາການ ຢູ່ເຮືອນ ເປັນເວລາ 14 ວັນ, ໂດຍສະເພາະ ຜູ່ທີ່ເດີນທາງມາແຕ່ຕ່າງປະເທດ, ໃຫ້ປະຕິບັດ ຢ່າງເຄັ່ງຄັດ.



ເອກະສານສໍາຄັນ ວັນທີ 20 ມີນາ 2020
ກະຊວງ ປ້ອງກັນ ຄວາມສະຫງົບ : ປິດດ່ານປະເພນີ ແລະ ດ່ານນ້ອຍ ທົ່ວປະເທດ, ເຂັ້ມງວດ ກວດທີ່ດ່ານສາກົນ. ຍົກເລີກການອອກວິຊາກັບດ່ານ ແລະ ອື່ນໆ ອ່ານແຈ້ງການ



ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ : ສັ່ງປິດ ກິດຈະການບັນເທີງທຸກປະເພດ, ຮ້ານນວດ ແລະ ຮ້ານສະປາ.

ວັນທີ 19 ມີນາ 2020
ກະຊວງການຕ່າງປະເທດ : ແຈ້ງໂຈະການອອກວີຊາກັບດ່ານ, ປິດດ່ານປະເພນີ ດ່ານນ້ອຍ, ມາດຕະການເຂົ້າ-ອອກ ສປປ ລາວ


ກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ: ຄຸ້ມຄອງ ການຂາຍນໍ້າມັນ

ຫ້ອງການສໍານັກງານ ນາຍົກລັດຖະມົນຕີ: ມາດຕະກາດ ຫຼິ້ນບຸນປີໃໝ່ລາວ 2020


ວັນທີ 18 ມີນາ 2020
ກະຊວງສຶກສາທິການ ແລະ ກິລາ: ແຈ້ງປິດ ໂຮງຮຽນ ປະຖົມ, ມັດທະຍົມ, ວິທະຍາໄລ, ມະຫາໄລ ແລະ ສະຖາບັນການສຶກສາ ທົ່ວໄປະເທດ

ວັນທີ 17 ມີນາ 2020
ກະຊວງສຶກສາທິການ ແລະ ກິລາ : ສັ່ງປິດ ໂຮງຮຽນລ້ຽງເດັກ, ອານຸບານ ແລະ ກຽມ ປະຖົມ


ວັນທີ 16 ມີນາ 2020
ຄະນະສະເພາະກິດ : ແຈ້ງການ ຍົກລະດັບ ປ້ອງກັນ COVID-19


ວັນທີ່ 2 ມີນາ 2020
ຄະນະສະເພາະກິດ : ແຈ້ງ ໂຈະງານທີ່ມີການຮ່ວມຊຸມນຸມຄົນຈໍານວນຫຼາຍ






————-
16 ມິນາ 2020
ລັດຖະບານຮຽກຮ້ອງປະຊາຊົນ ບໍ່ໃຫ້ເດີນທາງໄປເຂດທີ່ມີຄວາມສ່ຽງ ເພື່ອປ້ອງກັນການແຜ່ລະບາດຂອງ COVID-19
ໃນຕອນເຊົ້າມື້ນີ້ ວັນທີ 16 ມິນາ 2020, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫລາຍຈຸດພາຍໃນນະຄອນຫລວງວຽງຈັນ, ເພື່ອຕິດຕາມການເຝົ້າລະວັງ, ການປ້ອງກັນ, ການຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ 1, ໂຮງໝໍ 103, ໂຮງໝໍ 150 ຕຽງ ແລະ ສະໜາມບິນສາກົນວັດໄຕ. ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເຖິງສະພາບການແຜ່ລະບາດ ແລະ ການຮັບມືກັບພະຍາດດັ່ງກ່າວນີ້,
———-
ວັນທີ 3 ກຸມພາ 2020
ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 09/ນຍ, ລົງວັນທີ 3 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື ໄວຣັສ ໂຄໂຣນາ (Novel Corona Virus: NCoV) ໂດຍມີລາຍຊື່ດັ່ງລຸ່ມນີ້:
1. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າ;
2 . ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເປັນຮອງຫົວໜ້າ;
3. ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນຮອງຫົວໜ້າ ແລະ ຜູ້ປະຈຳການ;
4. ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນກຳມະການ;
5. ທ່ານ ພົຕ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນກຳມະການ;
6. ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເປັນກຳມະການ;
7. ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນກຳມະການ;
8. ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນກຳມະການ;
9. ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ເປັນກຳມະການ;
10. ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ເປັນກຳມະການ;
11. ທ່ານ ວາລະໄຊ ດາລາລອຍ ຫົວໜ້າຫ້ອງການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນກຳມະການ.
ຄະນະສະເພາະກິດດັ່ງກ່າວ ມີໜ້າທີ່ດັ່ງນີ້: ຊີ້ນຳ ແລະ ຊຸກຍູ້ ທຸກພາກສ່ວນໃນສັງຄົມ ລວມທັງອົງການຈັດຕັ້ງຂອງລັດ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ເຄື່ອນໄຫວ ໃນ ສປປ ລາວ ເຂົ້າຮ່ວມ ແລະ ເປັນເຈົ້າການ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Novel Corona Virus: 2019-nCoV) ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນສະພາບການຢ່າງໃກ້ຊິດ ແລ້ວລາຍງານໃຫ້ລັດຖະບານຮັບຊາບເປັນປົກກະຕິຕໍ່ເນື່ອງ ແລະ ທັນເວລາ; ແຕ່ງຕັ້ງຄະນະຜູ້ຊ່ວຍວຽກຂອງຕົນ ເພື່ອລົງເລິກຄົ້ນຄວ້າມາດຕະການ, ວິທີການຕ່າງໆທີ່ເໝາະສົມ ແລະ ເປັນໃຈກາງ ໃນການພົວພັນປະສານງານກັບຂະແໜງການທີ່ກ່ຽວຂ້ອງ, ອຳນາດການປົກຄອງແຕ່ລະຂັ້ນ, ບັນດາປະເທດໃກ້ຄຽງ, ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນໃນສັງຄົມໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Novel Corona Virus: 2019-nCoV) ໃຫ້ມີປະສິດທິຜົນ.