Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວ ພົບຜູ້ຕິດເຊື້ອ COVID-19 ເພີ່ມອີກ 1 ຄົນ ລວມເປັນ 3 ຄົນແລ້ວ

Posted on 25/03/202025/03/2020 By All in LAOS No Comments on ລາວ ພົບຜູ້ຕິດເຊື້ອ COVID-19 ເພີ່ມອີກ 1 ຄົນ ລວມເປັນ 3 ຄົນແລ້ວ

ໃນຕອນບ່າຍມື້ນີ້ ວັນທີ 25 ມິນານີ້ ທີ່ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ທ່ານພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ສື່ມວນຊົນ ເຖິງຄວາມຄືບໜ້າອາການຂອງຄົນເຈັບ 2 ຄົນ ທີ່ຕິດເຊື້ອພະຍາດ ໂຄວິດ-19 ວ່າ: ປະຈຸບັນ ທິມງານແພດໝໍພວມສຸມໃສ່ປິ່ນປົວຄົນເຈັບທັງສອງຢ່າງໃກ້ຊິດ ຢູ່ໂຮງໝໍ ມິດຕະພາບ 150 ຕຽງ ໂດຍຄົນເຈັບບໍ່ມີອາການຮ້າຍແຮງຂຶ້ນ, ແລະ ບໍ່ມີອາການແຊກຊ້ອນແຕ່ຢ່າງໃດ.

ປະຈຸບັນນີ້, ທາງຄະນະສະເພາະກິດ ພວມຕິດຕາມ, ຄົ້ນຫາຜູ້ທີ່ໃກ້ຊິດ ແລະ ສໍາຜັດກັບທັງ 2 ກໍລະນີທີ່ຕິດເຊື້ອແລ້ວນັ້ນ, ສໍາລັບກໍລະນີທີ 1 ຄື ນາງກົງສິນ ອາຍຸ 36ປີ ເປັນພະນັກງານນໍາທ່ຽວ, ອາໄສຢູ່ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເລີ່ມແຕ່ວັນທີ 7 ຫາວັນທີ 10 ມິນາ 2020 ຜູ້ກ່ຽວໄດ້ນໍານັກທ່ອງທ່ຽວ ຈາກປະເທດເຂດເອີຣົບ ຈໍານວນ 38 ຄົນ ທ່ອງທ່ຽວຢູ່ໃນນະຄອນຫລວງວຽງຈັນ ຫລາຍແຫ່ງ; ຈາກນັ້ນ ກໍ່ເດີນທາງໄປທ່ອງທ່ຽວເມືອງວັງວຽງ, ແຂວງວຽງຈັນ ແລະ ສືບຕໍ່ເດີນທາງໄປແຂວງຫລວງພະບາງ ແລະ ໄປທ່ອງທ່ຽວຫລາຍແຫ່ງໃນນະຄອນຫລວງພະບາງ ກ່ອນຈະເດີນທາງດ້ວຍຍົນຕໍ່ໄປປະເທດກໍາປູເຈຍ.

ແຕ່ວັນທີ 12 ຫາວັນທີ 20 ມິນາ 2020 ຜູ້ກ່ຽວໄດ້ນໍາພາແຂກຊຸດໃໝ່ອີກ ຈໍານວນ 3 ຄົນ ຈາກປະເທດເຂດເອີຣົບ ໄປທ່ອງທ່ຽວແຂວງຫລວງພະບາງ, ແຂວງອຸດົມໄຊ ແລະ ເມືອງຂວາ ແຂວງຜົ້ງສາລີ, ແລະ ເມືອງວັງວຽງ ແຂວງວຽງຈັນ, ພາຍຫລັງທີ່ສົ່ງນັກທ່ອງທ່ຽວກັບຄືນປະເທດແລ້ວ, ຜູ້ກ່ຽວກໍ່ໄດ້ຂີ່ຍົນຈາກຫລວງພະບາງກັບມາວຽງຈັນ. ຈາກນັ້ນ ຜູ້ກ່ຽວກໍ່ເລີ່ມມີອາການໄຂ້ ນັບແຕ່ວັນທີ 22 ມິນາ 2020 ເປັນຕົ້ນມາ, ຈຶ່ງມາເຂົ້າພັກຢູ່ໂຮງແຮມສຸວັນນາ, ບ້ານສີສະຫວາດ ເມືອງຈັນທະບູລີ ເພື່ອກັກຕົວເອງ; ຈາກນັ້ນ ຈຶ່ງໄປພົບແພດ ແລະ ກວດຫາເຊື້ອພະຍາດ ແຕ່ບໍ່ພົບ, ແຕ່ທ່ານໝໍແນະນໍາໃຫ້ຜູ້ກ່ຽວສືບຕໍ່ກັກຕົວເອງຢູ່ເຮືອນ; ຕໍ່ມາ ວັນທີ 23 ມີນາ 2020, ອາການຂອງຜູ້ກ່ຽວບໍ່ດີຂຶ້ນ ຈຶ່ງກັບໄປພົບແພດຢູ່ໂຮງໝໍ 150 ຕຽງຕື່ມ ແລ້ວຈຶ່ງກວດພົບເຊື້ອພະຍາດໂຄວິດ-19.

ສ່ວນກໍລະນີທີ 2 ແມ່ນທ້າວສີລິສັກ, ອາຍຸ 28 ປີ ເປັນພະນັກງານຝ່າຍຂາຍ ແລະ ການຕະຫລາດ ຢູ່ໂຮງແຮມຄລາວ ພລາຊາ, ປະຈຸບັນອາໃສຢູ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ; ເລີ່ມແຕ່ວັນທີ 4 ຫາວັນທີ 9 ມີນາ 2020 ຜູ້ກ່ຽວໄດ້ເດີນທາງໄປປະເທດໄທ ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາ, ງານວາງສະແດງ ແລະ ທັດສະນະສຶກສາ ຢູ່ນະຄອນຫລວງບາງກອກ, ປະເທດໄທ; ຮອດວັນທີ 9 ມີນາ 2020 ຜູ້ກ່ຽວຈຶ່ງເດີນທາງກັບນະຄອນຫລວງວຽງຈັນພ້ອມດ້ວຍໝູ່ອີກ 5 ຄົນ ດ້ວຍຖ້ຽວບິນ ທີຈີ TG 574, ໂດຍຮັບຮູ້ເຖິງແຈ້ງການຂອງຄະນະສະເພາະກິດວ່າດ້ວຍການເດີນທາງໄປປະເທດທີ່ມີການລະບາດຂອງພະຍາດ, ຜູ້ກ່ຽວໄດ້ສະເໜີໃຫ້ຕົນເອງໄປກວດພະຍາດຢູ່ໂຮງໝໍ, ແຕ່ບໍ່ພົບເຊື້ອ, ແຕ່ແພດໝໍກໍ່ໄດ້ແນະນໍາໃຫ້ຜູ້ກ່ຽວກັກຕົວເອງຕໍ່ຢູ່ເຮືອນ, ແຕ່ຜູ້ກ່ຽວຜັດອອກໄປພົບປະສັງສັນກັບໝູ່ຄູ່ ໂດຍບໍ່ປະຕິບັດຢ່າງເຄັ່ງຄັດຕໍ່ລະບຽບການທີ່ທ່ານໝໍແນະນໍາ; ເຖິງວັນທີ 21 ມີນາ 2020, ຜູ້ກ່ຽວມີອາການບໍ່ສະບາຍ ຜູ້ກ່ຽວຈຶ່ງກັບໄປກວດຫາເຊື້ອພະຍາດອີກ ແລະ ໃນວັນທີ 23 ມີນາ 2020 ຈຶ່ງຮູ້ວ່າຜູ້ກ່ຽວຕິດເຊື້ອພະຍາດ.

ທ່ານພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ຕື່ມອີກວ່າ: ຜ່ານການຕິດຕາມການ ເຄື່ອນໄຫວຂອງຜູ້ທີ່ໄດ້ມີສ່ວນພົວພັນ ແລະ ສໍາຜັດໃກ້ຊິດກັບຄົນເຈັບ ຈຳນວນ 2 ຄົນນີ້ ມີ 133 ຄົນ ຊຶ່ງມີທີ່ຢູ່ອາໃສ ຢູ່ນະຄອນຫລວງວຽງຈັນ, ວັງວຽງ, ຫລວງພະບາງ ແລະ ເມືອງຂວາ ແຂວງຜົ້ງສາລີ.

ດັ່ງນັ້ນ ຈຶ່ງຂໍໃຫ້ຈຳກັດຕົນເອງຢູ່ພຽງແຕ່ໃນເຮືອນ, ໂດຍໃນນີ້ໄດ້ເກັບຕົວຢ່າງມາກວດແລ້ວ 13 ກໍລະນີ ຊຶ່ງພົບເຊື້ອແລ້ວ 1 ກໍລະນີ ລວມທັງໝົດເປັນ 3 ກໍລະນີ ຄື: ທ້າວເຈມບອນ, ອາຊີບນັກທຸລະກິດ, ອາຍຸ 26 ປີ ຢູ່ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ທີ່ມີການພົວພັນກັບທ້າວ ສີລິສັກ ທີ່ຕິດເຊື້ອໄປແລ້ວ.

ສໍາລັບຜູ້ທີ່ມີສ່ວນພົວພັນ ກັບນາງກົງສິນນັ້ນ ປະກອບມີ ຄົນຂັບລົດຢູ່ແຂວງຫລວງພະບາງ ແລະ ຜູ້ໃກ້ຊິດກັບຄົນຂັບລົດອີກ 8 ຄົນ ຊຶ່ງທິມງານສະເພາະກິດກໍ່ໄດ້ນໍາຕົວມາກວດຫາເຊື້ອ ແລະ ພວມຕິດຕາມອາການທັງໝົດຢູ່ໂຮງໝໍແຂວງຫລວງພະບາງແລ້ວ.

ຈາກສະພາບການທີ່ມີຄວາມສ່ຽງນີ້, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຈຶ່ງຮຽກຮ້ອງ ແລະ ແນະນໍາໃຫ້ທຸກຄົນທີ່ເຄີຍໃກ້ຊິດກັບຜູ້ທີ່ຕິດເຊື້ອແລ້ວ ແຕ່ຍັງບໍ່ສາມາດນໍາຄົ້ນຫາໄດ້ເທື່ອນັ້ນ ຈົ່ງພິຈາລະນາຕົນເອງ ແລະ ໄປສະເໜີຕົວຕໍ່ແພດໝໍທີ່ຢູ່ໃກ້ທ່ານ ຫລື ໃຫ້ຕິດຕໍ່ຜ່ານໂທລະສັບສາຍດ່ວນ 166 ເພື່ອແພດໝໍຈະມີຂໍ້ແນະນໍາວິທີປະຕິບັດຕົນເອງຢ່າງຖືກຕ້ອງ, ຖ້າຫາກຈໍາເປັນທີ່ຈະຕ້ອງນໍາໄປກວດຫາເຊື້ອ ແລະ ແຍກປ່ຽວຢູ່ໂຮງໝໍ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼຸບ 10 ຂໍ້ແທ້ຈິງຈາກ ແມດທິວ ກັບຄວາມທໍລະມານໃນການຮັກສາ ໂຄວິດ-19 ຕ້ອງກິນຢາຕ້ານ HIV
Next Post: ຄະນະສະເພາະກິດ ສະເໜີ ໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ອານຸບານ ຊົ່ວຄາວ ເພື່ອ ປ້ອງກັນ COVID-19

Related Posts

10 ວິທີ ໃນການລ້ຽງລູກນ້ອຍ ໃຫ້ສະຫລາດ. ຂ່າວສານບ້ານເມືອງ
ປະຊາຊົນອຸດົມໄຊ ຕື່ນຕົວອອກມາຮັບວັກຊິນຮອບສອງ ເຂັມທີ 1 ຈຳນວນຫຼວງຫຼາຍ ຂ່າວສານບ້ານເມືອງ
ອັບຂຶ້ນຢູທູບ 100 ກວ່າວັນ ສ້າງສະຖິຕິ 100 ລ້ານກວ່າວິວ ຂ່າວສານບ້ານເມືອງ
ສະເທືອນໃຈທີ່ສຸດ! ແມ່ມານ ຕິ ດ ໂ ຄ ວິ ດ ເກີດລູກແລ້ວລູກປອດໄພແຕ່ແມ່…! ຂ່າວສານບ້ານເມືອງ
ໂຈນທຸບແວ່ນລົດເຂດໜອງບົວທອງໃຕ້ຕອນເຊົ້າມືດ ຂ່າວສານບ້ານເມືອງ
ເຮັດຈັ່ງໃດ ໃຫ້ມີແຮງຈູງໃຈ ໄປອອກກໍາລັງກາຍ? ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme