ຫຼັງຈາກກວດພົບເຊື້ອໂຄວິດ-19 ໄປຕັ້ງແຕ່ວັນທີ 12 ມີນາ 2019 ທີ່ຜ່ານມາ ຕອນນີ້ ແມດທິວ ດີນ ກໍເຂົ້າຖືຮັກສາຕົວຢູ່ໂຮງໝໍມາ 7 ມື້ແລ້ວ ລ່າສຸດ ແມດທິວ ໄດ້ອັບເດດອາການໃຫ້ຟັງໂດຍເຜີຍວ່າຫຼັງຈາກບໍ່ມີໄຂ້ ໃນມື້ວັນທີ 18 ມີນາ 2020 ໄດ້ມີອາການໄຂ້ກັບມາຊຶ່ງສ້າງຄວາມຕົກໃຈໃຫ້ຄືກັນ ໂດຍສະຫຼຸບອາການອັບເດດຈາກປາກ ແມດທິວ ມີດັ່ງນີ້:

1. ເລີ່ມຕົ້ນອາການຄືກັນກັບຄົນເປັນໄຂ້ເປັນຫວັດ ປວດເມື່ອຍຕາມຮ່າງກາຍ ມີອາການຄັນດັງຄືຄົນເປັນພູມແພ້ ແລະ ເລີ່ມມີອາການໄຂ້ ຄວນໄປຫາແພດໝໍ
2. ຖ້າບໍ່ເຄີຍກວດ ຫຼື ຖ້າເຄີຍກວດແລ້ວແຕ່ຖ້າຢູ່ໃນກຸ່ມສ່ຽງກໍໄປປຶກສາແພດອີກເທື່ອໜຶ່ງ ເພາະການມີໄຂ້ເປັນຕົວຊີ້ ແລະ ອັນຕະລາຍ
3. ເຖິງຈະດີໄຂ້ແລ້ວ ກໍບໍ່ຄວນດີໃຈເພາະພະຍາດນີ້ເປັນພະຍາດໃໝ່ ໝໍທົ່ວໂລກຍັງບໍ່ເຂົ້າໃຈມັນ ແລະ ໂອກາດທີ່ມັນຈະກັບມາເປັນໄຂ້ອີກເທື່ອໜຶ່ງກໍມີ
4. ຫຼັງຈາກທີ່ບໍ່ເປັນໄຂ້ມາ 4 ມື້ ແຕ່ກັບມາເປັນໄຂ້ອີກ ໝໍເລີ່ມໃຫ້ກິນຢາ 3-4 ສຸດເພື່ອຂັບໄລ່ມັນອອກຈາກຮ່າງກາຍໃຫ້ໄວທີ່ສຸດ
5. ຖ້າບໍ່ກິນຢາ ປ່ອຍໃຫ້ຫາຍເອງອາດຈະດົນ ບາງຄົນອາດຈະ 5-7 ມື້ ບາງຄົນອາດຈະ 20-30 ມື້ ບໍ່ມີຫຍັງແນ່ນອນ

6. ຢາທີ່ໝໍໃຫ້ກິນມີຢາຕ້ານມາລາເຣຍ ຢາຕ້ານ HIV ຢາອີກ 2 ສຸດ ເປັນສູດມາດຕະຖານທີ່ຄົນທັ່ວໂລກກິນຢູ່ໃນຕອນນີ້ ເປັນສູດທີ່ດີທີ່ສຸດໃນການຖືຮັກສາໂຄວິດ-19
7. ເລື່ອງຄວາມເຈັບຄວາມທໍລະມານນັ້ນແມ່ນບໍ່ມີ ມີແຕ່ຄວາມກັງວົນໃຈ ເນື່ອງຈາກຄວາມບໍ່ຮູ້ ໝໍທົ່ວໂລກບໍ່ມີຄຳຕອບທີ່ຊັດເຈນໃນຫຼາຍໆ ເລື່ອງ ກ່ຽວກັບໂຄວິດ-19 ຈຶ່ງເຮັດໃຫ້ເກີດຄວາມກັງວົນ ເຮັດເຮົາໃຫ້ຄິດໄປໃກ ການລໍຖ້າທີ່ບໍ່ມີຄຳຕອບ ມັນເຈັບປວດຫຼາຍທີ່ສຸດ
8. ຄວາມເປັນຕາຢ້ານຂອງພະຍາດນີ້ ຄວນຫຼີກລ້ຽງການໄປຢູ່ບ່ອນທີ່ມີຄວາມສ່ຽງ ເພື່ອຫຼຸດການແພ່ລະບາດ ແລະ ການຮັບເຊື້ອຖ້າຫາກເຮັດໄດ້ ຈະເຮັດໃຫ້ທີມແພດມີເວລາໃນການສຶກສາຫາວິທີຮັກສາໂຄວິດ-19 ໄດ້ຫຼາຍຂຶ້ນ
9.ໃຜທີ່ກັກຕົວຄົບ 14 ມື້ ຢ່າຊະລ່າໃຈ ຢ່າຟ້າວກັບໄປໃຊ້ຊີວິດຢູ່ບ່ອນທີ່ມີຄວາມສ່ຽງ ໂດຍການໄປພົບປະກັບຜູ້ຄົນຈໍານວນຫຼວງຫລາຍ
10. ບໍ່ຕ້ອງໃຊ້ຊີວິດແບບກັງວົນຢ້ານກົວກັບພະຍາດນີ້ ແຕ່ຄວນໃຊ້ຊີວິດດ້ວຍຄວາມລະມັດລະວັງ
