ສຳນັກຂ່າວ Yahoo news ລາຍງານວ່າ ຊາວບັງກະລາເທດຈຳນວນນັບໝື່ນຄົນຝ່າຝືນຄຳສັ່ງຫ້າມຂອງລັດຖະບານ ທີ່ຫ້າມຊຸມນຸມໃນທີ່ສາທາລະນະເພື່ອປ້ອງກັນໄວຣັສໂຄໂຣນາສາຍພັນຸໃໝ່ ໄປລວມຕົວກັນ ຢູ່ບ່ອນໂລ່ງກວ້າງໃນເມືອງໄຣປຸຣະ ໃນເຂດລັກມິປຸຣະ ທາງໃຕ້ຂອງປະເທດເມື່ອມື້ພຸດທີ່ 18 ມີນາ 2020ເພື່ອຮ່ວມກັນສວດມົນຂັບໄລ່ເຊື້ອໂຄວິດ-19 ອອກຈາກປະເທດ

ທ່ານ ໂຕຕາ ມິອາ ຫົວໜ້າຕຳຫຼວດທ້ອງຖິ່ນ ລະບຸວ່າ ຊາວມຸດລີນມິປຸຣະປະມານ 10,000 ຄົນມາລວມຕົວກັນເພື່ອສວດບົດເພື່ອການຢຽວຢາທີ່ເອີ້ນວ່າ ‘Khatme Shifa’ ຈາກຄໍາພີອັນກຸນອານ ເພື່ອປົດປ່ອຍປະເທດຈາກໄວຣັດໂຄວິດ-19 ຂະນະທີ່ຜູ້ຈັດງານອ້າງວ່າມີຄົນມາຮ່ວມສວດມົນເຖິງ 25,000 ຄົນ

ຢ່າງໃດກໍຕາມ ທ່ານ ມິອາ ຍືນຢັນວ່າ ຜູ້ຈັດພິທີສວດມົນບໍ່ໄດ້ຮັບອະນຸຍາດຈາກທາງການໃຫ້ຈັດງານນີ້ຂຶ້ນ