ທ່ານ ເອັມມານູເອນ ມາຄຣົງ ປະທານາທິບໍ່ດີຝຣັ່ງ ຖະແຫຼງຜ່ານທາງໂທຣທັດໃນວັນທີ 16 ມີນາ 2020 ເຖິງມາດຕະການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ໂດຍທ່ານພ້ອມປະກາດສົງຄາມກັບພະຍາດໂຄວິດ-19 ດ້ວຍການສັ່ງປິດປະເທດ ແລະ ຫ້າມປະຊາຊົນອອກຈາກບ້ານເປັນເວລາ 15 ມື້ ຍົກເວັ້ນມີເຫດຈຳເປັນ ເຊັ່ນ ອອກໄປຊື້ອາຫານ ໄປເຮັດວຽກ ຫຼື ຕ້ອງພົບແພດ ໂດຍຈະມີການວາງກຳລັງຕຳຫຼວດປະມານ 100,000 ນາຍ ຄຸມເຂັ້ມຕັ້ງດ່ານກວດ ແລະ ລົງໂທດສະຖານໜັກຜູ້ທີ່ຝ່າຝືນ ຂະນະທີ່ກອງທັບຈະຕ້ອງສົ່ງກຳລັງເຂົ້າຊ່ວຍເຄື່ອນຍ້າຍຜູ້ປ່ວຍຕາມໂຮງໝໍ

ກ່ອນໜ້ານີ້ ປະເທດຝຣັ່ງ ໄດ້ສັ່ງປິດຮ້ານອາຫານ, ບາ ໂຮງຮຽນ ແລະ ຈຳກັດນັກທ່ອງທ່ຽວທີ່ຈະໄປພັກທີ່ຣິສອດ ເພື່ອຫວັງລຸດຈຳນວນຜູ້ຕິດເຊື້ອ ແຕ່ເບິ່ງຄືມາດຕະການທີ່ໃຊ້ຈະຍັງບໍ່ພຽງພໍທີ່ຈະຄວບຄຸມການແພ່ລະບາດໄດ້ ເນື່ອງຈາກຍັງພົບວ່າມີຈຳນວນຜູ້ຕິດເຊື້ອເພີ່ມຫລາຍຂຶ້ນເຖິງ 2 ເທົ່າໃນທຸກໆ 3 ມື້ ຢູ່ທີ່ກວ່າ 6,600 ຄົນ ຂະນະທີ່ຍອດຜູ້ເສຍຊີວິດກໍຍັງຄົງເພີ່ມຂຶ້ນຕໍ່ເນື່ອງຢູ່ທີ່ເກືອບ 150 ສົບແລ້ວ ແລະ ຢັງພົບວ່າໃນຊ່ວງສຸດອາທິດ ທີ່ຜ່ານມາ ຍັງມີປະຊາຊົນບາງສ່ວນບໍ່ສົນໃຈຄຳເຕືອນ ໄປພົບປະລວມຕົວກັນຕາມສວນສາທາລະນະຈຳນວນຫລາຍ

ນອກຈາກນີ້ ຜູ້ນຳຝຣັ່ງຍັງສັ່ງເລື່ອນການເລືອກຕັ້ງທ້ອງຖິ່ນອ້ອມສອງອອກໄປກ່ອນ ເພາະລັດຖະບານຕ້ອງໃຫ້ຄວາມສຳຄັນກັບການຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ມາກ່ອນເປັນອັນດັບໜຶ່ງ