ນາຍົກລົງຕິດຕາມການເຝົ້າລະວັງ-ຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ 1
ໃນຕອນເຊົ້າວັນທີ 16 ມີນາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ນະຄອນຫລວງວຽງຈັນ.
ໃນໂອກາດດັ່ງກ່າວ ທ່ານ ພັນເອກ.ປອ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1 ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການຕ້ານ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໂດຍທ່ານໄດ້ຢືນຢັນວ່າ ໄດ້ໃຊ້ມາດຕະການຢ່າງເຄັ່ງຄັດ ໃນການກວດກາຄົນເຂົ້າ-ອອກ ເມືອງ ແລະ ອື່ນໆ.
Cr: ຂປລ
